ຈັບເງິນ 200 ລ້ານກີບ ຍ້ອນປູກຖົ່ວງອກ

08/07/2025 10:40
ຂປລ ຖົ່ວງອກ ແມ່ນພືດຊະນິດໜຶ່ງກຳລັງເປັນທີ່ຕ້ອງການຂອງທ້ອງຕະຫລາດ ເນື່ອງຈາກວ່າຖົ່ວງອກໃຊ້ປະກອບອາຫານໄດ້ຫລາຍເຍື່ອງເປັນຕົ້ນ: ຂົ້ວ, ແກງເກົາເຫລົາ ແລະ ທີ່ຂາດບໍ່ໄດ້ແມ່ນໃສ່ເຂົ້າປຽກ, ເຝີ ຫລື ເຮັດເປັນເຍື່ອເຂົ້າປຸ້ນ ຈະເຂົ້າກັນຫລາຍ ແລະ ອື່ນໆອີກຫລາຍຢ່າງ.

   *ຖົ່ວງອກ ແມ່ນພືດຊະນິດໜຶ່ງກຳລັງເປັນທີ່ຕ້ອງການຂອງທ້ອງຕະຫລາດ ເນື່ອງຈາກວ່າຖົ່ວງອກໃຊ້ປະກອບອາຫານໄດ້ຫລາຍເຍື່ອງເປັນຕົ້ນ:  ຂົ້ວ, ແກງເກົາເຫລົາ ແລະ ທີ່ຂາດບໍ່ໄດ້ແມ່ນໃສ່ເຂົ້າປຽກ, ເຝີ ຫລື ເຮັດເປັນເຍື່ອເຂົ້າປຸ້ນ ຈະເຂົ້າກັນຫລາຍ ແລະ ອື່ນໆອີກຫລາຍຢ່າງ; ດັ່ງນັ້ນ ຈຶ່ງເປັນຜົນດີໃຫ້ຜູ້ປະກອບການດ້ານນີ້ ສາມາດສ້າງລາຍຮັບໄດ້ຫລາຍຮ້ອຍລ້ານກີບຕ່ໍປີເໝືອນດ່ັງ ນາງ ສີວອນ ວົງແສງເດືອນ ຕົວແບບການປູກຖ່ົວງອກ ແລະ ຕົ້ນອ່ອນຕາເວັນຢູ່ບ້ານ ໂພນສະຫວັນໃຕ້ ເມືອງແປກ ແຂວງ ຊຽງຂວາງ .

    ນາງ ສີວອນ ວົງແສງເດືອນ ອາຍຸ 33 ປີ ປັດຈຸບັນເປັນພະນັກງານວິຊາການສັງກັດຢູ່ບໍລິສັດໄປສະນີລາວ ໃຫ້ຮູ້ວ່າ : ແຮງບັນດານໃຈທີ່ໄດ້ມາເຮັດອາຊີບນີ້ ຕ້ອງເລົ່າຄືນ ແຕ່ປີ 2017 ຊີວິດການເປັນຢູ່ໃນຄອບຄົວແມ່ນພົບຄວາມຫຍຸ້ງຍາກຂາດເຂີນຫລາຍປະການ, ອາໃສແຕ່ເງິນເດືອນສ່ວນລາຍຮັບທາງອື່ນແມ່ນບໍ່ມີ ເມື່ອເຫັນວ່າຊີວິດການເປັນຢູ່ຂອງຄອບຄົວພົບຄວາມຫຍຸ້ງຍາກຄືແນວນັ້ນ ຈຶ່ງໄດ້ປຶກສາຫາລືກັບຄອບຄົວຊອກຫາທາງອອກເພື່ອຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນ. ມາຮອດປີ 2018 ໄດ້ໄປເຫັນຄອບຄົວຂອງໝູ່ເພ່ືອນທ່ີປູກຖ່ົວງອກ ແລະ ຕົ້ນອ່ອນຕາເວັນຈຶ່ງເຮັດໃຫ້ເກີດແຮງຈູງໃຈຢາກທົດລອງປູກ, ຈຶ່ງໄດ້ຮຽນຮູ້ວິທີການປູກນໍາໝູ່ທີ່ມີປະສົບການມາກ່ອນ ແລະ ຊອກຮູ້ເພີ່ມເຕີມຈາກສື່ອອນລາຍ, ໂດຍເລີ່ມຈາກປູກກິນເອງກ່ອນຕ່ ຈາກນັ້ນ ຂ້າພະເຈົ້າກໍ່ໄດ້ເອົາໄປຖາມຂາຍໃຫ້ແມ່ຄ້າຢູ່ຕະຫລາດ ແລະ ບັນດາຮ້ານອາຫານເຫັນວ່າມີຄວາມຕ້ອງການສູງໃນທ້ອງຕະຫລາດຈຶ່ງເລີ່ມປູກເປັນສິນຄ້າໃນເບ້ືອງຕ້ົນລົງທຶນ ຈຳນວນເງິນ 10 ລ້ານກີບ ເພື່ອຊື້ອຸປະກອນ, ເຄື່ອງມື, ປັບປຸງສະຖານທີ່ບ່ອນປູກ. ຫລັງຈາກນ້ັນ ໄດ້ເພີ່ມອີກ 30 ລ້ານກີບ ເປັນທຶນໝູນວຽນເພື່ອຊື້ແນວພັນ, ສ່ວນແນວພັນທີ່ນຳມາປູກແມ່ນໄດ້ນຳເຂົ້າມາຈາກຕ່າງປະເທດ (ປະເທດໄທ) ໂດຍມີວິທີການປູກດັ່ງນີ້: ຂັ້ນຕອນໃນການປູກຕົ້ນອ່ອນຕາເວັນກະກຽມດິນໃສ່ຖາດປູກ ໂດຍມີສ່ວນປະກອບຄື: ດິນທົ່ວໄປ 50 ເປີເຊັນ, ດິນປູກຝັງສຳເລັດຮູບ 20 ເປີເຊັນ, ແກບດຳ 30 ເປີເຊັນ, ຝຸ່ນຄອກໃສ່ເລັກນ້ອຍປະສົມໃຫ້ເຂົ້າກັນ, ຈາກນັ້ນນຳເອົາແກ່ນຕາເວັນໄປມ່າ 4 ຊົ່ວໂມງ ໂດຍໃຊ້ນໍ້າອຸ່ນປະມານ 50 ອົງສາ ເພື່ອຂ້າເຊ້ືອລາ ແລະ ເຮັດໃຫ້ຈາວອອກດີ ແລ້ວກໍນຳເອົາແກ່ນຕາເວັນທີ່ມ່າແລ້ວນັ້ນ ມາບົ່ມ 18 ຊົ່ວໂມງ ແລ້ວຈຶ່ງເອົາໄປຫວ່ານໃສ່ຖາດມີດິນທີ່ເຮົາກະກຽມໄວ້ນໍາເອົາຖາດໄປຊ້ອນກັນໄວ້ໃຫ້ໄດ້ 24 ຊົ່ວໂມງ ແລ້ວນໍາໄປຍາຍໄວ້ເຮືອນຮົ່ມ  ແລະ ຫົດນ້ຳມື້ລະ 2 ຄັ້ງ ລໍຖ້າປະມານ 6-7 ວັນ ສາມາດຕັດເອົາໄປຈໍາໜ່າຍໄດ້.  

   ສໍາລັບຖົ່ວງອກແມ່ນນໍາເອົາ ແກ່ນຖົ່ວແຂກໄປມ່າ 4 ຊົ່ວໂມງ ໂດຍໃຊ້ນ້ຳອຸ່ນປະມານ 50 ອົງສາ ເຊັ່ນດຽວກັບຕົ້ນອ່ອນຕາເວັນ, ຈາກນັ້ນ ນຳຂຶ້ນມາໃສ່ກະຕ່າໃຫ້ສະເດັດນ້ຳປະມານ 2 ຊົ່ວໂມງແລ້ວນໍາໄປໃສ່ຖັງປູກ, ຫົດນໍ້າເປັນປະຈຳ ໂດຍທຸກໆ 2 ຊົ່ວໂມງ ຈະໄດ້ຫົດໜຶ່ງຄັ້ງ, ໃຊ້ເວລາ 3 ນາທີ່ຕໍ່ຄັ້ງ ໂດຍການຫົດນ້ໍາແມ່ນໃຊ້ລະບົບອັດຕະໂນມັດ, ຫລັງຈາກນັ້ນລໍຖ້າ 5 ວັນກໍສາມາດນໍາເອົາໄປຈໍາໜ່າຍໄດ້, ໃນຂັ້ນຕອນການປູກທັງໝົດນັ້ນແມ່ນບໍ່ມີການນຳໃຊ້ສານເຄມີໃດໆ (ປອດສານເຄມີ) ເຊິ່ງປັດຈຸບັນສາມາດປູກຖົ່ວງອກສົ່ງອອກປະມານ 180 ກິໂລຕໍ່ມ້ື ແລະ ຕ້ົນອ່ອນຕາເວັນໄດ້ປະມານ 35 ກິໂລຕໍ່ມື້, ສຳລັບລາຄາຂາຍສົ່ງອອກຖົ່ວງອກແມ່ນ 15 ພັນກີບຕໍ່ກິໂລ ຕົ້ນອ່ອນຕາເວັນແມ່ນ 30 ພັນຕໍ່ກິໂລ , ການຂາຍສ່ວນຫລາຍແມ່ນຂາຍສົ່ງໃຫ້ແມ່ຄ້າຢູ່ບັນດາຕະຫລາດຄື: ຕະຫລາດຊຽງຂວາງເຊັນເຕີ, ຕະຫລາດໂພນສະຫັວນ, ຕະຫລາດນ້ຳຫງຳ, ບັນດາຮ້ານອາຫານທີ່ສັ່ງເປັນປະຈຳ ແລະ ລູກຄ້າທ່ົວໄປຈຳນວນໜ່ຶງສະເພາະເຂດເທສະບານເມືອງແປກ ແຂວງຊຽງຂວາງ, ນອກຈາກນັ້ນຍັງສົ່ງໃຫ້ລູກຄ້າເມືອງຄຳ ແລະ ເມືອງທ່າໂທມ ແຂວງໄຊສົມບູນ. ເຖິງໃດກໍດີ, ການປູກ, ບົວລະບັດຮັກສາ ແລະ ການສົ່ງໃຫ້ລູກຄ້າ ແມ່ນອາໃສເວລາວ່າງນອກໂມງລັດຖະການ ເຊິ່ງມັນໄດ້ສ້າງລາຍຮັບເຂົ້າຄອບຄົວໄດ້ພໍສົມຄວນຫລັງຈາກທ່ີໄດ້ລົບຕ້ົນທຶນ, ຄ່າສິ້ນເປືອງຕ່າງໆ ອອກແລ້ວຍັງເຫລືອປະມານ 200 ລ້ານ ກີບຕໍ່ປີ ເຊິ່ງລາຍຮັບດັ່ງກ່າວມັນໄດ້ເຮັດໃຫ້ການພັດທະນາແກ້ໄຂຊີວິດການເປັນຢູ່ຂອງຄອບຄົວດີຂ້ຶນເທ່ືອລະກ້າວ, ລາຍຮັບທີ່ໄດ້ຈາກການປູກຖົ່ວງອກ ແລະ ຕົ້ນອ່ອນຕາເວັນຖ້າທຽບໃສ່ລາຍຮັບຈາກທຸລະກິດອື່ນໆ ອາດຈະບໍ່ສູງແຕ່ກໍ່ພູມໃຈຕ່ອາຊີບທີ່ເຮັດ ເຊິ່ງເປັນອາຊີບທີ່ມີກຽດ ແລະ ຫາກິນດ້ວຍເຫື່ອດ້ວຍແຮງຂອງຕົນເອງ, ຄວາມຊື່ສັດສຸດຈະລິດບົນພື້ນຖານຄວາມດຸໝັ່ນຂະຫຍັນພຽນ ແລະ ອົດທົນຜ່ານຜ່າອຸປະສັກຈົນມາເຖິງທຸກມື້ນີ້ ເຊິ່ງລາຍຮັບດັ່ງກ່າວໄດ້ນຳມາປັບປຸງເຮືອນຊານໄດ້1ຫລັງ, ມີດິນ 1 ຕອນ, ມີເງິນບັນຊີຝາກທະນາຄານໃນຈຳນວນໜຶ່ງ ແລະ ໄດ້ສົ່ງເສີມລູກຮຽນຈົນທຸກມື້ນີ້. ດັ່ງສຸພາສິດທີ່ກ່າວວ່າ:”ດຸໝັ່ນ, ຊື່ສັດ, ປະຢັດ, ອົດທົນພາທຸກຄົນພົ້ນທຸກ”. 

   ສໍາລັບທິດທາງໃນຕໍ່ໜ້າຖ້າຫາກຄວາມຕ້ອງການຂອງຕະຫລາດ ມີຈຳນວນເພີ່ມຂຶ້ນຕົນເອງມີຄວາມຄິດຢາກຂະຫຍາຍຜົນຜະລິດໃຫ້ໄດ້ຫລາຍຂຶ້ນຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ ແລະ ຈະພະຍາຍາມຮັກສາ, ປັບປຸງຄຸນນະພາບຂອງຜົນຜະລິດໃຫ້ດີຂ້ຶໄປເລື້ອຍໆ.

      ໂດຍ: ຄຸດ.ຄົນຄົນທໍາມະດາ

KPL

ຂ່າວອື່ນໆ

ads
ads

Top