ຂປລ
ຂປລ, ຕາມຂ່າວຕ່າງປະເທດ, ໃນວັນທີ 18 ເດືອນກັນຍາ ປີ 2014 ຢູ່ນະຄອນຫລວງພະນົມເປັນຂອງກຳປູເຈຍ ໄດ້ຈັດງານສົ່ງເສີມການທ່ອງທ່ຽວພາກພື້ນອາຊີ-ປາຊີຟິກ ສົກປີ 2014 (PaTa Travel Mart 2014)ຂຶ້ນ –ເປັນເວລາ 3 ວັນ. ນີ້ຖືວ່າເປັນຄັ້ງທຳອິດ ໂດຍມີຜູ້ແທນຈຳນວນ 1.000 ກວ່າຄົນ ທີ່ມາຈາກ 60 ກວ່າປະເທດ ເຂົ້າຮ່ວມໃນງານຄັ້ງນີ້.

ຂປລ, ຕາມຂ່າວຕ່າງປະເທດ, ໃນວັນທີ 18 ເດືອນກັນຍາ ປີ 2014
ຢູ່ນະຄອນຫລວງພະນົມເປັນຂອງກຳປູເຈຍ
ໄດ້ຈັດງານສົ່ງເສີມການທ່ອງທ່ຽວພາກພື້ນອາຊີ-ປາຊີຟິກ ສົກປີ 2014 (PaTa
Travel Mart 2014)ຂຶ້ນ –ເປັນເວລາ 3 ວັນ. ນີ້ຖືວ່າເປັນຄັ້ງທຳອິດ
ໂດຍມີຜູ້ແທນຈຳນວນ 1.000 ກວ່າຄົນ ທີ່ມາຈາກ 60 ກວ່າປະເທດ
ເຂົ້າຮ່ວມໃນງານຄັ້ງນີ້.
ທ່ານ ທອງຄູນ,
ລັດຖະມົນຕີກະຊວງທ່ອງທ່ຽວຂອງກຳປູເຈຍກ່າວວ່າ: ການຈັດງານຄັ້ງນີ້
ຖືວ່າມີຄວາມໝາຍສຳຄັນທີ່ສຸດ ເນື່ອງຈາກວ່າ
ຈະເປີດໂອກາດໃຫ້ບັນດາປະເທດສະມາຊິກ,
ການທ່ອງທ່ຽວພາກພື້ນອາຊີປາຊີຟິກ (PaTa) ສາມາດຮັດແໜ້ນຄວາມສາຍພົວພັນ
ແລະ ການຮ່ວມມືກັນຢ່າງໃກ້ຊິດ ແລະ ມິດຕະພາບ ລະຫວ່າງກັນ
ທັງເປັນການໂຄສະນາໃຫ້ປະເທດຕ່າງໆໃນທົ່ວໂລກໃຫ້ເຂົ້າຮ່ວມກັບ
ການທ່ອງທ່ຽວພາກພື້ນອາຊີປາຊີຟິກ(PaTa) ເພື່ອໃຫ້ໄດ້ຜົນປະໂຫຍດ
ຈາກການພັດທະນາຂະແໜງການທ່ອງທ່ຽວ.
ໃນງານສົ່ງເສີມຄັ້ງນີ້
ຍັງມີການຈັດກອງປະຊຸມສາກົນ ວ່າດ້ວຍການພັດທະນາຊຸມຊົນ
ຜ່ານການທ່ອງທ່ຽວເວທີປະຊຸມການລົງທຶນດ້ານການທ່ອງທ່ຽວຂອງອາຊີ ແລະ
ງານສຳມະນາເຍົາວະຊົນພາຕ້າ, ພ້ອມທັງເປັນການເປີດໂອກາດໃຫ້ຜູ້ຊື້-ຜູ້ຂາຍ
ບໍລິສັດທ່ອງທ່ຽວ, ຜູ້ໃຫ້ບໍລິ ການ ໂຮງແຮມ, ເຈົ້າຂອງຮ້ານອາຫານ,
ຜູ້ໃຫ້ບໍລິການສາຍການບິນ ແລະ ຜູ້ຖືຫຸ້ນດ້ານການທ່ອງທ່ຽວທັງໝົດຈາກທົ່ວໂລກ
ໄດ້ພົບປະກັນ ແລະ ຄົ້ນຄວ້າຄວາມອາດເປັນໄປໄດ້
ໃນການຮ່ວມມືດ້ານທຸລະກິດ
ເພື່ອພັດທະນາດ້ານການທ່ອງທ່ຽວໃນພາກພື້ນອາ
ຊີປາຊີຟິກໃຫ້ນັບມື້ມີການຈະເລີນເຕີບໃຫຍ່ຂຶ້ນ
ປີກາຍນີ້ ກຳປູເຈຍ
ໄດ້ຕ້ອນຮັບນັກທ່ອງທ່ຽວໄດ້ 4,2 ລ້ານເທື່ອຄົນ
ສາມາດສ້າງລາຍຮັບເຂົ້າປະເທດເຖິງ 2.500 ລ້ານໂດລາສະຫະລັດ.
ຄາດວ່າປີນີ້ ກຳປູເຈຍ ຈະສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດປະເທດ
ໄດ້ເຖິງ 4,6 ລ້ານເທື່ອຄົນ ແລະອາດຈະ ສູງເຖິງ 8
ລ້ານເທື່ອຄົນໃນປີ 2020 /.
KPL