ຂປລ
ຂປລ. ເມື່ອເວົ້າເຖິງເຂົ້າປຸ້ນແຈ່ວຂີງ ຖືວ່າເປັນອາຫານເຍືອງໜຶ່ງທີ່ຖືກປາກຖືກໃຈຫລາຍໆຄົນ

ຂປລ. ເມື່ອເວົ້າເຖິງເຂົ້າປຸ້ນແຈ່ວຂີງ ຖືວ່າເປັນອາຫານເຍືອງໜຶ່ງທີ່ຖືກປາກຖືກໃຈຫລາຍໆຄົນ ໂດຍສະເພາະແມ່ຍິງຈະມັກກິນຫລາຍດ້ວຍລົດຊາດທີ່ແຊບຊ້ອຍຈາກການປຸງດ້ວຍນໍ້າປາແດກທີ່ແຊບນົວ, ແຈ່ວຂີງ ແລະ ເຄື່ອງປຸງອື່ນໆ. ບອກເລີຍວ່າເຂົ້າກັນແບບສຸດໆ, ບໍ່ພໍເທົ່ານີ້ ຍັງມີການເພີ່ມຄວາມແຊບດ້ວຍປີ້ງປາ, ປີ້ງໄກ່, ລວກຍໍ່, ລວກຊີ້ນ ແລະ ອື່ນໆ ເສີມຕື່ມອີກ ເພື່ອດຶງດູດລູກຄ້າເພາະປັດຈຸບັນທຸລະກິດຮ້ານອາຫານເຂົ້າປຸ້ນແຈ່ວຂີງ ແມ່ນມີຫລາຍຮ້ານ ແລະ ແຕ່ລະຮ້ານກໍມີຈຸດພິເສດຄວາມແຊບທີ່ເປັນເອກະລັກແຕກຕ່າງກັນໄປທີ່ສາມາດມັດໃຈລູກຄ້າໄດ້ ແລະ ໃນຫລາຍໆຮ້ານທີ່ເວົ້າມານີ້, ໜຶ່ງໃນນັ້ນກໍຄືຮ້ານເຂົ້າປຸ້ນແຈ່ວຂີງ ນາງ ກີ້ ຢູ່ບ້ານໂພເງິນ, ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ ກໍເປັນອີກຮ້ານໜຶ່ງທີ່ສາມາດມັດໃຈລູກຄ້າໄດ້ທັງເກົ່າ ແລະ ໃໝ່ ທີ່ລັ່ງໄຫລເຂົ້າມາໃຊ້ບໍລິການ ເຊິ່ງຮ້ານຂອງເພິ່ນມີສູດມັດໃຈລູກຄ້າແນວໃດນັ້ນເຮົາພວກມາຟັງຄໍາຕອບນໍາກັນເລີຍ.

ນາງ ສອນໄຊ ທູນວິໄລ (ກີ້) ເຈົ້າຂອງຮ້ານເຂົ້າປຸ້ນແຈ່ວຂີງ ນາງ ກີ້ ໃຫ້ຮູ້ວ່າ: ຈຸດເລີ່ມຕົ້ນກ່ອນຈະມາເປີດຮ້ານອາຫານແມ່ນເຄີຍເຮັດວຽກເປັນພະນັກງານກິນເງິນເດືອນເປັນເວລາ 4-5 ປີມາກ່ອນ, ແຕ່ຍ້ອນຄວາມຫຍຸ້ງຍາກຫລາຍຢ່າງຈຶ່ງໄດ້ປຶກສາກັບຄອບຄົວເພື່ອຫາຊ່ອງທາງອື່ນໃນການສ້າງເສດຖະກິດຄອບຄົວເນ່ືອງຈາກວ່າ ສະຖານທີ່ເໝາະສົມຢູ່ແລ້ວ, ຫລັງຈາກນັ້ນກໍໄດ້ອອກຈາກວຽກປະຈຳ ແລະ ໄດ້ຕັດສິນໃຈມາເຮັດທຸລະກິດຮ້ານອາຫານກັບຄອບຄົວ ເຊິ່ງທຳອິດກໍເປີດຮ້ານຊີ້ນດາດແບບບຸບເຟ້ ໄລຍະທຳອິດຜົນຕອບຮັບຈາກລູກຄ້າກໍດີ ເມື່ອເຮັດໄປໄດ້ໄລຍະໜຶ່ງກໍພົບກັບວິກິດດ້ານເສດຖະກິດເປັນຕົ້ນເງິນເຟີ້, ລາຄາສິນຄ້າໃນທ້ອງຕະຫລາດເໜງຕີງຂຶ້ນສູງ ເຮັດໃຫ້ຕົ້ນທຶນສິນຄ້າສູງຂຶ້ນຫລາຍຈົນກໍາໄລເກືອບບໍ່ມີ, ເມື່ອເປັນດັ່ງນັ້ນ ຈຶ່ງຫັນປ່ຽນມາເຮັດເຂົ້າປຸ້ນແຈ່ວຂີງແທນ ເນື່ອງຈາກວ່າປະຊາຊົນເຂດນີ້ ມີມູນເຊື້ອການເຮັດເຂົ້າປຸ້ນມາແຕ່ດົນນານແລ້ວເວົ້າລວມ, ເວົ້າສະເພາະຕົນເອງພໍໃຫຍ່ຮູ້ຈັກຄວາມກໍໄດ້ກິນແລ້ວ.ອີກຢ່າງໜຶ່ງພີ່ນ້ອງກໍເຮັດອາຊີບນີ້ຫລາຍຄົນ ຈຶ່ງໄດ້ໄປຮຽນຮູ້ສູດຕ່າງໆນຳເພິ່ນ ແລ້ວມາປັບປຸງໃນແບບສະບັບຂອງຮ້ານເຮົາເອງ ເພື່ອສ້າງເອກະລັກເປັນຂອງຮ້ານ ໂດຍລາຍການອາຫານຫລັກຂອງຮ້ານແມ່ນເຂົ້າປຸ້ນແຈ່ວຂີງ ແມ່ນມີ 3 ແບບໃຫ້ລູກຄ້າໄດ້ເລືອກຄື: ຊຸດນ້ອຍ, ກາງ ແລະ ຊຸດໃຫຍ່ ເຊິ່ງລາຄາເລີ່ມຕົ້ນຊຸດນ້ອຍ 30.000 ກີບ, ຊຸດກາງ 40.000 ກີບ ແລະ ຊຸດໃຫຍ່ແມ່ນ 60.000 ກີບ ໃນນັ້ນຈະມີເຄື່ອງຄຽງໃຫ້ພ້ອມ, ສ່ວນ, ປີ້ງໄກ່, ປີ້ງປາ, ລວກຍໍ່ແມ່ນສັ່ງຕາກຫາກຄື ປີ້ງໄກ່ ລາຄາ 130.000 ກີບ/ໂຕ, ປີ້ງປາ 75.000-100.000 ກີບ/ໂຕ, ລວກຊີ້ນ, ຍໍ່ 30.000 ກີບ/ຈານ ຫລື ຖ້າສັ່ງແຍກລວກຊີ້ນ ແມ່ນ 15.000 ກີບ, ລວກຍໍ່ 15.000 ກີບເຊັ່ນດຽວກັນ, ຂຽບໝູ່ຖົງ 12.000 ກີບ. ນອກນີ້, ຍັງມີເຂົ້າໜຽວ ແລະ ເຄື່ອງດື່ມປະເພດຕ່າງໆ, ສ່ວນຕໍາໝາກຫຸ່ງແມ່ນລູກຄ້າຕຳເອງບໍ່ເສຍຄ່າ (ຟີຣ) ໄວ້ບໍລິການລູກຄ້າ. ສໍາລັບຄວາມພິເສດຂອງຮ້ານເຮົາທີ່ດຶງດູດລູກຄ້າໃນແຕ່ລະມື້ຄື ການໃຊ້ວັດຖຸດິບທີ່ສົດໃໝ່ ເຂົ້າປຸ້ນແມ່ນຈະບີບສົດໆໃໝ່ໃຫ້ລູກຄ້າເລີຍ ໂດຍທາງຮ້ານຈະບໍ່ບີບເຂົ້າປຸ້ນປະໄວ້. ພ້ອມນັ້ນ, ຖ້າລູກຄ້າຕ້ອງການເສັ້ນໃຫຍ່ກໍຈະບີບເສັ້ນໃຫຍ່ ຫລື ຕ້ອງການເສັ້ນນ້ອຍທາງຮ້ານກໍບີບໃຫ້ໄດ້ຕາມຄວາມຕ້ອງການຂອງລູກຄ້າ. ນອກນັ້ນ. ນໍ້າປາແດກກໍແມ່ນຫົວໃຈຫລັກຂອງເຂົ້າປຸ້ນແຈ່ວຂີງ ຈຶ່ງໄດ້ຕົ້ມຂ້ຽວເປັນພິເສດ ເພື່ອໃຫ້ໄດ້ລົດຊາດທີ່ເຂັ້ມຂຸ້ນຫອມແຊບນົວເພື່ອເຮັດໃຫ້ລູກຄ້າຕິດໃຈ. ຂະນະທີ່ບາງຄົນໄດ້ຊື້ນ້ຳປາແດກຕິດໄມ້ຕິດມືກັບບ້ານນຳກໍມີ ເຊິ່ງຂາຍໃນລາຄາ 80.000 ກີບ/ກິໂລ, ສ່ວນປາ ແລະ ໄກ່ ທີ່ນໍາມາປີ້ງນັ້ນ ກໍເລືອກເອົາໂຕພໍດີບໍ່ໃຫຍ່ ແລະ ບໍ່ນ້ອຍຈົນເກີນໄປ ເມື່ອນຳມາປີ້ງແລ້ວເຮັດໃຫ້ຊີ້ນນຸ່ມ ເມື່ອຮັບປະທານກັບເຂົ້າປຸ້ນຍິ່ງເພີ່ມລົດຊາດຂຶ້ນຕື່ມ ແລະ ອີກປັດໄຈໜຶ່ງທີ່ຂາດບໍ່ໄດ້ຄືຄວາມເອົາໃຈໃສ່ທຸກຂັ້ນຕອນ ເພື່ອໃຫ້ລູກຄ້າໄດ້ກິນອາຫານທີ່ສະອາດ, ແຊບ ແລະ ບໍລິການວ່ອງໄວ ຍິ້ນແຍ້ມແຈ່ມໃສເວົ້າມ່ວນກັບລູກຄ້າ.

ນາງ ສອນໄຊ ເວົ້າຕື່ມວ່າ: ນອກຈາກຂາຍຢູ່ໃນຮ້ານແລ້ວຍັງຮັບອອກງານ ໂດຍລາຄາເຂົ້າປຸ້ນເປົາໜຶ່ງຂຶ້ນໄປໃນລາຄາ 3.000.000-3.500.000 ກີບ ຈະໄດ້ປະມານ 180-200 ຖ້ວຍ ໃນນັ້ນ ແມ່ນມີເຄື່ອງຄຽງເຂົ້າປຸ້ນທຸກຢ່າງຂອງທາງຮ້ານ (ບໍ່ລວມປີ້ງປາ, ປີ້ງໄກ່). ສຸດທ້າຍຢາກເຊີນຊວນລູກຄ້າທຸກໆທ່ານຖ້າມີໂອກາດໄດ້ກາຍໄປກາຍມາທາງບ້ານໂພເງິນ ກໍມາລອງຊີມລົດຊາດເຂົ້າປຸ້ນແຈ່ວຂີງແຊບໆແບບມີເອກະລັກສະເພາະຂອງຮ້ານເຮົາ ຮັບຮອງວ່າທ່ານຈະບໍ່ຜິດຫວັງແນ່ນອນ ບໍ່ວ່າຈະເປັນລົດຊາດອາຫານ ແລະ ການບໍລິການທີ່ໜ້າປະທັບໃຈ.
ຮ້ານເຂົ້າປຸ້ນແຈ່ວຂີງ ນາງ ກີ້ ເປີດບໍລິການລູກຄ້າທຸກໆມື້ ເວລາ 8:00ໂມງ-17:00 ໂມງ, ສະຖານທີ່ຕັ້ງຢູ່ບ້ານໂພເງິນ, ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ, ຂໍ້ມູນເພີ່ມເຕີມສອບຖາມໄດ້ທີ່ເບີ 020 28149391.
ໂດຍ: ມາລີດາ

KPL