ຂປລ
ຂປລ. ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ: ເມືອງວຽງໄຊ ແຂວງຫົວພັນ

ຂປລ. ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ: ເມືອງວຽງໄຊ ແຂວງຫົວພັນ ແມ່ນມີປະຫວັດຄວາມເປັນມາຕິດພັນກັບມູນເຊື້ອຂອງພັກ, ມູນເຊື້ອການຕໍ່ສູ້ປົດປ່ອຍຊາດ. ຂະນະທີ່ເມືອງວຽງໄຊ ກໍມີ 5 ຄຸນລັກສະນະສະເພາະຄື: ເປັນຖິ່ນເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າແຕ່ເໜືອຮອດໃຕ້ ລຸກຮືຂຶ້ນຕີຊະນະສັດຕູຜູ້ຮຸກຮານ; ເປັນຖານທີ່ໝັ້ນຂອງການປະຕິວັດລາວ; ເປັນເມືອງວິລະຊົນແຫ່ງຊາດ; ເປັນຖິ່ນກໍາເນີດແຫ່ງ ສປປ ລາວ ແລະ ເປັນເມືອງມໍລະດົກທາງດ້ານປະຫວັດສາດ ແລະ ທໍາມະຊາດ. ແນວໃດກໍດີ, ເຖິງວ່າເມືອງວຽງໄຊ ເປັນເມືອງພູດອຍ ມີພູຜາຄ້ອຍຊັນ ກວມ 90% ທັງຈັດເປັນເມືອງທຸກຍາກຂອງແຂວງຫົວພັນ ເຊິ່ງປະກອບມີ 5 ເຜົ່າຢູ່ຮ່ວມກັນຄື: ເຜົ່າລາວ, ເຜົ່າໄຕແດງ, ເຜົ່າມົ້ງ, ເຜົ່າກຶມມຸ ແລະ ເຜົ່າອີວມຽນ, ແຕ່ກໍມີທ່າແຮງຫລາຍດ້ານໃນການພັດທະນາເສດຖະກິດ-ສັງຄົມໃຫ້ມີການຂະຫຍາຍຕົວຕໍ່ເນື່ອງ. ອັນພົ້ນເດັ່ນແມ່ນການປູກຝັງ, ການລ້ຽງສັດ, ການບໍລິການທ່ອງທ່ຽວ ແລະ ຫັດຖະກໍາຕໍ່າຫູກ-ຈັກສານ.
ຕາມການໃຫ້ຮູ້ຂອງທ່ານ ນາງ ສວຍເພັດ ທອງສົມບັດ ເຈົ້າເມືອງວຽງໄຊ, ສສຊ ເຂດເລືອກຕັ້ງທີ 8 ແຂວງຫົວພັນ ໃນໂອກາດທີ່ທ່ານ ແກ້ວຈະເລີນ ເຊ່ຍປີ້ງຢ່າງ ຮອງປະທານກໍາມາທິການບັນດາເຜົ່າ ສະພາແຫ່ງຊາດ ພ້ອມຄະນະໄດ້ລົງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອມໍ່ໆນີ້ວ່າ: ສຳລັບຂົງເຂດເສດຖະກິດຂອງເມືອງວຽງໄຊ ແມ່ນມີ 4 ທ່າແຮງຂອງການພັດທະນາເສດຖະກິດ ຄື: ການປູກຝັງ, ການລ້ຽງສັດ, ການບໍລິການທ່ອງທ່ຽວ ແລະ ຫັດ ຖະກໍາຕໍ່າຫູກ-ຈັກສານ ເຊິ່ງຕະ ຫລອດໄລຍະຜ່ານມານີ້, ການນຳເມືອງວຽງໄຊ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມຂອງເມືອງເຂົ້າສູ່ລວງເລິກຕິດພັນກັບການຊຸກຍູ້ສົ່ງເສີມປະຊາຊົນເອົາໃຈໃສ່ທໍາການຜະລິດ ໂດຍອີງໃສ່ທ່າແຮງຂອງແຕ່ລະທ້ອງຖິ່ນ. ອັນພົ້ນເດັ່ນແມ່ນການປູກຝັງ, ລ້ຽງສັດ, ຫັດຖະກໍາຈັກສານ; ປັບປຸງລະບົບຊົນລະປະທານ ທີ່ຖືກຜົນກະທົບຈາກໄພພິບັດ; ຈັດຕັ້ງປະຕິບັດ, ຕິດຕາມ, ຊຸກຍູ້ ແລະ ຄຸ້ມຄອງບັນດາໂຄງການລົງທຶນຂອງລັດ ໂດຍສະເພາະແມ່ນໂຄງການກໍ່ສ້າງພື້ນຖານໂຄງລ່າງປີ 2025 ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ເກັບກໍາຂໍ້ມູນບັນດາໂຄງການເຊົ່າ-ສໍາປະທານຕ່າງໆ ເພື່ອປະເມີນຄືນ; ຊຸກຍູ້ການເກັບລາຍຮັບມາຮອດປັດຈຸບັນສາມາດເກັບລາຍຮັບໄດ້ 2,69 ຕື້ເທົ່າກັບ 76% ຂອງແຜນການປີ; ອອກໃບຕາດິນ, ການຈັດສັນທີ່ດິນ, ແກ້ໄຂບັນຫາທີ່ດິນທີ່ມີຄວາມຫຍຸ້ງຍາກ; ຊັບພະຍາກອນທໍາມະຊາດໄດ້ຮັບການຄຸ້ມຄອງ, ລົງຕິດຕາມ, ຊຸກຍູ້ການຄຸ້ມຄອງສິ່ງແວດລ້ອມ ແລະ ເຂົ້າຮ່ວມແກ້ໄຂບັນຫາຜົນກະທົບຕໍ່ສິ່ງແວດລ້ອມຂອງບັນດາໂຄງການຕ່າງໆ; ທຸກບ້ານໄດ້ມີເສັ້ນທາງເຂົ້າເຖິງ. ໃນນັ້ນ, ສາມາດທຽວໄດ້ 2 ລະດູ ມີ 64 ບ້ານ, ນໍາໃຊ້ ແລະ ປົກປັກຮັກສາເສັ້ນທາງໃນຂອບເຂດຄວາມຮັບຜິດຊອບຂອງຕົນ; ມີຫົວໜ່ວຍທຸລະກິດຂຶ້ນທະບຽນວິສາຫະກິດ 57 ຫົວໜ່ວຍ, ຊຸກຍູ້ກຸ່ມຫັດຖະກໍາຈັກສານ ໂດຍສະເພາະແມ່ນຂະບວນການສານແອບເຂົ້ານ້ອຍສາມາດເປັນສິນຄ້າໂອດັອບຂອງເມືອງ; ທົ່ວເມືອງມີໄຟຟ້າໃຊ້ ກວມເອົາ 95,19% (ຍັງ 5 ບ້ານ), ເຂດເທສະບານເມືອງ ມີນໍ້າປະປາຊົມໃຊ້ມີກົງເຕີປະມານ 1.300 ໜ່ວຍ, ມີສັນຍານໂທລະສັບ ກວມພື້ນທີ່ 87% ຂອງບ້ານ, ໜ່ວຍບໍລິການທະນາຄານໄດ້ລະດົມເງິນຝາກ ແລະ ບໍລິການສິນເຊື່ອໃຫ້ຜູ້ປະກອບການ ຫລື ຫົວໜ່ວວຍທຸລະກິດໄດ້ຢ່າງທົ່ວເຖິງ.
ທ່ານ ນາງ ສວຍເພັດ ທອງສົມບັດ ກ່າວຕື່ມວ່າ: ໃນໄລຍະຜ່ານມາ ເມືອງວຽງໄຊ ກໍຮັບຮອງເອົາ 5 ວິໄສທັດຈາກລັດຖະບານ. ໃນນັ້ນ, ອະນຸລັກເມືອງວຽງໄຊ ເປັນເມືອງມໍລະດົກແຫ່ງຊາດ; ສ້າງເມືອງວຽງໄຊ ເປັນເມືອງອຸດົມຮັ່ງມີ; ສ້າງເມືອງວຽງໄຊ ເປັນຕົວເມືອງຍ່າງທ່ຽວຊົມທໍາມະຊາດ; ສ້າງເມືອງວຽງໄຊ ເປັນເມືອງສະອາດງາມຕາ ແລະ ສ້າງເມືອງວຽງໄຊ ເປັນເມືອງສຸຂະພາບແຂງແຮງ.
KPL