ຂປລ. ແຂວງຄຳມ່ວນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢ່າງເປັນເຈົ້າດ້ວຍການໂຄສະນາ ແລະ ເຊື່ອມຊຶມບັນດາຄຳສັ່ງ, ມະຕິຕ່າງໆໃຫ້ແກ່ພະນັກງານ-ລັດຖະກອນ, ພໍ່ແມ່ປະຊາຊົນໄດ້ຮັບຮູ້ຢ່າງທົ່ວເຖິງອັນເຮັດໃຫ້ພາຍໃນແຂວງນັບມື້ມີຄວາມເປັນລະບຽບຮຽບຮ້ອຍເທື່ອລະກ້າວ.
ຕາມການໃຫ້ຮູ້ຂອງທ່ານ ພັນເອກ ຈັນໄຊ ນັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງຄໍາມ່ວນວ່າ: ພາຍຫລັງທີ່ສະພາແຫ່ງຊາດ ໄດ້ມີມະຕິເລກທີ 04/ສພຊ ຮັບຮອງເອົາການແກ້ໄຂບັນຫາຢາເສບຕິດເປັນວາລະແຫ່ງຊາດແຕ່ປີ 2021-2023 ເພື່ອຍົກລະດັບໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດເປັນວາລະແຫ່ງຊາດ ເຊິ່ງທຸກພາກສ່ວນ ແລະ ອົງການຈັດຕັ້ງສັງຄົມ ກໍ່ໄດ້ມີສ່ວນຮ່ວມໃນການແກ້ໄຂບັນຫາຢາເສບຕິດແຕ່ສູນກາງລົງຮອດທ້ອງຖິ່ນ. ສຳລັບຢູ່ແຂວງຄໍາມ່ວນ ກໍ່ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 02/ກມສພ, ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 19/ນຍ ວ່າດ້ວຍການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂບັນຫາຢາເສບຕິດ. ຈາກນັ້ນ ແຂວງຄໍາມ່ວນ ກໍ່ໄດ້ມີຄໍາສັ່ງ ເລກທີ 15/ຄປຈ.ຄມ, ຄໍາແນະນໍາ ເລກທີ 03/ຈຂ.ຄມ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂບັນຫາຢາເສບຕິດ. ຕໍ່ມາທາງກອງບັນຊາການ ປກສ ກໍ່ໄດ້ສ້າງແຜນການ ສະບັບເລກທີ 102/ປກສ.ຄມ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເລກທີ 20/ປກສ.ຄມ ໃນນັ້ນ ພວກເຮົາໄດ້ແຕ່ງຕັ້ງກອງເລຂາຄະນະຮັບຜິດຊອບຂັ້ນແຂວງ ແລະ ຂັ້ນເມືອງເປັນເສນາທິການ, ເປັນຜູ້ສ້າງແຜນ ພ້ອມທັງຕິດຕາມກວດກາຊຸກຍູ້ ແລະ ສະຫລຸບຖອດຖອນບົດຮຽນ ເພື່ອໃຫ້ຂັ້ນເທິງຮັບຊາບຢ່າງເປັນປົກກະຕິ.
ແນວໃດກໍ່ດີ, ຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາວຽກງານໂຄສະນາເຜີຍແຜ່ລະບຽບກົດ ໝາຍ ແລະ ຜົນຮ້າຍຂອງຢາເສບຕິດທັງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດໃຫ້ພະນັກງານ-ລັດຖະກອນ, ທະຫານ-ຕຳຫລວດ, ນັກຮຽນ-ນັກສຶກສາ ແລະ ປະຊາຊົນບັນດາເຜົ່າໄດ້ 213 ຄັ້ງ ມີຜູ້ເຂົ້າ ຮ່ວມທັງໝົດ 515.799 ເທື່ອຄົນ; ໄດ້ນໍາເອົາຜູ້ຖືກເຄາະຮ້າຍຈາກຢາເສບຕິດເຂົ້າສູນສຶກສາອົບຮົມ 69 ສູນ ຈໍານວນ 12.835 ຄົນ ຍິງ 312 ຄົນ. ໃນນັ້ນ, ສຶກສາອົບຮົມຢຸດເຊົາ 6.102 ຄົນ, ຍິງ 74 ຄົນ; ໄດ້ໂຄສະນາເຜີຍແຜ່ອອກຜ່ານສື່ມວນຊົນວິທະຍຸ-ໂທລະພາບ, ໜັງສືພີມ, ເວບໄຊ ແລະ ສື່ອອນລາຍຕ່າງໆ, ໂປດສະເຕີ ແລະ ປ້າຍໂຄ ສະນາດ້ວຍຫລາຍຮູບແບບ; ໄດ້ປັບປຸງກໍ່ສ້າງພື້ນຖານໂຄງລ່າງສູນບໍາບັດ ແລະ ເຮືອນພັກຊາຍ-ຍິງ 1 ຫລັງ, ສະໂມສອນກາງແຈ້ງ 1 ຫລັງ, ເຮືອນແຕ່ງກິນ 1 ຫລັງ; ມີຜູ້ບໍາບັດທັງໝົດ 246 ຄົນ, ຍິງ 3 ຄົນ; ໄດ້ສຶກສາອົບຮົມ, ປິ່ນປົວດີຂຶ້ນ ແລະ ມອບຄືນໃຫ້ຄອບຄົວ 124 ຄົນ, ຍິງ 3 ຄົນ, ຍັງສືບຕໍ່ປິ່ນປົວຈຳນວນໜຶ່ງ. ຄະນະຮັບຜິດຊອບກອງເລຂາແຂວງ, ເມືອງ ໄດ້ສະຫລຸບເກັບກໍາຂຶ້ນບັນຊີສະຖິຕິເປົ້າໝາຍລາຍນ້ອຍ, ລາຍກາງ, ລາຍໃຫຍ່; ຂຶ້ນບັນຊີເປົ້າໝາຍຄ້າຂາຍຢາເສບຕິດໄດ້ທັງໝົດ 1.029 ຄົນ, ຍິງ 159 ຄົນ, ລາຍໃຫຍ່ 60 ຄົນ, ຍິງ 5 ຄົນ, ລາຍກາງ 220 ຄົນ, ຍິງ 28 ຄົນ, ລາຍນ້ອຍ 749 ຄົນ, ຍິງ 126 ຄົນ. ໃນໄລຍະ 2021-2025 ສາມາດມ້າງຫລາຍຄະດີຢາເສບຕິດໄດ້ທັງໝົດ 1.595 ລາຍ, ຜູ້ຖືກຫາ 2.288 ຄົນ, ຍິງ 248 ຄົນ (ຕ່າງປະເທດ 21 ຄົນ, ຍິງ 3 ຄົນ. ໃນນັ້ນ, ສັນຊາດໄທ 2 ຄົນ, ຍິງ 1 ຄົນ; ຫວຽດນາມ 16 ຄົນ, ຍິງ 1 ຄົນ; ມຽນມາ 1 ຄົນ, ຍິງ 1 ຄົນ; ຈີນ 2 ຄົນ). ຕໍ່ກັບເປົ້າໝາຍເຄື່ອນໄຫວຄ້າຂາຍ, ຂົນສົ່ງຢາເສບຕິດ ກອງບັນຊາການ ປກສ ໄດ້ຂຶ້ນແຜນມ້າງຫລາຍຄະດີລາຍໃຫຍ່ໄດ້ 36 ລາຍ, ຜູ້ຖືກຫາ 69 ຄົນ, ຍິງ 11 ຄົນ, ລາຍກາງໄດ້ 54 ລາຍ, ຜູ້ຖືກຫາ 106 ຄົນ, ຍິງ 14 ຄົນ, ລາຍນ້ອຍໄດ້ 1.505 ລາຍ, ຜູ້ຖືກຫາ 2.113 ຄົນ, ຍິງ 223 ຄົນ (ໃນນັ້ນ ຄົນຈີນ 2 ຄົນ, ໄທ 1 ຄົນ).

ຍ້ອນມີການສືບສວນ-ສອບສວນເປີດກວ້າງຂະຫຍາຍຜົນເຮັດໃຫ້ການມ້າງລາຍຄະດີຢາເສບຕິດໄດ້ເກີນເປົ້າໝາຍທີ່ໄດ້ຂຶ້ນສະຖິຕິບັນຊີເປົ້າໝາຍໄວ້ ເຊິ່ງສາມາດຢຶດເຄື່ອງຂອງກາງໄດ້ຄື: ຢາບ້າ 25.064.307 ເມັດ ( ນໍ້າ ໜັກ 2.480 ກິໂລກຣາມ), ຢາເຄ 1.058 ກິໂລກຣາມ, ຢາອີ 117 ເມັດ, ຄັນຊາ 7.834 ກິໂລກຣາມ, ເຮໂລອິນ 7 ຖົງ, ນໍ້າໜັກ 19,83 ກລາມ, ກາເຟແດ້ນ ນໍ້າໜັກ 1.112 ກຣາມ, ຄໍລະເຈັ້ນ ນໍ້າໜັກ 123,5 ກິໂລກຣາມ, ຢາສູບໄຟຟ້າ 956 ອັນ, ນໍ້າກະທ້ອມ 15 ຕຸກ, ໃບກະທ້ອມ 169 ກິໂລກຣາມ, ນໍ້າຢາດີໄອ (ດາທິດຊິນ) 2.907 ແກ້ວ, ໂທລະສັບ 876 ໜ່ວຍ, ລົດໃຫຍ່ 49 ຄັນ, ລົດຈັກ 108 ຄັນ, ເງິນກີບ 792.318.000 ກີບ, ເງິນບາດ 891.280 ບາດ, ເງິນດົງ 71.300.000 ດົງ, ເງິນຢວນ 800 ຢວນ, ປືນສັ້ນ 4 ກະບອກ, ປືນດັດແປງ 3 ກະບອກ, ປືນແກັບ 56 ກະບອກ, ປືນປະດິດ 9 ກະບອກ, ປືນລົມ 1 ກະບອກ, ປືນລູກຊອງ (ຍາວ) 1 ກະບອກ, ປືນແວ່ງ 2 ກະບອກ, ປືນອີບູດ 1 ກະບອກ, ລູກປືນສັ້ນ 6 ລູກ, ລູກປືນ AK 38 ລູກ, ລູກປືນແວ່ງ 77 ລູກ, ລູກປືນດອກບິກ 25 ລູກ, ດອກແກັບ 20 ດອກ, ລູກແມັກ 61 ລູກ, ເລົາປືນ 11 ອັນ, ລະເບີດ ຫລື ໝາກແຕກ 1 ໜ່ວຍ ແລະ ເຄື່ອງຂອງກາງອື່ນໆຈໍານວນໜຶ່ງ, ສະຫລຸບສົ່ງອົງການໄອຍະການປະຊາຊົນແຂວງໄດ້ທັງໝົດ 1.319 ລາຍ, ຜູ້ຖືກຫາ 1.918 ຄົນ ຍິງ 223 ຄົນ (ຕ່າງປະເທດ 13 ຄົນ, ຍິງ 3 ຄົນ. ໃນນັ້ນ ຄົນໄທ 2 ຄົນ, ຍິງ 1 ຄົນ, ຫວຽດນາມ 10 ຄົນ, ຍິງ 1 ຄົນ, ມຽນມາ 1 ຄົນ, ຍິງ 1 ຄົນ ), ດັດສ້າງຂັ້ນເຈົ້າໜ້າທີ່ຈໍານວນ 122 ລາຍ, ຜູ້ຖືກຫາ 149 ຄົນ, ຍິງ 3 ຄົນ, ສຶກສາອົບຮົມປ່ອຍຕົວ 29 ລາຍ, ຜູ້ຖືກຫາ 54 ຄົນ, ຍິງ 9 ຄົນ (ຫວຽດນາມ 4 ຄົນ, ຈີນ 2 ຄົນ, ເສຍຊີວິດ 3 ຄົນ) , ຄະດີສືບຕໍ່ດໍາເນີນໃນປັດຈຸບັນມີທັງໝົດ 145 ລາຍ, ຜູ້ຖືກຫາ 201 ຄົນ, ຍິງ 12 ຄົນ, ໃນນັ້ນ ຄົນຕ່າງປະເທດ 7 ຄົນ (ຫວຽດນາມ 6 ຄົນ, ໄທ 1 ຄົນ).
ຫົວໜ້າກອງບັນຊາການ ປກສ ແຂວງຄໍາມ່ວນ ໄດ້ກ່າວຕື່ມວ່າ: ສໍາລັບທິດທາງແຜນການໃນຕໍ່ໜ້າການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຕໍ່ກັບເປົ້າໝາຍທີີ່ເຄື່ອນໄຫວຄ້າຂາຍ, ຂົນສົ່ງຢາເສບຕິດທາງເຈົ້າໜ້າທີ່ຈະໄດ້ຂຶ້ນບັນຊີ ເພື່ອສ້າງແຜນມ້າງ ແລະ ແກ້ໄຂຕໍ່ກັບເປົ້າໝາຍດັ່ງກ່າວ ເພື່ອດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ, ຕໍ່ກັບເປົ້າເສບຢາເສບຕິດເນື່ອງວ່າຜູ້ກ່ຽວເປັນຜູ້ຖືກເຄາະຮ້າຍຈາກໄພຢາເສບຕິດທາງເຈົ້າໜ້າທີ່ພວກເຮົາແມ່ນຈະໄດ້ສືບຕໍ່ຈັດຕັ້ງປະຕິບັດຄື: ຄັ້ງທີ 1 ແມ່ນຈະໄດ້ເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນພ້ອມທັງມອບໃຫ້ຜູ້ປົກຄອງນໍາເອົາສຶກສາອົບຮົມພາຍໃນຄອຄົວ ຫລື ນໍາໄປປິ່ນປົວບໍາບັດ ເພື່ອກາຍເປັນພົນລະເມືອງດີໃນສັງຄົມ; ຄັ້ງທີ 2 ພວກເຮົາຈະໄດ້ນໍາເຂົ້າສູນບໍາບັດ ຫລື ນໍາໄປດັດສ້າງ; ຄັ້ງທີ 3 ຖ້າຜູ້ເສບຢາເສບຕິດໄດ້ເຂົ້າສູນບໍາບັດ ຫລື ໄດ້ຖືກດັດສ້າງແລ້ວຫາກກັບຄືນມາເສບຢາເສບຕິດຄືນໃໝ່ ແມ່ນຈະໄດ້ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.