ອະດີດນັກສຶກສາລາວ ທີ່ຈົບຈາກປະເທດຍີ່ປຸ່ນ ໄດ້ຮັບໃບຍ້ອງຍໍ

12/01/2015 14:54
Email Print 1362
ຂປລ ຂປລ.ໃນວັນທີ 9 ມັງກອນ 2015 ພິທີມອບໃບຍ້ອງຍໍ ໄດ້ຈັດຂຶ້ນທີ່ບ້ານພັກ ທ່ານເອກອັກຄະ ຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ, ນະຄອນຫລວງວຽງຈັນ ເຊິ່ງເປັນໃບຍ້ອງຍໍຂອງລັດຖະມົນຕີ ກະຊວງການຕ່າງປະເທດຍີ່ປຸ່ນມອບ ໃຫ້ແກ່ສະມາຄົມ ອະດີດນັກສຶກສາລາວ ທີ່ຈົບຈາກປະເທດຍີ່ປຸ່ນ (JAOL)

ຂປລ.ໃນວັນທີ 9 ມັງກອນ 2015 ພິທີມອບໃບຍ້ອງຍໍ ໄດ້ຈັດຂຶ້ນທີ່ບ້ານພັກ ທ່ານເອກອັກຄະ ຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ, ນະຄອນຫລວງວຽງຈັນ ເຊິ່ງເປັນໃບຍ້ອງຍໍຂອງລັດຖະມົນຕີ ກະຊວງການຕ່າງປະເທດຍີ່ປຸ່ນມອບ ໃຫ້ແກ່ສະມາຄົມ ອະດີດນັກສຶກສາລາວ ທີ່ຈົບຈາກປະເທດຍີ່ປຸ່ນ (JAOL) ເພື່ອຢັ້ງຢືນ ແລະ ຍ້ອງຍໍຜົນງານທີ່ສະມາຄົມ ໄດ້ປະກອບສ່ວນສົ່ງເສີມ ສາຍພົວພັນ ມິດຕະ ພາບ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງ ປະຊາຊົນ ລາວ-ຍີ່ປຸ່ນ. ໃນພິທີດັ່ງກ່າວ ທ່ານ ຄິຊິໂນະ ຮິໂຣະຢູກິ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ມອບໃບຍ້ອງຍໍໃຫ້ແກ່ ທ່ານ ນາງ ບົວສອນ ວົງຖາວອນ, ປະທານສະມາຄົມອະດີດນັກສຶກສາລາວ ທີ່ຈົບຈາກປະເທດຍີ່ປຸ່ນ (JAOL) ເຊິ່ງມີ ທ່ານ ດຣ ປອນເມກ ດາລາລອຍ, ປະທານສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ, ສະ ມາຊິກຂອງສະມາຄົມອະດີດນັກສຶກສາລາວທີ່ຈົບຈາກປະເທດຍີ່ປຸ່ນ (JAOL), ແລະ ອົງການ ຈັດຕັ້ງ ທີ່ກ່ຽວຂ້ອງພາກລັດຕ່າງໆເຂົ້າຮ່ວມເປັນສັກຂີພະຍານ.

ໃນພິທີດັ່ງກ່າວ ທ່ານ ຄິຊິໂນະ ຮິໂຣະຢູກິ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ສະແດງ ຄວາມຍິນດີ ແລະ ຍ້ອງຍໍຕໍ່ກັບຜົນງານຂອງສະມາຄົມທີ່ໄດ້ປະກອບສ່ວນ ໃນການສົ່ງເສີມການແລກປ່ຽນລະຫວ່າງ ຄົນກັບຄົນ ໂດຍຜ່ານການ ມີສ່ວນຮ່ວມໃນໂຄງການ ການແລກປ່ຽນ ແລະ ວັດທະນາທຳຕ່າງໆ, ນອກຈາກນັ້ນ ພວກເຂົາກໍຍັງປະກອບສ່ວນອຳນວຍ ຄວາມສະດວກ ໃນການເປັນ ຄູ່ຮ່ວມ ທຸລະກິດລະຫວ່າງ ລາວ-ຍີ່ປຸ່ນ ໂດຍຜ່ານ ເຄືອຂ່າຍອັນກວ້າງຂວາງຂອງພວກເຂົາ.

JAOL ແມ່ນສະມາຄົມອະດີດນັກສຶກສາ ທີ່ປະກອບດ້ວຍນັກສຶກສາລາວທີ່ຮຽນ ຈົບມາຈາກປະເທດຍີ່ປຸ່ນ, ໂດຍສະມາຊິກ ສ່ວນຫລາຍແມ່ນນັກສຶກສາ ທີ່ໄດ້ຮັບທຶນການສຶກສາ. ສະມາຄົມ ດັ່ງກ່າວໄດ້ສ້າງຕັ້ງຂຶ້ນໃນປີ 2001 ເຊິ່ງ ເປັນສະມາຄົມ ທີ່ບໍ່ໄດ້ສະແຫວງ ຫາກຳໄລພາຍໃຕ້ການ ຊີ້ນຳຂອງສະມາຄົມ ມິດຕະພາບ ລາວ-ຍີ່ປຸ່ນ. ປັດຈຸບັນ JAOL ມີສະມາຊິກຫລາຍກວ່າ 250 ຄົນ ແລະ ພວກເຂົາມີບົດບາດສໍາຄັນໃນຫລາຍໆຂະແໜງການວຽກງານຕ່າງໆ ໃນປະເທດ ລາວ, ບໍ່ ວ່າຈະແມ່ນພາກລັດ ຫລື ອົງການຈັດຕັ້ງສາກົນ, ວຽກງານການສຶກສາ ແລະ ພາກສ່ວນເອກະ ຊົນຕ່າງໆ.

ມອບໃບຍ້ອງຍໍຄັ້ງນີ້ແມ່ນເປັນຄັ້ງທີ 2 ໃນປີ 2014 ທີ່ຈັດຂຶ້ນໂດຍ ທ່ານເອກອັກຄະ ຣາຊະ ທູດຍີ່ປຸ່ນ ປະຈຳ ສປປ ລາວ.
KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top