ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມ ການຮ່ວມມືດ້ານວັດທະນະທໍາແຫ່ງອາຊີ

23/04/2025 15:24
Email Print 129
ຂປລ ຂປລ. ຄະນະຜູ້ແທນລາວ ນໍາໂດຍ ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະ ຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມ ລະດັບລັດຖະມົນຕີ ການຮ່ວມມືທາງດ້ານວັດທະນະທໍາແຫ່ງອາຊີ ປະຈຳປີ 2025 ໃນວັນທີ 22 ເມສາ 2025 ຢູ່ຮົງກົງ ສປ ຈີນ ເຊິ່ງມີຄະນະຜູ້ແທນ ຈາກ 27 ປະເທດເຂົ້າຮ່ວມ.



ຂປລ. ຄະນະຜູ້ແທນລາວ ນໍາໂດຍ ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະ ຊວງຖະແຫລງຂ່າວ
, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມ ລະດັບລັດຖະມົນຕີ ການຮ່ວມມືທາງດ້ານວັດທະນະທໍາແຫ່ງອາຊີ ປະຈຳປີ 2025 ໃນວັນທີ 22 ເມສາ 2025 ຢູ່ຮົງກົງ ສປ ຈີນ ເຊິ່ງມີຄະນະຜູ້ແທນ ຈາກ 27 ປະເທດເຂົ້າຮ່ວມ.

ກອງປະຊຸມຄັ້ງ​ນີ້, ໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະກ່ຽວກັບ ບົດບາດສໍາຄັນຂອງວັດທະນະທໍາ ໃນໄລຍະໃໝ່ ພາຍໃຕ້ຫົວຂໍ້ “Connect. Create. Engage: Bridging Cultural for All” ເພື່ອແລກປ່ຽນຂໍ້ມູນຂ່າວສານ, ແນວທາງການຮ່ວມມື ທາງດ້ານສິລະປະວັດທະ ນະທຳ ລວມທັງຜະລິດຕະພັນວັດທະນະທຳຕ່າງໆ, ບົດບາດຄວາມສຳຄັນຂອງວຽກງານວັດທະນະທຳ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມ, ການສ້າງຄວາມເຂັ້ມແຂງ, ການມີສ່ວນຮ່ວມ ແລະ ການພັດທະນາແບບຍືນຍົງ ກໍຄື ການຍົກລະດັບຂອບການຮ່ວມມື ລະຫວ່າງລັດຖະບານ, ແລກປ່ຽນຄວາມຄິດເຫັນກ່ຽວກັບ ນະໂຍບາຍການຮ່ວມມື ທາງດ້ານວັດທະນະທຳ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືລະ ຫວ່າງ ຮົງກົງ ກັບ ບັນດາປະເທດ ຄູ່ຮ່ວມມືຕ່າງໆ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. 




ໃນໂອກາດນີ້
, ທ່ານ ນາງ ດາລານີ ພົມມະວົງສາ  ກໍ​ໄດ້ມີຄຳເຫັນຕໍ່ກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນນະໂຍບາຍຂອງ ພັກ-ລັດຖະບານ ສປປ ລາວ ຕໍ່ວຽກງານການປົກປັກຮັກສາ ແລະ ພັດທະນາສົ່ງເສີມ ວັດທະນະທຳອັນດີງາມ ກໍຄື ການປົກປັກຮັກສາມໍລະດົກ ວັດທະນະທຳຂອງຊາດ. ນອກນັ້ນທ່ານຍັງໄດ້ ເນັ້ນເຖິງການຮ່ວມມື ກໍຄື ການແລກປ່ຽນວັດທະນະທຳ ກັບບັນດາປະເທດເພື່ອນມິດ ໃນພາກພື້ນ ແລະ ໃນໂລກ ຢູ່ໃນເວທີຕ່າງໆທີ່ມີຜົນປະໂຫຍດຮ່ວມກັນ. ຄຽງຄູ່ກັນນັ້ນ, ວັດທະນະທຳມີບົດບາດສຳຄັນ ຕໍ່ຂົງເຂດເສດຖະກິດ-ສັງຄົມ ເປັນຕົ້ນ ສ້າງວຽກເຮັດງານທຳ ທີ່ມີລາຍຮັບທີ່ໝັ້ນຄົງ ຕິດພັນກັບການສົ່ງເສີມຫົວຄິດປະດິດສ້າງ ແລະ ພູມປັນຍາທີ່ເປັນເອກະລັກ ຂອງປະຊາຊົນບັນດາເຜົ່າ, ຕໍ່ການພົວພັນລະຫວ່າງປະເທດ ແລະ ຊີວິດການເປັນຢູ່ຂອງມວນມະນຸດ. 

ນອກຈາກນີ້, ຄະນະຜູ້ແທນລາວ ຍັງໄດ້ນຳສະເໜີມໍລະດົກວັດທະນະທຳລາວ ເຊິ່ງປັດຈຸບັນ ມີມໍລະດົກໂລກ 3 ແຫ່ງ ຄື: ເມືອງຫລວງພະບາງ, ປາສາດຫີນວັດພູຈຳປາສັກ ແລະ ທົ່ງໄຫຫີນຊຽງຂວາງ. ຄຽງຄູ່ກັນນັ້ນ, ມໍລະດົກວັດທະນະທຳ ນາມມະທຳ ຂອງລາວ ກໍໄດ້ຖືກຮັບຮອງເຂົ້າໃນ ບັນຊີມໍລະດົກໂລກທາງດ້ານວັດທະນະທຳ ທີ່ບໍ່ເປັນວັດຖຸ ໂດຍອົງການອຸຍແນັສໂກ ເປັນຕົ້ນ ຮັບຮອງເອົາສຽງແຄນເຊື້ອຊາດລາວ ໃນປີ 2017, ພູມປັນຍາຕໍ່າລາຍນາກ ໃນປີ 2023 ແລະ ຟ້ອນລໍາວົງລາວ ໃນປີ 2024. ໃນປີ 2025 ນີ້, ຈະສືບຕໍ່ກະກຽມເອກະສານນຳສະເໜີ ປ່າສະຫງວນແຫ່ງຊາດຫີນໜາມໜໍ່ ແຂວງຄຳມ່ວນ ເປັນມໍລະດົກໂລກ ທາງດ້ານທຳມະຊາດແຫ່ງທຳອິດຂອງ ສປປ ລາວ.

ການຈັດຕັ້ງປະຕິບັດຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງໄດ້ມີຜົນສຳເລັດທີ່ເປັນຮູບປະທຳຢ່າງເດັ່ນຊັດ ເປັນທີ່ຮັບຮູ້ຂອງທົ່ວໂລກ ໂດຍສະເພາະແມ່ນ ດ້ານການພັດທະນາພື້ນຖານໂຄງລ່າງ, ການເຊື່ອມໂຍງ-ເຊື່ອມຈອດ ແລະ ການສ້າງເງື່ອນໄຂທີ່ເອື້ອອຳນວຍ ເພື່ອຊຸກຍູ້, ສົ່ງເສີມ ແລະ ຂະຫຍາຍການຮ່ວມມື ດ້ານການແລກປ່ຽນວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວ, ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນຂອງສອງປະເທດ ກໍຄື ບັນດາໂຄງການພັດທະນາ ດ້ານພື້ນຖານໂຄງລ່າງ ດ້ານວັດທະນະທຳ ແລະ ອື່ນໆ.




ລັດຖະບານ ແຫ່ງ ສປປ ລາວ ຖືສໍາຄັນ ແລະ ໃຫ້ການສະໜັບສະໜູນ ນະໂຍບາຍ
ໜຶ່ງແລວ ໜຶ່ງເສັ້ນທາງຂອງ ສປ ຈີນ ເພື່ອເຊື່ອມໂຍງ ກັບຍຸດ​ທະ​ສາດ​ການຫັນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດ ເຊື່ອມໂຍງເຊື່ອມຈອດກັບພາກພື້ນ. ພຶດຕະກຳຕົວຈິງ ໄດ້ພິສູດໃຫ້ເຫັນວ່າ ການຈັດຕັ້ງປະຕິບັດ ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງໄດ້ນຳເອົາຜົນປະໂຫຍດເປັນຮູບປະທໍາ ມາສູ່ບັນດາປະເທດກໍາລັງພັດທະນານັບມື້້ນັບຫລາຍຂຶ້ນ, ລວມທັງ ສປປ ລາວ, ອັນພົ້ນເດັ່ນ ທີ່ສຸດແມ່ນຜົນສຳເລັດໂຄງການລົດໄຟຄວາມໄວສູງ ລາວ-ຈີນ ເປັນໂຄງການ ໄດ້ຮັບນາມມະຍົດແຫ່ງການຮ່ວມມື ລາວ-ຈີນ.

ໃນຕອນເຊົ້າວັນດຽວກັນ, ທ່ານ ນາງ ດາລານີ ພົມມະວົງສາ ພ້ອມຄະນະ ຍັງໄດ້ພົບປະສອງຝ່າຍ ກັບ ທ່ານ ນາງ ຊັມ ຟົງ ກວາງ (ວິວຽນ ຊຳ) ຮອງເລຂາທິການ ກະຊວງວັດທະນະທຳ,​ ກິລາ ແລະ ທ່ອງທ່ຽວ ຮົງກົງ ​ໂດຍສອງຝ່າຍໄດ້ແລກປ່ຽນຄໍາເຫັນກ່ຽວກັບ ຊ່ອງທາງການແລກປ່ຽນຮ່ວມມື ໃນຂົງເຂດວັດທະນະທຳ ແລະ ການທ່ອງທ່ຽວ ກໍຄື ການຜັນຂະຫຍາຍຜົນການຢ້ຽມຢາມ ທາງການ ທີ່ ສປປ ລາວ ຂອງ ທ່ານ ຈອນ ລີ ກາ ສຸຍ ຜູ້ວ່າການ ເຂດປົກຄອງພິເສດ ຮົງກົງ ໃນລະຫວ່າງວັນທີ 28-29 ກໍລະກົດ 2024 ທີ່ຜ່ານມາ ເປັນຕົ້ນ ການປົກປັກຮັກສາມໍລະດົກ ວັດທະນະທໍາໃນຍຸກດີຈິຕອນ, ການແລກປ່ຽນດ້ານຮູບເງົາ, ການແລກປ່ຽນສິລະປະ-ວັນນະຄະດີ ກໍຄື ການຮ່ວມມືສົ່ງເສີມການ ທ່ອງທ່ຽວຮ່ວມກັນ ໃນຕໍ່ໜ້າ. 

KPL

ຂ່າວອື່ນໆ

    • ຮອງລັດຖະມົນຕີ ກະຊວງການຕ່າງ ປະເທດອັງກິດ ຢ້ຽມຢາມ-ເຮັດວຽກ ຢູ່ລາວການເມືອງ

      ຮອງລັດຖະມົນຕີ ກະຊວງການຕ່າງ ປະເທດອັງກິດ ຢ້ຽມຢາມ-ເຮັດວຽກ ຢູ່ລາວ

      4/24/2025 2:37:51 PM

      ຂປລ. ໃນລະຫວ່າງວັນທີ 22-23 ເມສາ 2025, ທ່ານ ນາງ ແຄັດເທີຣິນ ເວສທ໌ ຮອງລັດຖະມົນຕີ ຮັບຜິດຊອບວຽກງານອິນໂດ-ປາຊີຟິກ ກະຊວງການຕ່າງປະເທດ ແລະ ການພັດທະນາ ແຫ່ງ ສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ເຮັດວຽກ ຢູ່ ສປປ ລາວ ​ເຊິ່ງເປັນຂີດໝາຍສຳຄັນ ໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ຂອງສອງປະເທດໃຫ້ມີບາດກ້າວໃໝ່.

    • ລະດົມຄວາມຄິດເຫັນ ໃສ່ຮ່າງ ລາຍງານການເມືອງ ຄັ້ງທີ XII ຂອງພັກການເມືອງ

      ລະດົມຄວາມຄິດເຫັນ ໃສ່ຮ່າງ ລາຍງານການເມືອງ ຄັ້ງທີ XII ຂອງພັກ

      4/24/2025 12:42:45 PM

      ຂປລ. ອະນຸກໍາມະການເນື້ອໃນ ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ຈັດສໍາມະນາລະດົມຄວາມຄິດເຫັນ ຕໍ່ຮ່າງລາຍງານການເມືອງ ຄັ້ງທີ XII ຂອງພັກ (ຂົງເຂດແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ) ໂດຍການເປັນປະທານ ຂອງ ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ຮອງຫົວໜ້າ (ຜູ້ປະຈໍາການ) ອະນຸກໍາມະການເນື້ອໃນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໂດຍມີບັນດາສະຫາຍ ຮອງເລຂາຄະນະພັກ, ຄະນະປະຈໍາພັກ, ກໍາມະການຄະນະພັກ, ຜູ້ຊົງຄຸນວຸທິ, ນັກວິທະຍາສາດ ແລະ ພະນັກງານຫລັກແຫລ່ງໃນຂົງເຂດແນວລາວສ້າງຊາດ, ນັກຮົບເກົ່າ ແລະ ມະຫາຊົນຂອງພັກ ເຂົ້າຮ່ວມ.

    • ພັກ ແລະ ປະຊາຊົນລາວ ປະກອບສ່ວນຢ່າງຕັ້ງໜ້າໃນບັ້ນປົດປ່ອຍພາກໃຕ້-ທ້ອນໂຮມປະເທດຫວຽດນາມການເມືອງ

      ພັກ ແລະ ປະຊາຊົນລາວ ປະກອບສ່ວນຢ່າງຕັ້ງໜ້າໃນບັ້ນປົດປ່ອຍພາກໃຕ້-ທ້ອນໂຮມປະເທດຫວຽດນາມ

      4/24/2025 12:38:13 PM

      ຂປລ. ການປົດປ່ອຍພາກໃຕ້ ແລະ ທ້ອມໂຮມຊາດຫວຽດນາມ ເປັນເອກະລາດ ແມ່ນຜົນສໍາເລັດອັນໃຫຍ່ຫລວງໃນພາລະກິດປົດປ່ອຍຊາດ ແລະ ປົດປ່ອຍສັງຄົມ ພາຍໃຕ້ການນຳພາຂອງພັກ ແລະ ປະທານ ໂຮ່ຈີ່ມິງ ແມ່ນຂີດໝາຍປະຫວັດສາດອັນສະຫງ່າງາມ ແລະ ຮຸ່ງເຮືອງເຫລືອງເຫລື້ອມໃນເສັ້ນທາງນັບພັນປີແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດຫວຽດນາມ ເຊິ່ງບັ້ນປົດປ່ອຍດັ່ງກ່າວ, ສ່ວນໜຶ່ງໄດ້ຮັບການສະໜັບສະໜູນ ທີ່ໃຫຍ່ຫລວງທັງດ້ານກຳລັງແຮງ, ວັດຖຸ, ສັບສົມບັດຈາກບັນດາປະເທດສັງຄົມນິຍົມ, ປະຊາຊົນຜູ້ຮັກຫອມສັນຕິພາບໃນໂລກ, ປະຊາຊົນສາມປະເທດອິນດູຈີນ, ພິເສດແມ່ນການສະໜັບສະໜູນ ຢ່າງສຸດອົກສຸດໃຈຂອງພັກ ແລະ ປະຊາຊົນລາວ

    • ກ້ອນກຳລັງສວນສະໜາມ ກອງທັບລາວ ຝຶກຊ້ອມເດີນສວນສະໜາມ ຢູ່ຫວຽດນາມການເມືອງ

      ກ້ອນກຳລັງສວນສະໜາມ ກອງທັບລາວ ຝຶກຊ້ອມເດີນສວນສະໜາມ ຢູ່ຫວຽດນາມ

      4/24/2025 12:17:08 PM

      ຂປລ. ຕອນແລງວັນທີ 22 ເມສາ 2025 ຜ່ານ​ມາ, ກ້ອນກໍາລັງສວນສະໜາມ ກອງທັບປະຊາ ຊົນລາວ ນຳໂດຍ ສະຫາຍ ພັນເອກ ສົມແພງ ແກ້ວສີລາ ຫົວໜ້າການທະຫານກອງພັນໃຫຍ່ 11, ຫົວໜ້າຄະນະຊີ້ນຳກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ພ້ອມຄະນະ ໄດ້ນຳພາກ້ອນ ກຳລັງສວນສະໜາມ ກອງທັບປະຊາຊົນລາວ ຝຶກຊ້ອມເດີນຂະບວນສວນສະໜາມຕົວຈິງ ຢູ່ຕົວເມືອງ ນະ ຄອນ ໂຮ່ຈີ່​ມິ​ງ ສສ ຫວຽດນາມ ​ເພື່ອ​ກຽມ​ຄວາມ​ພ້ອມເຂົ້າຮ່ວມໃນພິທີສະເຫລີມສະຫລອງ ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ

    • ເປີດນຳໃຊ້ ອາຄານຫ້ອງປະຊຸມ ໂຮງຮຽນວັດທະນະທຳປ້ອງກັນຄວາມສະຫງົບການເມືອງ

      ເປີດນຳໃຊ້ ອາຄານຫ້ອງປະຊຸມ ໂຮງຮຽນວັດທະນະທຳປ້ອງກັນຄວາມສະຫງົບ

      4/23/2025 3:36:45 PM

      ຂປລ. ພິທີເປີດນຳໃຊ້ ອາຄານຫ້ອງປະຊຸມ ໂຮງຮຽນວັດທະນະທຳປ້ອງກັນຄວາມສະຫງົບ ຈັດຂຶ້ນໃນວັນທີ 23 ເມສາ 2025 ຢູ່ເມືອງໂພນໂຮງ ແຂວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ຂອງ ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ, ມີ​ເອກ​ອັກຄະ​ຣາຊະ​ທູດໄທປະຈຳລາວ ​ແລະ ພາກສ່ວນກ່ຽວຂ້ອງ ຂອງ ລາວ ແລະ ໄທ ເຂົ້າຮ່ວມ.

ads
ads

Top