ທະນາຄານ​ໂລກ ອະນຸມັດບ້ວງ​ເງິນ​100 ລ້ານ​ກວ່າໂດ​ລາ​ສະຫະລັດ ເພື່ອ​ຕ້ານ​​ກັບ​ພະຍາດ​ອີ​ໂບລາ

18/09/2014 10:22
Email Print 697
ຂປລ ຂປລ. ຕາມ​ຂ່າວ​ຕ່າງ​ປະ​ເທດ​,ວັນ​ທີ17​ເດືອນ​ກັນຍາ, ທະນາຄານ​ໂລກ ຫລື World Bank ໄດ້​ອະນຸມັດ​ເງິນ ​ຈຳນວນ 105 ລ້ານ​ໂດ​ລາ​ສະຫະລັດ ​ໃນ​ວັນ​ທີ 16 ​ເດືອນ​ກັນຍາ​ນີ້ ເພື່ອ​ສະໜັບສະໜຸນໃນ​ການ​ຕ້ານ ​​ແລະ​ ຢຸດ​ຕິການ​ແພ່​ລະບາດ​ຂອງ​ພະຍາດ​ອີ​ໂບລາ ​ໃນ​ອາ​ຟຣິກກາ​ຕາ​ເວັນ​ຕົກ. ຄາດ​ວ່າ ອາດ​ຕ້ອງ​ໃຊ້​ເງິນ​ຫລາຍ​ກວ່າ​ຈຳນວນ 1 ຕື້​ໂດ​ລາ​ສະຫະລັດ

ຂປລ. ຕາມ​ຂ່າວ​ຕ່າງ​ປະ​ເທດ​,ວັນ​ທີ17​ເດືອນ​ກັນຍາ, ທະນາຄານ​ໂລກ ຫລື World Bank ໄດ້​ອະນຸມັດ​ເງິນ ​ຈຳນວນ 105 ລ້ານ​ໂດ​ລາ​ສະຫະລັດ ​ໃນ​ວັນ​ທີ 16 ​ເດືອນ​ກັນຍາ​ນີ້ ເພື່ອ​ສະໜັບສະໜຸນໃນ​ການ​ຕ້ານ ​​ແລະ​ ຢຸດ​ຕິການ​ແພ່​ລະບາດ​ຂອງ​ພະຍາດ​ອີ​ໂບລາ ​ໃນ​ອາ​ຟຣິກກາ​ຕາ​ເວັນ​ຕົກ. ຄາດ​ວ່າ ອາດ​ຕ້ອງ​ໃຊ້​ເງິນ​ຫລາຍ​ກວ່າ​ຈຳນວນ 1 ຕື້​ໂດ​ລາ​ສະຫະລັດ ​​ເພື່ອ​ຢຸດ​ຢັ້ງການ​ແພ່​ລະບາດ​ຂອງ​ພະຍາດ​ດັ່ງກ່າວ, ຫລ້າ ສຸດ​ຈຳນວນ​ຜູ້​ເສຍ​ຊີວິດ​ຈາກ​ພະຍາດ​ອີ​ໂບລາ ​ໃນ ​5 ປະ​ເທດອາ​ຟຣິກ ທາງ​ພາກາ​ຕາ​ເວັນ​ຕົກ ​ລວມມີ​ຈຳນວນ​ທັງໝົດ 2.461ຄົນ ຈາກ​ຜູ້​ຕິດ​ເຊື້ອ​ຈຳນວນ​ເກືອບ 5.000 ຄົນ.

ທ່ານ ຈິ​ມຍອງ​ຄິມ ປະທານ​ທະນາຄານ​ໂລກ ​ກ່າວ​ວ່າ:​ ​ ປະ​ເທດ ຣີ​ເບີ​ລີ ຖື​ເປັນ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຫລາຍ​ທີ່​ສຸດ ຈະ​ໄດ້​ຮັບບ້ວງ​​ເງິນຈຳນວນ 52 ລ້ານ​ໂດ​ລາ​ສະຫະລັດ, ​ເຊຍຣາ​ເລ​ອອນ 28 ລ້ານ​ໂດ​ລາ​ສະຫະລັດ​ແລະ  ກີ​ເນ  25 ລ້ານ​ໂດ​ລາ​ສະຫະລັດ. ​ຈຸດປະສົງ​ຕົ້ນຕໍ​ຂອງ​ບ້ວງເງິນ​​ນີ້​ ​ແມ່ນ​ເພື່ອຊ່ວຍ​ເຫລືອ​ປະຊາຊົນ​ ​ໃນ​ການຮັບ​ມື​ກັບ​ຜົນ​ກະທົບດ້ານ​ເສດຖະກິດ ຈາກ​ເຫດການ​ດັ່ງກ່າວ ກໍ​ຄື ​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​​ໃຫ້ແກ່​ ລະບົບສາທາລະນະ​ສຸກ ​ເພື່ອ​ປ້ອງ​ກັນ​ການ​ແພ່​ລະບາດ ​ໃນ​ອະນາຄົດ ພ້ອມ​ທັງ​ເປັນ​ການ​ຊ່ວຍ​ໃຫ້​ລັດຖະບານຂ​ອງບັນດາ​ປະ​ເທດ​ໄດ້ຈັດ​ກຽມ​ອາຫານ​ ແລະ​ ນ້ຳ​ໃນ​ສະຖານທີ່​ກັກ​ກັນ ​ແລະ ​ພື້ນຕ່າງໆທີ່​ໄດ້​ຮັບ​ຜົນ​ກະທົບຢ່າງ​ຮຸນ​ແຮງ./.

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top