ອົບຮົມຄູຝຶກການສຳຫວດ ພົນລະເມືອງ-ທີ່ຢູ່ອາໄສ ຄັ້ງທີ IV

22/01/2015 14:33
Email Print 650
ຂປລ ຂປລ.​​ ໃນ​ວັນ​ທີ 21 ມັງກອນ 2015 ໄດ້​ຈັດບັ້ນ​ຝຶກ​ອົບຮົມ​ ໃຫ້​ຄວາມ​ຮູ້​ແກ່​ຄູ​ຝຶກ ທີ່​ຈະ​ລົງ​ສຳ​ຫລວດ​ພົນລະ​ເມືອງ ​ແລະ ທີ່ຢູ່​ອາ​ໄສ ຄັ້ງ​ທີ IV ປີ 2015 ​ໃຫ້​ແກ່ບັນດາ​ຕົວ​ແທນ​ ຈາກ ກຳລັງ​ຫລວງ ​ແລະ ກຳລັງ​ທ້ອງ​ຖິ່ນ ກະຊວງ​ປ້ອງ​ກັນ​ປະ​ເທດ ຢູ່ວິທະຍາຄານ ​ໄກສອນ​ພົມວິຫານ ນະຄອນຫລວງ​ວຽງຈັນ,

ຂປລ.​​ ໃນ​ວັນ​ທີ 21 ມັງກອນ 2015 ໄດ້​ຈັດບັ້ນ​ຝຶກ​ອົບຮົມ​ໃຫ້​ຄວາມ​ຮູ້​ແກ່​ຄູ​ຝຶກ ທີ່​ຈະ​ລົງ​ສຳ​ຫລວດ​ພົນລະ​ເມືອງ ​ແລະ ທີ່ຢູ່​ອາ​ໄສ ຄັ້ງ​ທີ IV ປີ 2015 ​ໃຫ້​ແກ່ບັນດາ​ຕົວ​ແທນ​ຈາກ ກຳລັງ​ຫລວງ ​ແລະ ກຳລັງ​ທ້ອງ​ຖິ່ນ ກະຊວງ​ປ້ອງ​ກັນ​ປະ​ເທດ ຢູ່ວິທະຍາຄານ ​ໄກສອນ​ພົມວິຫານ ນະຄອນຫລວງ​ວຽງຈັນ, ​ເພື່ອ​ເປັນ​ການ​ສ້າງ​ຄວາມ​ພ້ອ​ມ ​ໃນ​ການ​ລົງ​ສຳ​ຫລວດ​ຕົວ​ຈິງ ​ເຊິ່ງຈະ​ເລີ່​ມຂຶ້ນ​ໃນ​ວັນ​ທີ 1-7 ມີນາ ​ປີນີ້.

ທ່ານ ພົນ​ໂທ ຈັນ​ສະໝອນ ຈັນຍາ​ລາດ ລັດຖະມົນຕີ​ຊ່ວຍວ່າການ ກະຊວງ​ປ້ອງ​ກັນ​ປະ​ເທດ, ຄະນະ​ຊີ້​ນຳວຽກງານສຳ​ຫລວດ​ພົນລະ​ເມືອງ ​ແລະ ທີ່ຢູ່​ອາ​ໄສ ຄັ້ງ​ທີ IV ​ແລະ ທ່ານ ດຣ ສະ​ໄໝຈັນ ບຸບຜາ ຫົວໜ້າສູນ​ສະຖິຕິ​ແຫ່ງ​ຊາດ ຄະນະ​ຊີ້​ນຳວຽກງານສຳ​ຫລວດ​ພົນລະ​ເມືອງ ​ແລະ ທີ່ຢູ່​ອາ​ໄສ ຄັ້ງ​ທີ IV, ຜູ້​ປະຈຳການ ​ເຊິ່ງ​ໃຫ້ກຽດ​ເຂົ້າ​ຮ່ວມ​ເປັນ​ປະທານ ບັ້ນ​ຝຶກ​ອົບຮົມ ​ແລະ ​ໄດ້​ຜັດປ່ຽນກັນ​ໃຫ້​ທິດຊີ້​ນຳ ​ແລະ ຍົກ​ໃຫ້​ເຫັນ​ຄວາມໝາຍສຳຄັນ​ຂອງ ການ​ສຳ​ຫລວດ​ພົນລະ​ເມືອງ ​ແລະ ທີ່ຢູ່​ອາ​ໄສ ​ເຊິ່ງລັດຖະບານ​ໄດ້​ໃຫ້​ຄວາມ​ສຳຄັນ ​ເພື່ອ​ໃຫ້​ເກັບ​ກຳ​ໄດ້​ຂໍ້​ມູນ​ຮອບດ້ານ ຕອບ​ສະໜອງ​ໃຫ້​ແກ່​ການ​ປະ​ເມີນ​ຜົນ​ມ້ວນທ້າຍ ການຈັດ​ຕັ້ງ​ປະຕິບັດ​ເປົ້າໝາຍສະຫັດ​ສະ​ວັດ ​ແລະ ປີ​ມ້ວນທ້າຍ​ຂອງ​ການຈັດ​ຕັ້ງ​ປະຕິບັດ ​ແຜນ​ພັດທະນາ​ເສດຖະກິດ-ສັງ 5 ປີ ຄັ້ງ​ທີ VII.

ທ່ານ ລັດຖະມົນຕີ​ຊ່ວຍວ່າການ ກະຊວງ​ປ້ອງ​ກັນ​ປະ​ເທດ ​ໃຫ້​ຮູ້​ຕື່ມ​ວ່າ: ຜົນ​ໄດ້​ຮັບ​ຈາກ​ການ​ສຳ​ຫລວດ​ຄັ້ງ​ນີ້ ຍັງຈະ​ເປັນ​ບ່ອນ​ອີງ​ທີ່ໜັກ​ແໜ້ນ​ໃຫ້​ແກ່​ລັດຖະບານ ​ໃນ​ການ​ສ້າງ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ ຄັ້ງ​ທີ VIII ນຳ​ອີກ ​ເພາະ​ເປັນ​ແຫ​ລ່ງຂໍ້​ມູນ​ທີ່​ສຳຄັນ ສຳລັບ​ການວາງ​ແຜນ, ການ​ຕິດຕາມ, ການ​ຕັດສິນ​ໃຈ, ການວາງ​ນະ​ໂຍບາຍ ​ແລະ ການ​ຄົ້ນຄວ້າ​ປະຊາກອນ, ການ​ດຳ​ເນີນ​ທຸລະ​ກິດ, ການ​ຕະຫລາດ, ການ​ພັດທະນາ​ກຳລັງ​ແຮງ​ງານ ​ແລະ ອື່ນໆ. ສິ່ງ​ສຳຄັນ​ຍັງ​ເປັນ​ພື້ນຖານ ​ໃຫ້​ແກ່​ການ​ເຂົ້າ​ຮ່ວມ​ປະຊາ​ຄົມ​ເສດຖະກິດ​ອາຊຽນ ​ແລະ ການ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ດ້ອຍ​ພັດທະ ນາ​ໃນ​ປີ 2020. ການ​ສຳ​ຫລວດ​ດັ່ງກ່າວ ຍັງ​​ເປັນ​ການສະໜອງຂໍ້​ມູນ​ທີ່​ຈຳ​ເປັນ ທາງ​ດ້ານ​ປະຊາກອນ​ສາດ ທັງສະ​ແດງ​ໃຫ້​ເຫັນການ​ເພີ່ມ​ຂຶ້ນ​ຂອງ​ປະຊາກອນ ​ແລະ ການ​ເຕີບ​ໂຕ​ຂອງ​ເສດຖະກິດ.

ຜົນ​ການ​ສຳ​ຫລວດ​ພົນລະ​ເມືອງ​ໃນ 3 ຄັ້ງ​ຜ່ານ​ມາ ຊີ້​ໃຫ້​ເຫັນ​ວ່າ: ​ໃນ​ໄລຍະ 10 ປີ​ໃດ ປະຊາ ກອນ​ລາວ​ເພີ່ມ​ຂຶ້ນ​ປະມານ 1 ​ແສນ​ກວ່າ​ຄົນ ​​​ແລະ ການ​ສຳ​ຫລວດ​ໃນຄັ້ງ​ທີ 3 ປີ 2005 ​ມີ​ປະຊາກອນ​ທັງໝົດ​ປະມານ 6 ລ້ານ​ກວ່າຄົນ. ການ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ​ຂອງ​ປະຊາກອນ ອາດ​ເຮັດ​ໃຫ້​ລັດຖະ ບານ​ພົບ​ຄວາມ​ຫຍຸ້ງຍາກ ​ໃນ​ການ​ວາງ​ແຜນພັດທະນາ​​ໃນ​ຫລາຍ​ດ້ານ ​ເປັນ​ຕົ້ນ​ການ​ພັດທະນາຊັບພະ ຍາກອນ​ມະນຸດ, ການ​ແກ້​ໄຂ​ຄວາມທຸກ​ຍາກ, ກາ​ນພັດທະ​ນາ​ການ​ສຶກສາ, ການ​ມີ​ວຽກ​ເຮັດ​ງານ​ທຳ ກໍ​ຄື ອັດຕາ​ຫວ່າງ​ງານ, ການ​ຍົກຍ້າຍ​ຂອງ​ປະຊາກອນ, ລວມທັງ​ບັນຫາ​ດ້ານ​ສຸຂະພາບ, ນອກ​ນີ້​ຍັງ​ເຮັດ​ໃຫ້​ພາຫະນະ​ເພີ່ມ​ຂຶ້ນ, ລວມທັງ​ບັນຫາມົນ​ລະ​ພິດ, ບັນຫາ​ດ້ານສິ່ງ​ແວດ​ລ້ອມ ​ແລະ ອື່ນໆ ​ເຊິ່ງການ​ສຳ​ຫລວດ​ໃນ​ຄັ້ງ​ນີ້ ລັດຖະ ບານຈະຕ້ອງ​ໄດ້​ຂໍ້​ມູນ​ທີ່​ຊັດ​ເຈນ​ ໃນ​ການວາງ​ແຜນ​ພັດທະນາ​ໃຫ້​ສອດຄ່ອງ​ກັບ​ຕົວ​ຈິງ.

​ໃນ​ວັນ​ດຽວກັນ ຢູ່​ທີ່​ສູນ​ຄົ້ນຄວ້າ​ເສດຖະກິດ​ແຫ່ງ​ຊາດ ກໍ​ໄດ້​ຈັດ​ບັ້ນ​ຝຶກ​ອົບ​ຮົບ​ແກ່​ຄູ​ຝຶກ​ຈາກ 3 ພາກສ່ວນຄື: ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ກະຊວງ​ການ​ຕ່າງປະ​ເທດ ​ແລະ ສູນ​ສະຖິ​ຕິແຫ່ງ​ຊາດ ກະຊວງ​ແຜນການ ​ແລະ ການ​ລົງທຶນ./.
KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top