ວັດທະນະທຳ-ສິລະປະລາວ ນັບມື້ກາຍເປັນອຸດສາຫະກຳທ່ອງທ່ຽວ

30/09/2025 13:50
ຂປລ ຂປລ. ສະຫາຍ ພິຊິດ ໄຊຍະທິດ ປະທານບໍລິສັດຫໍພິພິທະພັນສິລະປະລາວ ປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກນະຄອນຫລວງວຽງຈັນ ຄັ້ງທີ VIII

 
   ຂປລ. ສະຫາຍ ພິຊິດ ໄຊຍະທິດ ປະທານບໍລິສັດຫໍພິພິທະພັນສິລະປະລາວ ປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກນະຄອນຫລວງວຽງຈັນ ຄັ້ງທີ VIII ໃນວັນທີ 25 ກັນຍາ 2025 ນີ້ວ່າ: ຫໍພິພິທະພັນ ສິລະປະລາວ ບໍ່ແມ່ນຜົນງານສ່ວນຕົວຂອງຕົນ, ແຕ່ມັນແມ່ນໝາກຜົນອັນເປັນຮູບປະທໍາຈາກແນວທາງນະໂຍບາຍ ແລະ ວິໄສທັດທີ່ອົງຄະນະພັກນະຄອນຫລວງວຽງຈັນ ໄດ້ວາງອອກທັງເປັນສັນຍະລັກໃໝ່ “ໃນການຍົກລະດັບເອກະລັກວັດທະນະທໍາ-ການທ່ອງທ່ຽວຂອງນະຄອນ ຫລວງວຽງຈັນ”. 
   ແນວໃດກໍຕາມ, ດ້ານວັດທະນະທາ; ບໍ່ພຽງແຕ່ສ້າງຫ້ອງສະແດງສິລະປະ, ແຕ່ຕັ້ງໃຈສ້າງ “ບ່ອນຢັ້ງຢືນອັນເລິກເຊິ່ງເຖິງວັດທະນະທໍາຂອງລາວ, ທີ່ປະສົມປະສານລະຫວ່າງສິລະປະດັ້ງເດີມ ແລະ ທັນສະໄໝ, ສ້າງແຮງບັນດານໃຈໃຫ້ເກີດຄວາມສາມັກຄີ ແລະ ຄວາມພາກພູມໃຈ ທັງໝັ້ນໃຈວ່າ “ສິລະປະລາວສາມາດຢືນຢູ່ເທິງເວທີໂລກໄດ້ຢ່າງສະຫງ່າງາມ ແລະ ຍືນຍົງ”. ດ້ານເສດຖະກິດ; ພາລະກິດດ້ານວັດທະນະທໍານີ້ ສອດຄ່ອງກັບແຜນຍຸດທະສາດການພັດທະນາແບບຍືນຍົງ ແລະ ການເຕີບໂຕສີຂຽວຂອງລັດຖະບານ, ຫໍພິພິທະພັນແຫ່ງນີ້ ໄດ້ອອກແບບມາ ເພື່ອເປັນກົນໄກຂັບເຄື່ອນການເຕີບໂຕທາງດ້ານເສດຖະກິດ; ເປົ້າໝາຍຄືຕ້ອງການດຶງດູດນັກທ່ອງທ່ຽວ, ທັງສ້າງແຫລ່ງທ່ອງທ່ຽວທີ່ດີ ໃນເອກະລັກການທ່ອງທ່ຽວວັດທະນະທໍາ ຈາກບັນພະບູລຸດຮຸ່ນສູ່ຮຸ່ນ, ຈາກວັດຖຸບູຮານ, ທໍາມະຊາດ, ຈາກສິ່ງປະດິດສີໄມ້ລາຍມື ຈົນເຖິງສິລະປະຮ່ວມສະໄໝ, ເປັນເອກະລັກຂອງບ້ານເມືອງ ແລະ ຂອງຊາດລາວເຮົາ, ສ້າງລາຍຮັບໃຫ້ແກ່ຊຸມຊົນທ້ອງຖິ່ນ ແລະ ສ້າງວຽກເຮັດງານທໍາໃຫ້ແກ່ສັງຄົມ; ສະຖານທີ່ແຫ່ງນີ້ ເປັນຈຸດໝາຍປາຍທາງສໍາຄັນຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃນທົ່ວໂລກ. ສະຫາຍ ພິຊິດ ໄຊຍະທິດ ກ່າວ. 
   ທ່ານກ່າວຕື່ມວ່າ: ຈິດໃຈຂອງນັກວິຈິດສິນ, ນັກຈິດຕະກອນລາວ ໄດ້ຖືກສອດແຊກຢູ່ໃນທຸກສ່ວນຂອງຫໍພິພິທະພັນ, ງານແກະສະລັກໄມ້ອັນງົດງາມ ທີ່ເປັນຫົວໃຈຂອງຄັງສະສົມ ບໍ່ໄດ້ມາຈາກປ່າໄມ້ທີ່ສົມບູນ, ແຕ່ຖືກສ້າງຂຶ້ນຈາກຕົ້ນໄມ້ທີ່ຕາຍແລ້ວ, ເສດໄມ້ຈາກເຂດນໍ້າຖ້ວມ ແລະ ຕໍໄມ້ທີ່ເກັບມາຈາກໄຮ່ນາ”. ສິ່ງທີ່ເຄີຍຖືກເບິ່ງວ່າ ເປັນສິ່ງເສດເຫລືອ ໄດ້ຖືກປ່ຽນໃຫ້ກາຍເປັນງານສິລະປະອັນລ້ຳຄ່າ, ມັນເປັນສິ່ງພິສູດເຖິງຈິດໃຈຂອງຄົນລາວ ທີ່ສາມາດນໍາເອົາສິ່ງທີ່ເສດເຫລືອ ຫລື ຖືກຖິ້ມ ມາສ້າງເປັນສິ່ງທີ່ມີຄຸນຄ່າ ແລະ ຄວາມງາມອັນຍືນຍົງ.  
   ຫໍພິພິທະພັນບໍ່ພຽງແຕ່ເປັນອາຄານ, ແຕ່ຍັງເປັນສັນຍະລັກໃໝ່ຂອງນະຄອນຫລວງວຽງຈັນ, ເປັນກໍາລັງໃຈ ແລະ ແສງສະຫວ່າງແຫ່ງຄວາມສໍາເລັດຮ່ວມກັນ; ຜົນຕອບຮັບຈາກປະຊາຊົນກໍເປັນທີ່ໜ້າພໍໃຈ; ຜົນສໍາເລັດຂັ້ນຕົ້ນ ແມ່ນເຫັນໄດ້ຊັດເຈນຈາກຈໍານວນຜູ້ເຂົ້າຊົມສະເລ່ຍປະມານ 1.500 ຄົນຕໍ່ວັນ; ນັບແຕ່ມື້ເປີດ ວັນທີ 5 ມັງກອນ 2025 ມາເຖິງວັນທີ 30 ສິງຫາ 2025 ມີຜູ້ເຂົ້າຊົມ 300.000 ກວ່າເທື່ອຄົນ. ນີ້ບໍ່ແມ່ນພຽງຕົວເລກ, ແຕ່ມັນຄືຕົວຊີ້ວັດທີ່ສໍາຄັນຂອງ “ເສດຖະກິດວັດທະນະທໍາ ທີ່ກໍາລັງເຕີບໃຫຍ່, ມັນເປັນສິ່ງພິສູດໃຫ້ເຫັນວ່າ ການລົງທຶນໃສ່ເອກະລັກ ແລະ ຈິດວິນຍານຂອງຊາດ ຍ່ອມໃຫ້ຜົນຕອບແທນທີ່ເປັນຮູບປະທໍາ; ນັກທ່ອງທ່ຽວແຕ່ລະຄົນ ໄດ້ປະກອບສ່ວນເຂົ້າໃນການຂັບເຄື່ອນເສດຖະກິດ, ສະໜັບສະໜູນວຽກເຮັດງານທໍາ ແລະ ສ້າງລາຍຮັບໃຫ້ແກ່ທຸລະກິດອື່ນໆໃນທ້ອງຖິ່ນ.
   ຜົນສໍາເລັດທີ່ແທ້ຈິງຈະໄດ້ຮັບການບັນທຶກໄວ້ໃນໜ້າປະຫວັດສາດຂອງຊາດ, ຫໍພິພິທະພັນສິລະປະລາວ ບໍ່ແມ່ນອະນຸສອນສະຖານຂອງອະດີດ, ແຕ່ເປັນສູນກາງແຫ່ງການຮຽນຮູ້ ເພື່ອອະນາຄົດ; ພວກເຮົາຈະຈັດການຝຶກອົບຮົມ, ສໍາມະນາ, ແລະ ກິດຈະກໍາທາງວັດທະນະທໍາ ເພື່ອສ້າງແຮງບັນດານໃຈໃຫ້ແກ່ເຍົາວະຊົນ ແລະ ສົ່ງເສີມຄວາມຄິດສ້າງສັນຂອງພວກເຂົາ. ສະຖານທີ່ແຫ່ງນີ້ ຈະເປັນເວທີໃຫ້ສິລະປິນລາວ ໄດ້ສະແດງຜົນງານ, ເພື່ອຮັບປະກັນວ່າມໍລະດົກທາງສິລະປະຂອງພວກເຮົາ ຈະບໍ່ພຽງແຕ່ຄົງຕົວ, ແຕ່ຈະເຕີບໃຫຍ່ເຂັ້ມແຂງໄປສູ່ຄົນຮຸ່ນຫລັງ.
   ອີກເທື່ອໜຶ່ງ ໂຄງການອັນຍິ່ງໃຫຍ່ນີ້ ຈະບໍ່ສາມາດເກີດຂຶ້ນໄດ້ເລີຍ ຖ້າປາສະຈາກການສະໜັບສະໜູນອັນແຂງແຮງ ແລະ ເປັນຮູບປະທໍາຈາກລັດຖະບານ ກໍຄື ອໍານາດການປົກຄອງນະຄອນຫລວງວຽງຈັນ; ນະໂຍບາຍຂອງພັກ ແລະ ລັດ ໄດ້ໃຫ້ການຊ່ວຍເຫລືອໃນຫລາຍດ້ານ, ນັບຕັ້ງແຕ່ການຮັບປະກັນດ້ານຄວາມຍືນຍົງຂອງສິ່ງແວດລ້ອມ, ການສົ່ງເສີມເຕັກນິກກະສິກໍາທີ່ທັນສະໄໝ, ຈົນເຖິງການອະນຸມັດແຜນການກໍ່ສ້າງພື້ນຖານໂຄງລ່າງທີ່ໝັ້ນຄົງ. ນອກຈາກນັ້ນ, ກໍຍັງມີພະສົງຫລາຍວັດ ໄດ້ເຂົ້າມາມີສ່ວນຮ່ວມອອກລາຍສິລະປະຂອງລາວແຕ່ລະຍຸກຈາກບັນພະບູລຸດ 5.000 ປີ.
    ໂດຍ: ຢ່າຕົ່ງ; ພາບ: ໄອຄຳ
KPL

ຂ່າວອື່ນໆ

ads
ads

Top