ຂປລ
ທະນາຄານ ພັດທະນາອາຊີ ຫລື ADBໄດ້ເຜີຍແຜ່ ບົດລາຍງານວິໄສທັດ ການພັດທະນາອາຊີ 2025 ສະບັບເດືອນ ກັນຍາ. ເມື່ອທຽບໃສ່ ບົດລາຍງານ ສະບັບທຳອິດ ທີ່ເຜີຍແຜ່ ໃນເດືອນເມສາປີນີ້, ບົດລາຍງານສະບັບດັ່ງກ່າວ ໄດ້ປັບຫລຸດ ການຄາດຄະເນ ການເຕີບໂຕດ້ານເສດຖະ ກິດ ຂອງກຸ່ມເສດຖະກິດ ທີ່ພວມ ພັດທະນາ ໃນອາຊີ ປາຊີຟິກປີ2025 ລົງເຖິງ 4,8%.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ວັນທີ 30 ກັນຍານີ້, ທະນາຄານ ພັດທະນາອາຊີ ຫລື ADBໄດ້ເຜີຍແຜ່ ບົດລາຍງານວິໄສທັດ ການພັດທະນາອາຊີ 2025 ສະບັບເດືອນ ກັນຍາ. ເມື່ອທຽບໃສ່ ບົດລາຍງານ ສະບັບທຳອິດ ທີ່ເຜີຍແຜ່ ໃນເດືອນເມສາປີນີ້, ບົດລາຍງານສະບັບດັ່ງກ່າວ ໄດ້ປັບຫລຸດ ການຄາດຄະເນ ການເຕີບໂຕດ້ານເສດຖະ ກິດ ຂອງກຸ່ມເສດຖະກິດ ທີ່ພວມ ພັດທະນາ ໃນອາຊີ ປາຊີຟິກປີ2025 ລົງເຖິງ 4,8%. ຂະນະທີ່ ການຄາດຄະເນການເຕີບໂຕ ດ້ານເສດຖະກິດ ໃນປີ2026 ໄດ້ປັບຫລຸດເຖິງ 4,5%. ປັດຈຸບັນ, ອັດຕາພາສີ ຂອງ ສ.ອາເມລິກາ ໄດ້ຮັກສາ ຢູ່ໃນລະດັບສູງ ເປັນປະຫວັດສາດ, ຄວາມບໍ່ແນ່ນອນ ດ້ານການຄ້າ ພວມຢູ່ໃນລະດັບສູງ ແບບບໍ່ເຄີຍມີ ມາກ່ອນ, ຍ້ອນໄດ້ຮັບ ຜົນກະທົບດັ່ງກ່າວ, ຈັງຫວະ ການເຕີບໂຕ ດ້ານເສດຖະກິດ ຂອງອິນເດຍ ແລະ ເຂດຕາເວັນອອກສຽງໃຕ້ ໄດ້ຖືກປັບຫລຸດລົງ. ວິໄສທັດ ການພັດທະນາອາຊີ ເປັນບົດລາຍງານ ເສດຖະກິດ ປະຈຳປີ ທີ່ເປັນສັນຍະລັກ ຂອງທະນາຄານADB ເຊິ່ງເປັນການຄາດຄະເນ ຕໍ່ການພັດ ທະນາ ເສດຖະກິດ ໃນເຂດອາຊີປາຊີຟິກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL