ຊາວພຸດຮ່ວມເປັນເຈົ້າພາບເຈົ້າສັດທາ ບຸນຜ້າປ່າສາມັກຄີຖວາຍໃຫ້ວັດບ້ານໂພນຂາມ

30/09/2025 13:08
ຂປລ ຂປລ. ເມື່ອບໍ່ດົນມານີ້, ຊາວພຸດທະສາສະນິກະຊົນລາວບັນດາເຜົ່າຢູ່ເມືອງຫາດຊາຍຟອງ

    ຂປລ. ເມື່ອບໍ່ດົນມານີ້, ຊາວພຸດທະສາສະນິກະຊົນລາວບັນດາເຜົ່າຢູ່ເມືອງຫາດຊາຍຟອງ ແລະ ເມືອງອ້ອມຂ້າງໃນນະຄອນຫລວງວຽງຈັນ ຫລາຍກວ່າ 100 ຄົນ  ເຊິ່ງນຳໂດຍພະອາຈານ ສຸກັນຍາ ເຈົ້າອະທິການວັດດົງໂພສີສະ  ຫວ່າງວົງ ແລະ ບັນດາພະສົງອົງຄະເຈົ້າໄດ້ເປັນເຈົ້າພາບເຈົ້າສັດທາບຸນຜ້າປ່າສາມັກຄີ ເພື່ອນຳເອົາວັດຖຸປັດໄຈຕ່າງໆຖວາຍໃຫ້ວັດບ້ານໂພນຂາມ ເມືອງໂພນໂຮງ ແຂວງວຽງຈັນ.
   ເຄື່ອງທີ່ນຳໄປຖວາຍໃນຄັ້ງນີ້ ປະກອບມີ: ຕົ້ນກະລາພຶກ, ທຽນພັນສາ, ສັງຂະທານ ແລະ ອື່ນໆ ພ້ອມທັງຍັງໄດ້ລະດົມທຶນຕໍ່ຍອດ ເພື່ອປະກອບສ່ວນສ້າງສາພັດທະນາວັດບ້ານໂພນຂາມ ເປັນຕົ້ນສ້າງໂຮງອາຫານ (ຫ້ອງແຕ່ງກິນ) ແລະ ອື່ນໆ ທັງນີ້ກໍເພື່ອເປັນບຸນເປັນກຸສົນເຮັດໃຫ້ວັດບ້ານໂພນຂາມ ເມືອງໂພນໂຮງ ແຂວງວຽງຈັນ ມີຄວາມສົມບູນແບບຂຶ້ນກວ່າເກົ່າ. ພ້ອມນີ້, ຍັງເປັນການປະກອບສ່ວນ ອຳນວຍຄວາມສະດວກໃຫ້ຜູ້ທີ່ມາຖວາຍຈັງຫັນ, ຖວາຍເພນ (ເອົາຂອງກິນຕ່າງໆໄປວັດ) ມີຄວາມສະດວກສະບາຍຂຶ້ນ ແລະ ເພື່ອໃຫ້ຊາວພຸດທະສາສະນິກະຊົນລາວບັນດາເຜົ່າຢູ່ພາຍໃນເມືອງໂພນໂຮງ ແຂວງວຽງຈັນ ແລະ ຊາວພຸດທະສາສະນິກະຊົນໃນຂອບເຂດທົ່ວປະເທດ ທີ່ກາຍໄປກາຍມາໄດ້ແວເຮັດບຸນສິນ, ກິນທານຢູ່ວັດດັ່ງກ່າວ ດ້ວຍຄວາມເບີກບານ, ຍິ້ມແຍ້ມແຈ່ມໃສ ແລະ ອື່ນໆ.

     ໂດຍ: ທະນູທອງ

KPL

ຂ່າວອື່ນໆ

ads
ads

Top