ອິນໂດເນເຊຍ ປົກປ້ອງໂຄງການອາຫານສຳລັບເດັກ ໂດຍບໍ່ເສຍຄ່າ

30/09/2025 13:38
ຂປລ ທ່ານ ປຣາໂບໂວ ຊູບຽນໂຕ, ປະທານາທິບໍດີ ອິນໂດເນເຊຍ ໄດ້ປົກປ້ອງ ແຜນການສະໜອງ ອາຫານທ່ຽງ ໃນໂຮງຮຽນ ໃຫ້ເດັກນ້ອຍ ໂດຍບໍ່ ເສຍຄ່າ(ຟຣີ)

ຂປລ.ຕາມຂ່າວຈາກ ຈາກາຕາ,ວັນທີ29ກັນຍານີ້, ທ່ານ ປຣາໂບໂວ ຊູບຽນໂຕ, ປະທານາທິບໍດີ ອິນໂດເນເຊຍ ໄດ້ປົກປ້ອງ ແຜນການສະໜອງ ອາຫານທ່ຽງ ໃນໂຮງຮຽນ ໃຫ້ເດັກນ້ອຍ ໂດຍບໍ່ ເສຍຄ່າ(ຟຣີ) ເຖິງວ່າ ມີຜູ້ຕິດເຊື້ອ ອາຫານເປັນພິດ ຫລາຍກວ່າ 6.000 ຄົນ, ໂດຍກ່າວວ່າ ອັດຕາສ່ວນ ຂອງຜູ້ໄດ້ຮັບ ຜົນກະທົບ ແມ່ນໜ້ອຍ ແລະ ໂຄງການ ຍັງຢູ່ໃນຂັ້ນຕອນ ການປັບປຸງ ຢ່າງຮີບ ດ່ວນ. ໂຄງການອາຫານຟຣີ ທີ່ມີມູນຄ່າ ຫລາຍຕື້ ໂດລາສະຫະລັດ, ເຊິ່ງຍັງສະໜອງ ອາຫານຟຣີ ໃຫ້ແກ່ ແມ່ຍິງຖືພາ ອີກດ້ວຍໄດ້ຂະຫຍາຍອອກໄປ ຢ່າງວ່ອງໄວ ນັບຕັ້ງແຕ່ ການເປີດຕົວ ໃນເດືອນມັງກອນໂດຍມີ ຜູ້ຮັບຜົນປະໂຫຍດ ປະມານ 30 ລ້ານຄົນ ແລະ ເປົ້າໝາຍ ທີ່ຈະບັນລຸ 83 ລ້ານຄົນ ໃນທ້າຍປີນີ້./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top