ຂປລ
ນັກທຸລະກິດລາວໃຊ້ງົບປະມານ 50 ລ້ານໂດລາສະຫະລັດ ເນລະມິດພື້ນທີ່ໃກ້ແຄມອ່າງເກັບນໍ້າ ຊົນລະປະທານໜອງເຊືອມ ເພື່ອສ້າງ ເປັນຫໍພິພິທະພັນວຽງຈັນ ສິລະປະລາວຮ່ວມສະໄໝ ເຊິ່ງຄາດວ່າ ສະຖານທີ່ດັ່ງກ່າວຈະກາຍແຫລ່ງທ່ອງທ່ຽວທີ່ໜ້າສົນໃຈທີ່ສຸດ ເນື່ອງວ່າ ເພີ່ນຈະນໍາເອົາຜະລິດຕະພັນໄມ້ຫາຍາກ, ພາບສິລະປະ ແລະ ວັດຖຸບູຮານເກົ່າແກ່ອື່ນໆຈໍານວນ 10.000 ລາຍການມາໂຮມໄວ້ນີ້.
*ນັກທຸລະກິດລາວໃຊ້ງົບປະມານ 50 ລ້ານໂດລາສະຫະລັດ ເນລະມິດພື້ນທີ່ໃກ້ແຄມອ່າງເກັບນໍ້າ ຊົນລະປະທານໜອງເຊືອມ ເພື່ອສ້າງເປັນຫໍພິພິທະພັນວຽງຈັນ ສິລະປະລາວຮ່ວມສະໄໝ ເຊິ່ງຄາດວ່າ ສະຖານທີ່ດັ່ງກ່າວ ຈະກາຍແຫລ່ງທ່ອງທ່ຽວທີ່ໜ້າສົນໃຈ ທີ່ສຸດເນື່ອງ ວ່າເພີ່ນຈະນໍາເອົາຜະລິດຕະພັນໄມ້ຫາຍາກ, ພາບສິລະປະ ແລະ ວັດຖຸບູຮານເກົ່າແກ່ອື່ນໆຈໍານວນ 10.000 ລາຍການມາໂຮມໄວ້ນີ້.
ມາຮອດປັດຈຸບັນ, ການກໍ່ສ້າງພິພິທະພັນວຽງຈັນສິລະປະລາວຮ່ວມສະໄໝ ຕັ້ງຢູ່ບ້ານໂນນສະອາດ, ເມືອງໄຊທານີ, ນະຄອນຫລວງວຽງຈັນ ສໍາເລັດແລ້ວຫລາຍກວ່າ 80% ຄາດວ່າຈະສົມບູນ ແລະ ເປີດນໍາໃຊ້ຢ່າງເປັນທາງການພາຍ ໃນປີ 2024 ນີ້ ຊຶ່ງຈະກາຍເປັນໃບໜ້າໃໝ່ໃນການທ່ອງທ່ຽວທີ່ສໍາຄັນ ອີກແຫ່ງໜຶ່ງຂອງນະຄອນຫລວງວຽງຈັນ.
ທ່ານ ພິຊິດ ໄຊຍະສິດ ເຈົ້າຂອງພິພິທະພັນວຽງຈັນສິລະປະລາວຮ່ວມສະໄໝ ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ການກໍ່ສ້າງພິພິຕະພັນວຽງຈັນສິລະປະລາວຮ່ວມສະໄໝ ເລີ່ມຕົ້ນມາແຕ່ປີ 2021 ໂດຍນໍາໃຊ້ງົບປະມານ 50 ລ້ານກວ່າໂດລາສະຫະລັດ, ມີເນື້ອທີ່ 80 ເຮັກຕາ ເພື່ອສ້າງໃຫ້ເປັນແຫລ່ງທ່ອງທ່ຽວທາງສິລະປະວັດທະນະທຳ ຕິດພັນກັບທຳມະຊາດຢ່າງຄົບວົງຈອນ ປະກອບມີ: ອາຄານນໍາສະເໜີຂໍ້ມູນກ່ຽວກັບຫໍພິພິທະພັນ,
ອາຄານຕ້ອນຮັບອາຄານວາງສະແດງງານສິລະປະ-ວັດທະນະທໍາຕາມເທສະການຕ່າງໆ, ຫ້ອງໂຖງພັກຜ່ອນຊົມທິວທັດ, ອາຄານອະເນກປະສົງ, ອາຄານສະແດງງານສິລະປະໄມ້ແກະສະຫລັກ ແລະ ຮູບແຕ້ມ,
ຮ້ານ ຂາຍເຄື່ອງທີ່ລະນຶກ, ໂຮງແຮມ, ຣີສອດ, ອາຄານວາງສະແດງສິນຄ້າ, ຮ້ານອາຫານ, ເຄື່ອງດື່ມ, ນໍ້າຕົກຈໍາລອງ ແລະ ອື່ນໆ. ທ່ານໃຫ້ຮູ້ຕື່ມວ່າ: ການສ້າງຫໍພິພິທະພັນແຫ່ງນີ້ ເພື່ອຕ້ອນຮັບປີທ່ອງທ່ຽວລາວ ແລະ ການເປັນປະທານອາຊຽນຂອງລາວ ໃນປີ 2024 ແລະ ເປັນອີກສະຖານທ່ີທ່ອງທ່ຽວສໍາຄັນໜຶ່ງໃນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວ ນະຄອນຫລວງວຽງຈັນ ກໍຄື ປະເທດລາວນັບມື້ຫລາຍຂຶ້ນກວ່າເກົ່າ.
ໂດຍ: ເກີດຂວັນໃຈ ມາລີຈັນສີ
KPL