ອົງການ ດີ​ວີ​ວີ ມອບປຶ້ມຄຸນ​ນະພາ​ບ ການ​ສຶກສາ ​ແລະ ການ​ຮຽນຮູ້​ຕະຫລອດ​ຊີວິດເພື່ອທຸກຄົນ

15/10/2014 05:08
Email Print 763
ຂປລ ຂປລ. ອົງການ​ຮ່ວມ​ມືສາກົນ​ເພື່ອ​ການສຶກສາ​ຜູ້​ໃຫຍ່ ​ແຫ່ງ ສສ ​ເຢຍລະ​ມັນ ​ໄດ້​ມອບ​ປຶ້ມກ່ຽວກັບ​ຄຸນ​ນະພາ​ບການ​ສຶກສາ ​ແລະ ການ​ຮຽນຮູ້ຕະ ຫລອດ​ຊີວິດ​ເພື່ອ​ທຸກ​ຄົນ​ ໃຫ້​ແກ່​ກົມ​ສຶກສານ​ອກ​ໂຮງຮຽນ, ກະຊວງສຶກສາ​ທິການ ​ແລະ ກິລາ, ​ເຊິ່ງປຶ້ມດັ່ງກ່າວ​ມີ​ຫົວ​ຂໍ້​ວ່າ: “ຮວງ​ເຂົ້າກຳ​ລັງ ​ສຸກ​ງອມຂອງ​ເປົ້າໝາຍ​ສະຫັດ​ສະ​ວັດ​ເພື່ອ​ການ​ພັດທະນາ ​ແລະ ການສຶກສາ​ເພື່ອ​ທຸກ​ຄົນ”.

ຂປລ. ອົງການ​ຮ່ວມ​ມືສາກົນ​ເພື່ອ​ການສຶກສາ​ຜູ້​ໃຫຍ່ ​ແຫ່ງ ສສ ​ເຢຍລະ​ມັນ ​ໄດ້​ມອບ​ປຶ້ມກ່ຽວກັບ​ຄຸນ​ນະພາ​ບການ​ສຶກສາ ​ແລະ ການ​ຮຽນຮູ້ຕະ ຫລອດ​ຊີວິດ​ເພື່ອ​ທຸກ​ຄົນ​ ໃຫ້​ແກ່​ກົມ​ສຶກສານ​ອກ​ໂຮງຮຽນ, ກະຊວງສຶກສາ​ທິການ ​ແລະ ກິລາ, ​ເຊິ່ງປຶ້ມດັ່ງກ່າວ​ມີ​ຫົວ​ຂໍ້​ວ່າ: “ຮວງ​ເຂົ້າກຳ​ລັງ ​ສຸກ​ງອມຂອງ​ເປົ້າໝາຍ​ສະຫັດ​ສະ​ວັດ​ເພື່ອ​ການ​ພັດທະນາ ​ແລະ ການສຶກສາ​ເພື່ອ​ທຸກ​ຄົນ”.

ໃນ​ຕອນ​ເຊົ້າ​ວັນ​ທີ 10 ເດືອນຕຸລາ ປີ 2014 ຜ່ານ​ມານີ້, ຢູ່ກະຊວງ​ສຶກສາ​ທິການ ​ແລະ ກິລາ,  ອົງການ​ຮ່ວມ​ມືສາກົນ​ເພື່ອ​ການສຶກສາ​ຜູ້​ໃຫຍ່ (DVV International) ​​ໄດ້ມອບ​ປຶ້ມ​ເພື່ອການ​ສຶກສາ “ຮວງ​ເຂົ້າກຳ​ລັງ​ສຸກ​ງອມຂອງ​ເປົ້າໝາຍ​ສະຫັດ​ສະ​ວັດ​ເພື່ອ​ການ​ພັດທະນາ ​ແລະ ສຶກສາ​ເພື່ອ​ທຸກ​ຄົນ” ຈຳນວນ 1.000 ຫົວ​ ຜ່ານ ທ່ານ​ ດຣ ​ເຮີຣິ​ເບີດ ຮິນ​ເຊັນ ຜູ້ອຳນວຍການ​ປະຈຳ​ພາກພື້ນອາຊ​ີ​ໃຕ້ ​ແລະ ​ຕາເວັນ​ອອກສຽງ​ໃຕ້ຂອງ ອົງການ​ຮ່ວມ​ມືນາໆ ຊາດ​ເພື່ອ​ການສຶກສາ​ຜູ້​ໃຫຍ່ (DVV International) ​ແລະ ຮັບ​ໂດຍ ທ່ານ ກ້າ ສະ​ເຫລີມສຸກ ຫົວໜ້າກົມ​ການ​ສຶກສານ​ອກ​ໂຮງຮຽນ ​​ໂດຍ​ມີ ທ່ານ ລີ​ຕູ ບົວ​ປາວ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ແລະ ພະນັກງານ​ທີ່​ກ່ຽວຂ້ອງ​ຈຳນວນໜຶ່ງ​ເຂົ້າ​ຮ່ວມ.

ທ່ານ​ ດຣ ​ເຮີຣິ​ເບີດ ຮິນ​ເຊັນ ​ໄດ້​ກ່າວ​ວ່າ: ການ​ມອບ​ປຶ້ມ “ຮວງ​ເຂົ້າກຳ​ລັງ​ສຸກ​ງອມຂອງ​ເປົ້າໝາຍພັດທະນາ​ສະຫັດ​ສະ​ວັດ​ເພື່ອ​ການ​ ພັດທະນາ ​ແລະ ສຶກສາ​ເພື່ອ​ທຸກ​ຄົນ” ​ແມ່ນ​ເພື່ອ​ສືບຕໍ່​ເສີມ​ສ້າງ​ການ​ຮ່ວມ​ມື​ເພື່ອ​ການ​ພັດທະນາ​ຂອງ​ສອງ​ປະ​ ເທດ​ລາວ ​ແລະ ​ເຢຍລະ​ມັນ ທາງ​ດ້ານ​ການ​ສຶກສານ​ອກ​ໂຮງຮຽນ, ​ເຊິ່ງ​ເຢຍລະ​ມັນ​ເຫັນ​ໄດ້ຄວາມສຳຄັນ​ໃນ​ວຽກງານ​ການ​ພັດທະນາ​ດ້ານ​ທັກ​ສະ​ ສຳລັບ​ຂົງ​ເຂດການ​ພັດທະນາ. ດັ່ງນັ້ນ ຈຶ່ງ​ໄດ້​ຊ່ວຍ​ເຫລືອ​ກ່ຽວກັບ​ວຽກງານ​ການ ​ສຶກສາ ​ແລະ ການ​ຝຶກ​ອົບຮົມ​ເພື່ອ​ສ້າງ​ຄວາມ​ອາດ​ສາມາດ​ໃຫ້​ແກ​່ຊາວໜຸ່ມ ​ແລະ ຜູ້​ໃຫຍ່ ​ໂດຍ​ຜ່ານ​ຄວາມ​ຫລາກ​ຫລາຍ​ຂອງ​ໂຄງການ ​ແລະ ຄູ່​ຮ່ວມ​ພັດທະນາ.

ປຶ້ມ “ຮວງ​ເຂົ້າກຳ​ລັງ​ສຸກ​ງອມຂອງ​ເປົ້າໝາຍພັດທະນາ​ສະຫັດ​ສະ​ວັດ​ເພື່ອ​ການ​ ພັດທະນາ ​ແລະ ສຶກສາ​ເພື່ອ​ທຸກ​ຄົນ” ​ແມ່ນ​ໄດ້​ລວມ​ເອົາ​ເນື້ອ​ໃນ​ຂອງ ສາມ​ກອງ​ປະຊຸມ​ໃຫຍ່ ທີ່ຈັດ​ຂຶ້ນ​ໃນ​ເດືອນ​ມີນາ ປີ 2014, ​ໃນ​ນັ້ນໄດ້​ຄັດ​ເລືອກ​ບົດ​ສະ​ເໜີ ​ເຊິ່ງປະກອບ​ມີ: ຮູບ​ພາບ, ອຸປະກອນ ​ແລະ ​ເອກ​ະ ສານ​ຕ່າງໆທີ່​ສາມາດນຳ​ໃຊ້​ໄດ້. ອົງ​ການ DVV International ​ໄດ້​ເລີ່​ມຕົ້ນ​ເຮັ​ດວຽກຢູ່ ສປປ ລາວ ​ແຕ່​ປີ 2009, ​ໂດຍ​ການ​ຮ່ວມ​ມື​ກັບ​ກົມ​ການ​ ສຶກສານ​ອກຮງຮຽນຂອງ​ກະຊວງ​ສຶກສາ​ທິການ ​ແລະ ກິລາ, ທີ່​ຮັບຜິດຊອບ​ການ​ພັດທະນາ ​ແລະ ຈັດຕັ້ງປະຕິບັດ./. 

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top