ຂປລ
ຂປລ. ກະຊວງພາຍໃນ ໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ ໃນງານມະຫາກຳ ກິລາແຫ່ງຊາດ ເປັນຄັ້ງທຳ ອິດ ຄື: ໃນງານມະຫາກຳກິລາ ແຫ່ງຊາດ ຄັ້ງທີ X ຫລື ອຸດົມໄຊເກມ. ຜ່ານການແຂ່ງຂັນແຕ່ວັນທີ 13-21/12/2014 ຜ່ານມາ ສາມາດຍາດໄດ້ 3 ຫລຽນຄຳ, 5 ຫລຽນເງິນ ແລະ 7 ຫລຽນທອງ.

ຂປລ. ກະຊວງພາຍໃນ ໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ ໃນງານມະຫາກຳກິລາແຫ່ງຊາດ ເປັນຄັ້ງທຳ ອິດ ຄື: ໃນງານມະຫາກຳກິລາ ແຫ່ງຊາດ ຄັ້ງທີ X ຫລື ອຸດົມໄຊເກມ. ຜ່ານການແຂ່ງຂັນແຕ່ວັນທີ 13-21/12/2014 ຜ່ານມາ ສາມາດຍາດໄດ້ 3 ຫລຽນຄຳ, 5 ຫລຽນເງິນ ແລະ 7 ຫລຽນທອງ.
ກະຊວງພາຍໃນ ໄດ້ຈັດພິທີສະຫລຸບຜົນສຳເລັດ ການເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ X ໃນວັນທີ 9 ມັງກອນ 2015 ນີ້ ຢູ່ຫ້ອງປະຊຸມໃຫຍ່ຊັ້ນ 4 ຕຶກກະຊວງພາຍໃນ ໂດຍການເປັນປະທານຂອງທ່ານ ໄຊສີ ສັນ ຕິວົງ, ລັດຖະມົນຕີວ່າການກະຊວງພາຍໃນ, ມີລັດຖະມົນຕີຊ່ວຍວ່າການ, ຫົວໜ້າຄະນະກຳມະການກິລາ, ຄະນະຫ້ອງການ, ຄະນະກົມ, ຄະນະຄູຝຶກ, ນັກກິລາແຕ່ລະປະເພດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ນາງ ແພງພັນ ດວງປະຊາ ຮອງຫົວໜ້າກົມກວດກາ ກ່າວວ່າ: ກະຊວງພາຍໃນ ໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ X ເປັນຄັ້ງທຳອິດ ແລະ ເປັນປະຫວັດສາດ ໂດຍໄດ້ສົ່ງນັກກິລາເຂົ້າຮ່ວມທັງໝົດ 106 ຄົນ ຍິງ 32 ຄົນ, ໃນນັ້ນ ເປັນນັກກິລາ 35 ຄົນ ຍິງ 10 ຄົນ ສົ່ງເຂົ້າຮ່ວມແຂ່ງຂັນໃນ 5 ປະເພດກິລາ ເຊັ່ນ: ກິລາປິ່ງປ່ອງ, ເປຕັງ, ລອຍນ້ຳ, ດອກປີກໄກ່ ແລະ ກິລາແລ່ນລານ ໃນຈຳນວນ 26 ປະເພດກິລາທີ່ດຳ ເນີນການແຂ່ງຂັນ ໃນອຸດົມໄຊເກມ. ຜ່ານການແຂ່ງຂັນຕົວຈິງ ນັກກິລາກະຊວງພາຍໃນ ສາມາດຍາດໄດ້ 3 ຫລຽນຄຳ, 5 ຫລຽນເງິນ ແລະ 7 ຫລຽນທອງ ລວມ 15 ຫລຽນ ຈັດຢູ່ໃນອັນດັບທີ 17 ຂອງຕາຕາລາງແຂ່ງຂັນ ຈາກ 25 ພາກສ່ວນ ທີ່ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ. ສຳລັບ 15 ຫລຽນທີ່ໄດ້ ແມ່ນໄດ້ມາຈາກກິລາລອຍນ້ຳ 10 ຫລຽນ, ໃນນັ້ນ ມີ 3 ຫລຽນຄຳ, 3 ຫລຽນເງິນ ແລະ 4 ຫລຽນທອງ; ກິລາເປຕັງ 2 ຫລຽນ, ໃນນັ້ນ ມີ 1 ຫລຽນເງິນ ແລະ 1 ຫລຽນທອງ ແລະ ກິລາປິ່ງປ່ອງ 3 ຫລຽນ, ໃນນັ້ນ ມີ 1 ຫລຽນເງິນ ແລະ 2 ຫລຽນທອງ.
ໃນໂອກາດດຽວກັນນີ້ ທ່ານ ໄຊສີ ສັນຕິວົງ ໄດ້ຕາງໜ້າໃຫ້ຄະນະພັກຄະນະນຳ ແລະ ພະນັກງານ-ລັດຖະກອນ ກະຊວງພາຍໃນ ກ່າວຊົມເຊີຍ ແລະ ຍ້ອງຍໍ ຄະນະນຳ, ຄູຝຶກ ແລະ ທີມນັກກິລາ ທີ່ໄດ້ຕັ້ງໜ້າສູ້ຊົນ ຝຶກຊ້ອມ ແລະ ແຂ່ງຂັນ ສາມາດໄດ້ຮັບຜົນສຳເລັດຢ່າງໜ້າພາກພູມໃຈ ໃນງານມະຫາກຳກິລາແຫ່ງຊາດຄັ້ງນີ້ ແລະ ເຊື່ອ ໝັ້ນວ່າ: ໃນຄັ້ງຕໍ່ໆໄປກໍຂໍໃຫ້ຄະນະນັກກິລາທຸກປະເພດ ຈົ່ງຊ່ວຍກັນຮັກສາມູນເຊື້ອທີ່ດີໄວ້ຢ່າງໝັ້ນຄົງ ພ້ອມທັງສະເໜີໃຫ້ຄະນະຜູ້ຮັບຜິດຊອບກິລາແຕ່ລະປະເພດ ສະຫລຸບຕີລາຄາຄືນດ້ານດີ-ດ້ານອ່ອນ ຢ່າງຮອບດ້ານ ເພື່ອກວດກາ ແລະ ຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ ເຮັດໃຫ້ການເຂົ້າຮ່ວມແຂ່ງຂັນຄັ້ງຕໍ່ໄປ ໃຫ້ໄປຕາມທິດທາງທີ່ວາງໄວ້ ສາມາຍາດໄດ້ຫລຽນຫລາຍຂຶ້ນກວ່າເກົ່າ.
ທ່ານລັດຖະມົນຕີວ່າການກະຊວງພາຍໃນ ຍັງໄດ້ໃຫ້ກຽດມອບໃບຍ້ອງຍໍ ແລະ ເງິນລາງວັນ ໃຫ້ຄະນະຄູຝຶກ ແລະ ນັກກິລາ ທີ່ສາມາດສ້າງຜົນງານດີເດັ່ນ ຍາດໄດ້ຫລຽນມາໃຫ້ກະຊວງພາຍໃນ, ໃນນີ້ ໄດ້ມອບເງິນໃຫ້ກິ ລາປິ່ງປ່ອງ ຈຳນວນ 22 ລ້ານກີບ, ກິລາເປຕັງ 16 ລ້ານກີບ ແລະ ກິລາລອຍນ້ຳຈຳນວນ 60 ລ້ານກີບ.
ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ X ຢູ່ແຂວງອຸດົມໄຊ ເປັນເຈົ້າພາບ ມີຄະນະເຈົ້າໜ້າທີ່ ແລະ ນັກກິລາ ເຂົ້າຮ່ວມທັງໝົດ 6.312 ຄົນ ທີ່ມາຈາກ 7 ກະຊວງ, 1 ນະຄອນຫລວງວຽງຈັນ ແລະ 17 ແຂວງ. ໃນນັ້ນ ມີນັກກິລາ 3.970 ຄົນ ຊິງເອົາຫລຽນ ໃນຈຳນວນ 26 ປະເພດກິລາ./.
KPL