ຂປລ
ສປ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫລີ ໄດ້ເປັນເອກະພາບ ຮ່ວມມືກັນ ໃນການຮັບມືກັບ ການປ່ຽນແປງ ຂອງດິນຟ້າອາ ກາດ, ກ່ຽວກັບ ການຮັບຮອງເອົາ ແຜນການກະທຳຮ່ວມໃນ 5 ປີ ຈະມາເຖິງ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ສປ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫລີ ໄດ້ເປັນເອກະພາບ ຮ່ວມມືກັນ ໃນການຮັບມືກັບ ການປ່ຽນແປງ ຂອງດິນຟ້າອາກາດ, ກ່ຽວກັບ ການຮັບຮອງເອົາ ແຜນການກະທຳຮ່ວມໃນ 5 ປີ ຈະມາເຖິງ. ບັນດາລັດຖະມົນຕີ ສິ່ງແວດລ້ອມຂອງ 3 ປະເທດ ບັນລຸໄດ້ຄວາມເຫັນດີ ຢູ່ ກອງປະຊຸມ ສາມຝ່າຍ ທີ່ຈັດຂື້ນຢູ່ ນະຄອນ ຢານໄຖ, ແຂວງ ຊານຕົງ ຂອງ ສປ ຈີນ. ຕາມຖະແຫລງການຮ່ວມ, ແຜນການກະທຳຮ່ວມ ໄລຍະ 2026-2030 ຈະສຸມໃສ່ 8 ຂົງເຂດ ບູລິມະສິດ, ໃນນັ້ນ ຈະມີການກຳຈັດ ຂີ້ເຫຍື້້ອ ປະເພດຢາງ(ປຣາດສະຕິກ). ລັດຖະມົນຕີ ສິ່ງແວດ ລ້ອມ ແລະ ຊີວະພາບ ຈີນ ທ່ານ ຫວາງ ຣັນຈິ (Huang Runqiu) ໄດ້ຢັ້ງຢືນ ຈະຊຸກຍູ້ ການຮ່ວມມື ສາກົນ ເພື່ອແນໃສ່ ການຮັບມືກັບ ບັນດາຜົນກະທົບ ທີ່ເກີດຈາກ ການປ່ຽນແປງ ຂອງດິນຟ້າອາ ກາດ. ທ່ານ ກີຊິໂຣ ອາຊາວ (Keiichiro Asao) ລັດຖະມົນຕີ ກະຊວງສິ່ງແວດລ້ອມ ຍີ່ປຸ່ນ ໃຫ້ຮູ້ວ່າ ຍີ່ປຸ່ນ ສາມາດປະກອບສ່ວນເຂົ້າໃນ ຄວາມພະຍາຍາມລວມ ໂດຍການສະໜອງຂໍ້ມູນ ການປ່ອຍ ອາຍພິດ ເຮືອນແກ້ວ ຢ່າງໂປ່ງໃສ, ໂດຍການນຳໃຊ້ ເຕັກໂນໂລຊີ ວັດແທກ ຜ່ານດາວທຽມ. ສ່ວນລັດຖະມົນຕີ ກະຊວງສີ່ງແວດລ້ອມ ສ. ເກົາຫລີ ທ່ານ ຄີມສຸງຫວານ (Kim Sung Hwan) ກໍ່ເນັ້ນໜັກ ຄວາມ ຈຳເປັນ ທີ່ຈະຕ້ອງຫັນປ່ຽນໄປສູ່ສັງຄົມ ທີ່ຫລຸດຜ່ອນ ການນໍາໃຊ້ ເຊື້ອໄຟຟອກຊິວ ລະດັບສູງສຸດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL