ຄະນະຜູ້ແທນ ກວຕ ສຳເລັດ ການທັດສະນະສຶກສາ ຢູ່ຣາຊະອານາຈັກໄທ

20/01/2015 16:31
Email Print 856
ຂປລ ຂປລ. ຄະນະຜູ້ແທນກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ແຫ່ງ ສປປ ລາວ ນໍາ ໂດຍທ່ານ ສຈ. ດຣ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີວ່າການ ກວຕ ພ້ອມດ້ວຍຄະນະ ໄດ້ສຳເລັດການ ໄປທັດສະນະສຶກສາ ກ່ຽວກັບວຽກງານ ວິທະຍາສາດ ແລະ ເຕັກໂນໂລຊີ


ຂປລ. ຄະນະຜູ້ແທນກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ແຫ່ງ ສປປ ລາວ ນໍາ ໂດຍທ່ານ ສຈ. ດຣ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີວ່າການ ກວຕ ພ້ອມດ້ວຍຄະນະ ໄດ້ສຳເລັດການ ໄປທັດສະນະສຶກສາ ກ່ຽວກັບວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ທີ່ຣາຊະອານາຈັກໄທ ໃນວັນທີ 18 ມັງກອນ 2015 ນີ້ ພາຍຫລັງທີ່ໄດ້ດຳເນີນມາ 6 ວັນ ຕາມການເຊື້ອເຊີນ ແລະ ໄດ້ຮັບກຽດຕ້ອນຮັບ ຂອງ ທ່ານ ດຣ. ພິເຊດ ດຸຣົງຄະວິໂຣດ, ລັດຖະມົນຕີວ່າການ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ.

ການເດີນທາງໄປຣາຊະອານາຈັກໄທຂອງຄະນະຜູ້ແທນກະຊວງ ກວຕ ແຫ່ງ ສປປ ລາວ ໃນຄັ້ງນີ້ ກໍເພື່ອທັດສະນະສຶກສາ, ແລກປ່ຽນ ບົດຮຽນ, ປະສົບການ ແລະ ສຶກສາຄວາມເປັນໄປໄດ້ ໃນການຮ່ວມມືສອງຝ່າຍ ໃນຂົງເຂດວຽກງານດັ່ງກ່າວ ເຊິ່ງຄະນະຜູ້ແທນລາວ ນອກຈາກໄດ້ພົບປະປຶກສາຫາລືສອງຝ່າຍ ກັບຄະນະຜູ້ແທນ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ຣາຊະອານາຈັກໄທແລ້ວ ຍັງໄດ້ໄປທັດ ສະນະສຶກສາຢູ່ສວນອຸທິຍານວິທະຍາສາດ ແຫ່ງ ຣາຊະອານາຈັກໄທ, ສູນອີເລັກໂຕຣນິກ ແລະ ຄອມພິວເຕີ ແຫ່ງຊາດ, ສູນວິໄຈລະບົບນິເວດ ແລະ ຊີວະນາໆພັນ, ທັດສະນະສຶກສາຫໍເບິ່ງດາວ ແລະ ສະຖາບັນວິໄຈ ແສງຊິນ ໂຄຣຕອນ ຢູ່ແຂວງນະຄອນຣາຊະສີມາ, ທັດສະນະສຶກສາທີ່ພິພິຕະພັນວິທະຍາສາດແຫ່ງຊາດໄທ ຢູ່ບາງກອກ, ພິພິທະພັນທຳມະຊາດ ວິທະຍາ ແລະ ພິພິທະະພັນເຕັກໂນໂລຊີ ສາລະສົນເທດ ແລະ ຢ້ຽມ ຢາມສະຖາບັນດາລາສາດ ແຫ່ງ ຣາຊະອານາຈັກໄທ ທີ່ແຂວງຊຽງໃໝ່.
ທ່ານ ສຈ. ດຣ. ບໍ່ວຽງຄຳ ວົງດາລາ ໄດ້ກ່າວຕໍ່ສື່ມວນຊົນວ່າ: ຄະນະຜູ້ແທນ ກວຕ ແຫ່ງ ສປປ ລາວ ມີຄວາມຮູ້ສຶກດີໃຈ ແລະ ເປັນ ກຽດທີ່ໄດ້ມາຢ້ຽມ ຢາມຣາຊະອາຈັກໄທ ເຊິ່ງພວກຂ້າພະເຈົ້າໄດ້ຢ້ຽມຢາມ ບັນດາສູນຄົ້ນຄວ້າ ແລະ ພັດທະນາທາງດ້ານ ເອເລັກໂຕຣນິກ, ສູນຄົ້ນຄວ້າທາງດ້ານ ໄບໂອເຕັກໂນໂລຊີ, ໄບໂອເຕັກ ແລະ ສະຖາບັນຄົ້ນຄວ້າອື່ນໆ ເຊິ່ງເຫັນວ່າ ການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ປະເທດໄທ ແມ່ນຢູ່ໃນລະດັບສູງ. ສະນັ້ນ, ຂ້າພະເຈົ້າມີຄວາມຫວັງວ່າ: ໃນອະນາຄົດ ໂດຍພື້ນຖານການ ເຊັນສັນຍາໃນບົດບັນທຶກຊ່ວຍຈຳ ທີ່ທັງສອງກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ລາວ-ໄທ ໄດ້ເຊັນໄປ ແລ້ວນັ້ນ ຈະສາມາດຮ່ວມມືກັນໃນຫລາຍດ້ານ ເຊັ່ນ: ດ້ານຄອມພິວເຕີ ເອເລັກໂຕຣນິກ, ດ້ານຂໍ້ມູນສານ, ການຮ່ວມມືດ້ານ ໄບໂອເຕັກໂນໂລຊີ ແລະ ວຽກງານອື່ນໆອີກ./.
KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top