ຄຳມ່ວນ ຈັດແຂ່ງຂັນລຳຜະຫຍາ ມະຫາໄຊ ເພື່ອສົ່ງເສີມວັດທະນະທຳລາວ

30/09/2025 13:02
ຂປລ ຂປລ. ເພື່ອເປັນການຊຸກຍູ້ສົ່ງເສີມສິລະປະວັດທະນະທຳທີ່ເປັນເອກະລັກຂອງບັນດາເຜົ່າ

    ຂປລ. ເພື່ອເປັນການຊຸກຍູ້ສົ່ງເສີມສິລະປະວັດທະນະທຳທີ່ເປັນເອກະລັກຂອງບັນດາເຜົ່າ, ຂອງທ້ອງຖິ່ນ, ທັງເປັນການປູກຈິດສຳນຶກໃຫ້ແກ່ລູກຫລານທີ່ເກີດໃໝ່ໃຫຍ່ລຸນ ແລະ ປະຊາຊົນລາວບັນດາເຜົ່າໃຫ້ຮູ້ຈັກ ພ້ອມກັນສືບຕໍ່ປົກປັກຮັກສາມູນເຊື້ອວັດທະນະທຳອັນດີງາມຂອງເຜົ່າ, ຂອງທ້ອງຖິ່ນໃຫ້ຄົງຢູ່ຄູ່ກັບຊາດລາວເຮົາຕະຫລອດໄປ. ໃນອາທິດຜ່ານມາຢູ່ແຂວງຄໍາມ່ວນ ໄດ້ຈັດການແຂ່ງຂັນລໍາຜະຫຍາມະຫາໄຊ, ເປົ່າແຄນ ແລະ ສະແດງສິລະປະວັນນະຄະດີຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ  XI ເຊິ່ງໄດ້ສ້າງຄວາມປະທັບໃຈໃຫ້ມວນຊົນເຂົ້າຮ່ວມຊົມຢ່າງຫລວງຫລາຍທີ່ໄດ້ເຫັນຄົນຮຸ່ນຫລັງໃຫ້ຄວາມສົນໃຈມໍລະດົກທາງວັດທະນະທໍາຂອງລາວທີ່ສືບທອດກັນມາແຕ່ດົນນານ. 

     ທ່ານ ແກ້ວອຸດອນ ບຸດສິງຂອນ ໄດ້ກ່າວເປີດການແຂ່ງຂັນວ່າ: ການຈັດການແຂ່ງຂັນສິລະປະຄັ້ງນີ້ ແມ່ນເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ, ສະເຫລີມສະຫລອງວັນສຳຄັນຕ່າງໆຂອງພັກ, ຂອງຊາດ ໂດຍສະເພາະເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງຄຳມ່ວນ ທີ່ຈະໄຂຂຶ້ນໃນມໍ່ໆນີ້. ວຽກງານວັດທະນະທຳ (ສິລະປະການສະແດງ) ກໍແມ່ນວຽກງານສຳຄັນໜຶ່ງ ຊຶ່ງສະແດງໃຫ້ເຫັນເຖິງຄວາມອຸດົມສົມບູນ,  ຫລາກຫລາຍສີສັນທີ່ເປັນເອກະລັກຂອງເຜົ່າ ແລະ ຂອງທ້ອງຖິ່ນ ຊຶ່ງມີການສືບທອດກັນມາຢ່າງຍາວນານ ໂດຍສະເພາະສຽງແຄນລາວ ສຽງແຫ່ງມົນສະເໜ່, ສຽງທີ່ເປັນເອກະລັກໄດ້ຖືກຮັບຮອງເປັນມໍລະ ດົກໂລກ (ນາມມະທຳ) ແລະ ໄດ້ເຜີຍແຜ່ກວ້າງໄປທົ່ວໂລກ, ພິເສດແຂວງຄຳມ່ວນ ກໍ່ເປັນອີກແຂວງໜຶ່ງທີ່ມີຊ່າງຜະລິດແຄນ, ມີໝໍແຄນ ທັງຮຸ່ນໜຸ່ມຮຸ່ນໜຸ່ມນ້ອຍ ແລະ ອາວຸໂສຕິດພັນກັບສຽງຂັບລຳທີ່ເປັນເອກະລັກຂອງແຂວງ ກໍຄືລຳມະຫາໄຊ. ການປະກວດລຳຜະຫຍາມະຫາໄຊຄັ້ງນີ້ ມີຜູ້ເຂົ້າແຂ່ງຂັນລຳມະຫາໄຊ 13 ຄົນ, ແຂ່ງຂັນເປົ່າແຄນ 12 ຄົນ ທີ່ມາຈາກ 3 ເມືອງຄື: ທ່າແຂກ, ໜອງບົກ, ນາກາຍ, ແລະ ມີໜ່ວຍສິລະປະຈາກບັນດາໂຮງຮຽນຕ່າງໆເຂົ້າຮ່ວມການສະແດງຈຳນວນໜຶ່ງ. 
     ຜ່ານການແຂ່ງຂັນສາມາດເລືອກໄດ້ຜູ້ເຂົ້າປະກວດຄື: ການແຂ່ງຂັນເປົ່າແຄນໄດ້ອັນດັບທີ 1 ນາງ ນິດທິດາ ປາຖະໜາ ມາຈາກໂຮງຮຽນ ມຕ ຈອມແຈ້ງ, ອັນດັບທີ 2 ທ້າວ ພູເພັດ ໄຊຊະນະ ມາຈາກສູນສົ່ງເສີມວັດທະນະທຳແຂວງ, ອັນດັບທີ 3 ທ້າວ ຄໍາສະໄໝ ອາລຸນລາສີ ຈາກສູນສົ່ງເສີມວັດ ທະນະທຳແຂວງ, ການແຂ່ງຂັນລໍາຜະຫຍາມະຫາໄຊ ໄດ້ອັນດັບທີ 1 ທ້າວ ມັງກອນ ເພັດທອງ ມາຈາກກອງບັນຊາການທະຫານແຂວງ, ອັນດັບທີ 2 ທ້າວ ນັນທະເສນ ແກ້ວມະນີ ຈາກເມືອງໜອງບົກ ແລະ ອັນດັບທີ 3 ທ້າວ ສຸກສາຄອນ ຈາກບ້ານປາກດົງ ເມືອງທ່າແຂກ.

      ໂດຍ: ກອງຄຳ

KPL

ຂ່າວອື່ນໆ

ads
ads

Top