ຂປລ
ຂປລ. ໃນສົກຮຽນ 2025-2026 ນີ້ ຕົວເລກຄາດຄະເນຈໍານວນນັກສຶກສາລາວຈະເຂົ້າໄປຮຽນໃນ ສປ ຈີນ

ຂປລ. ໃນສົກຮຽນ 2025-2026 ນີ້ ຕົວເລກຄາດຄະເນຈໍານວນນັກສຶກສາລາວຈະເຂົ້າໄປຮຽນໃນ ສປ ຈີນ ອາດເພີ່ມຂຶ້ນເຖິງ 10%-15%.ອີງຕາມຂໍ້ມູນຈາກເວັບໄຊຟູນຄຣາມ (https:// fulcrum.sg/ tag/asean-china-relations/)ໄດ້ລາຍງານວ່າ: ນັບຕັ້ງແຕ່ປີ 2016 ເປັນຕົ້ນມາ, ນັກສຶກສາຈາກອາຊີຕາເວັນອອກສຽງໃຕ້ ໄດ້ກາຍເປັນກຸ່ມນັກສຶກສາຕ່າງຊາດຫລາຍທີ່ສຸດໃນຈີນ. ລະຫວ່າງສົກປີການສຶກສາ 2021-2022, ນັກສຶກສາຈາກອາຊີຕາເວັນອອກສຽງໃຕ້ ມີຈຳນວນປະມານ 30% ຂອງນັກສຶກສາຕ່າງປະເທດທັງໝົດໃນຈີນ ຫລື ປະມານ 100.000 ກວ່າຄົນ, ໃນຂະນະທີ່ມີນັກສຶກສາຈີນ ປະມານ 62.000 ຄົນ ກຳລັງຮຽນຢູ່ໃນປະເທດອາຊຽນ ແລະ ຄາດວ່າ ພາຍໃນປີ 2025 ນີ້ ຈີນ ມີເປົ້າໝາຍທີ່ຈະບັນລຸຈຳນວນການແລກປ່ຽນນັກສຶກສາສອງສົ້ນລະຫວ່າງຈີນ ແລະ ອາຊຽນ ທັງໝົດ 300.000 ຄົນ ໃນນັ້ນຄາດວ່ານັກສຶກສາລາວມາຮຽນໃນປະເທດຈີນອາດສູງເຖິງ 30.000 ພັນຄົນ, ຈາກຕົວເລກເດີມປະມານ 10.000-20.000 ຄົນໃນປີຜ່ານມາ, ເພີ່ມຂຶ້ນເຖິງ 10%-15%. ທ່າອ່ຽງເຮັດໃຫ້ນັກສຶກສາຈາກອາຊຽນ, ອາຟຣິກກາ, ອາເມລິກາໃຕ້, ເຂດຢູຣາເຊຍ ມາສຶກສາຮໍ່າຮຽນຢູ່ປະເທດຈີນ ນັບມື້ຫລາຍຂຶ້ນນັ້ນແມ່ນເກີດຈາກປັດໄຈຄ່າໃຊ້ຈ່າຍທີ່ຖືກກວ່າເມື່ອທຽບກັບປະເທດທີ່ພັດທະນາແລ້ວ, ມີຫລາຍໂຄງການການສອນເປັນພາສາຈີນ-ອັງກິດ ແລະ ພາສາທາງເລືອກ, ບົດບາດ ແລະ ອິດທິພົນໃນຄວາມໄວ້ເນື້ອເຊື່ອໃຈຂອງຈີນທີ່ມີຕໍ່ພາຍນອກ, ລະບົບການສຶກສາທີ່ມີຄຸນນະພາບສູງເພື່ອມຸ່ງເນັ້ນໃຫ້ສ້າງຊາດຫລາຍກວ່າ, ເປັນແບບຢ່າງໃນສ້າງລະບຽບວິໄນໃຫ້ນັກສຶກສາໄດ້ດີ, ໄດ້ຮັບແຮງສະໜັບສະໜູນຈາກຂອບການຮ່ວມມືຂໍ້ລິເລີ່ມ “ ໜຶ່ງແລວ ໜຶ່ງເສັ້ນທາງ”, ຈົບມາແລ້ວມີໂອກາດໄດ້ເຮັດວຽກງ່າຍຂຶ້ນເພາະມີນັກລົງທຶນຂອງຈີນໃນປະເທດນັ້ນໆຂ້ອນຂ້າງຫລາຍ ແລະ ລັດຖະບານຈີນໄດ້ມີການຈັດຕັ້ງປະຕິບັດໂຄງການແລກປ່ຽນທຶນການສຶກສາລະຫວ່າງອາຊຽນ-ຈີນ ແລະ ປະເທດອື່ນໆທີ່ກ່ຽວຂ້ອງເພື່ອຮ່ວມມືດ້ານການສຶກສາຢ່າງເລິກເຊິ່ງ.
ສໍາລັບການລົງທຶນຂອງຕ່າງປະເທດໃນລາວ ເຊິ່ງເປັນໜຶ່ງໃນປັດໄຈສໍາຄັນເຮັດໃຫ້ດຶງດູດນັກສຶກສາຕ້ອງສະແຫວງການສຶກສາທີ່ດີກວ່າໂດຍສະເພາະເລືອກເຂົ້າໄປຮຽນຢູ່ຈີນ, ເພື່ອເຮັດໃຫ້ເຂົາເຈົ້າມີໂອກາດໄດ້ເຮັດວຽກງ່າຍຂຶ້ນ ແລະ ເງິນເດືອນຂ້ອນຂ້າງສູງກວ່າພາຍຫລັງຮຽນຈົບມາ. ປັດຈຸບັນນີ້, ການລົງທຶນຂອງຕ່າງປະເທດຢູ່ລາວຖືວ່າຈີນຍັງເປັນຜູ້ລົງທຶນອັນດັບທີ 1 ໃນລາວດ້ວຍມູນຄ່າການລົງທຶນທັງໝົດ 15 ຕື້ກວ່າໂດລາ, ຫລາຍກວ່າ 900 ໂຄງການ, ອັນດັບທີ 2 ແມ່ນຫວຽດນາມ, ອັນດັບທີ 3 ໄທ, ອັນດັບທີ 4 ແມ່ນເກົາຫລີ ແລະ ອື່ນໆ.
ໂດຍ: ເກີດຂວັນໃຈ ມາລີຈັນສີ
KPL