ການຈັດຕັ້ງປະຕິບັດ ສ ສະອາດ ຍັງບໍ່ໄດ້ດີ

30/09/2025 13:55
ຂປລ ຂປລ. ການຈັດຕັ້ງປະຕິບັດ ສ ສະອາດ ຢູ່ນະຄອນຫລວງວຽງຈັນ ຍັງບໍ່ທັນໄດ້ດີເທົ່າຄວນ ໂດຍສະເພາະແມ່ນບັນຫາການເກັບມ້ຽນຂີ້ເຫຍື້ອຕ່າງໆ


      ຂປລ. ການຈັດຕັ້ງປະຕິບັດ ສ ສະອາດ ຢູ່ນະຄອນຫລວງວຽງຈັນ ຍັງບໍ່ທັນໄດ້ດີເທົ່າຄວນ ໂດຍສະເພາະແມ່ນບັນຫາການເກັບມ້ຽນຂີ້ເຫຍື້ອຕ່າງໆ ເຊິ່ງຍັງປະກົດໃຫ້ເຫັນຢູ່ບັນດາເສັ້ນທາງຫລວງ, ທາງຮ່ອມ. ອັນພົ້ນເດັ່ນແມ່ນຢູ່ເສັ້ນທາງຕັດໃໝ່ແຕ່ທາງ 450 ປີ ອອກໄປໃສ່ສີ່ແຍກບ້ານເມືອງນ້ອຍ ເມືອງໄຊເສດຖາ (ຈຸດຂົວ) ແມ່ນໄດ້ກາຍເປັນສະໜາມຂີ້ເຫຍື້ອຂະໜາດໜ້ອຍໄປແລ້ວ ເຊິ່ງກອງຂີ້ເຫຍື້ອດັ່ງກ່າວ ໄດ້ສ້າງພາບພົດບໍ່ງາມຕາ ແລະ ຍິ່ງເພີ່ມຂຶ້ນຍັບມໍ່ເຂົ້າມາໃກ້ແຄມທາງໃນແຕ່ລະມື້, ຖ້າບໍ່ມີການແກ້ໄຂຄາດວ່າອີກບໍ່ດົນກອງຂີ້ເຫຍື້ອດັ່ງກ່າວ ອາດຈະຍັ່ງຍາຍໄປທົ່ວບໍລິເວນນີ້.    
  ແນວໃດກໍດີ, ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກນະຄອນຫລວງວຽງຈັນ ຄັ້ງທີ VIII ທົ່ວນະຄອນຫລວງວຽງຈັນລ້ວນແຕ່ໄດ້ເອົາໃຈໃສ່ປຸກລະດົມທົ່ວສັງຄົມເອົາໃຈໃສ່ອະນາໄມຢູ່ບັນດາເສັ້ນທາງ, ສຳນັກງານອົງການ ຕິດພັນກັບການຕິດທຸງພັກ, ທຸງຊາດຢູ່ເສັ້ນທາງຕ່າງໆ, ສຳນັກງານອັນເຮັດໃຫ້ນະຄອນຫລວງວຽງຈັນ ມີສີສັນບັນຍາກາດຟົດຟື້ນ ເບິ່ງແລ້ວສວຍງາມ ເຊິ່ງສະແດງໃຫ້ເຫັນເຖິງຄວາມຍິນດີ ແລະ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກນະຄອນຫລວງວຽງຈັນ ຢ່າງສຸດອົກສຸດໃຈຂອງທົ່ວສັງຄົມຊາວນະຄອນຫລວງວຽງຈັນ.  
ແຕ່ແນວໃດກໍຕາມຂໍກ້ຽວໄປເວົ້າບັນຫາຂີ້ເຫຍື້ອຢູ່ປະເທດເຮົາຍັງເປັນສິ່ງທ້າທາຍຕະຫລອດມາ, ເຖິງວ່າພາກສ່ວນກ່ຽວຂ້ອງໄດ້ມີມາດຕະການຫລາຍອັນກໍຕາມ, ແຕ່ການຈັດຕັ້ງປະຕິບັດຕົວຈິງເຫັນວ່າຍັງມີຫລາຍຢ່າງທີ່ຕ້ອງໄດ້ເອົາໃຈໃສ່ປັບປຸງຄືນ ແລະ ມາຮອດປັດຈຸບັນປະຊາຊົນໃນຕົວເມືອງໃຫຍ່ ໂດຍສະເພາະແມ່ນນະຄອນຫລວງວຽງ ຈັນ ມີບາງບ້ານປະຊາຊົນຕ້ອງໄດ້ລໍຖ້າຫລາຍມື້ລົດເກັບຂີ້ເຫຍື້ອມາເກັບໄປຖິ້ມ. ສິ່ງດັ່ງກ່າວ ໄດ້ກາຍເປັນບັນຫາການຖິ້ມຂີ້ເຫຍື້ອຊະຊາຍ, ຫລາຍຄົວເຮືອນໄດ້ໃຊ້ວິທີກຳຈັດຂີ້ເຫຍື້ອດ້ວຍການຈູດ. ຂະນະທີ່ບາງຄອບຄົວບໍ່ມີບ່ອນຈູດກໍຕ້ອງໄດ້ຮັກສາຫລາຍມື້ອັນໄດ້ສ້າງຄວາມເປິະເປື້ອນ ແລະ ສົ່ງກິ່ນເໝັນຂຶ້ນ. ນອກຈາກນີ້, ປະຊາຊົນຈຳນວນໜຶ່ງກໍມັກງ່າຍດ້ວຍການນຳເອົາຂີ້ເຫຍື້ອໄປຖິ້ມຊະຊາຍຢູ່ແຄມທາງ. 
     ຢ່າງໃດກໍ່ຕາມ, ພາຍໃຕ້ການນຳພາ-ຊີ້ນຳຂອງອົງຄະນະພັກນະຄອນຫລວງວຽງຈັນ, ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ໄດ້ເອົາໃຈໃສ່ ເລັ່ງແກ້ໄຂບັນຫາການໃຫ້ບໍລິການເກັບມ້ຽນຂີ້ເຫຍື້ອໃຫ້ເປັນປົກກະຕິ ໂດຍ ໄດ້ປະສານສົມທົບຕິດຕາມຢ່າງໃກ້ຊິດ ແລະ ໄດ້ເຊີນເອົາຜູ້ປະກອບການເກັບມ້ຽນຂີ້ເຫຍື້ອມາປະຊຸມຮ່ວມກັນ ເພື່ອປຶກສາຫາລື ຊອກຫາສາເຫດ ແລະ ວິທີທາງແກ້ໄຂ ໃນນັ້ນ ສາເຫດຫລັກທີ່ເຮັດໃຫ້ການເກັບມ້ຽນຂີ້ເຫຍື້ອຊັກຊ້າ ເກີດຈາກການຂາດແຮງງານ, ພາ ຫະນະບໍ່ພຽງພໍ,  ພະນັກງານເກັບມ້ຽນຂີ້ເຫຍື້ອບາງກໍລະນີລັກເກັບເງິນເພີ່ມໂດຍທີ່ທາງບໍລິສັດບໍ່ຮັບຮູ້ ທັງບໍ່ເອົາໃຈໃສ່ໃນການໃຫ້ບໍລິການ ແລະ ອື່ນໆ ຈຶ່ງກາຍເປັນຂໍ້ຫຍຸ້ງຍາກໃນຂອດການໃຫ້ບໍລິການ, ແຕ່ມາຮອດປັດຈຸບັນແຕ່ລະບັນຫາແມ່ນໄດ້ຮັບການແກ້ໄຂ ແລະ ເຮັດໃຫ້ການເກັບມ້ຽນຂີ້ເຫຍື້ອກັບສູ່ສະພາບປົກກະຕິແຕ່ກໍ່ຍັງມີຈຳນວນໜຶ່ງໃນບາງຂອບເຂດທີ່ຍັງຄ້າງຄາ ໂດຍຈະແກ້ໄຂໃຫ້ສຳເລັດໂດຍໄວ.
      ເມື່ອລັດຖະບານມີນະໂຍບາຍເປັນບ່ອນອີງການດຳເນີນງານຄືແນວນັ້ນແລ້ວ, ຢາກສ້າງປະເທດເຮົາເປັນປະເທດທີ່ສະອາດງາມຕາ ທັງດຶງດູດແຂກມາທ່ຽວຊົມ, ພັກຜ່ອນຢ່ອນອາລົມນັ້ນ, ຕ້ອງໄດ້ຮີບຮ້ອນແກ້ໄຂການເກັບຂີ້ເຫຍື້ອຢ່າງທົ່ວເຖິງ ແລະ ທັນເວລາ, ພ້ອມດຽວກັນກໍເພີ່ມຂີດຄວາມສາມາດຂອງບຸກຄະລາກອນ, ອຸປະກອນພາຫະນະຮັບໃຊ້ທີ່ຈຳເປັນ, ການເຊັນສັນຍາພາກສ່ວນເອກະຊົນທີ່ໃຫ້ບໍລິການເກັບຂີ້ເຫຍື້ອໃຫ້ມີຄວາມໂປ່ງໃສ, ຮັດກຸມທັງເຊື່ອຖືໄດ້. ເຖິງເວລາແລ້ວທີ່ການຈັດການສິ່ງເສດເຫລືອ, ການເກັບຂີ້ເຫຍື້ອຕ້ອງໄດ້ເອົາໃຈໃສ່ຢ່າງຈິງຈັງ ເພື່ອຄວາມສວຍງາມຂອງຕົວເມືອງ, ສະພາບແວດລ້ອມທີ່ປອດໂປ່ງທີ່ສົ່ງຜົນດີສຸຂະພາບຂອງຄົນ ແລະ ສັດ.     
        ໂດຍ: ເຂົ້າຈານນ້ຳ

KPL

ຂ່າວອື່ນໆ

ads
ads

Top