ຂປລ
ຂປລ. ໃນຕອນເຊົ້າວັນທີ 18 ເດືອນຕຸລາ ປີ 2014 ຢູ່ ໂຮງຮຽນມັດທະຍົມສົມບູນວຽງຈັນ, ສູນປະກັນຄຸນນະພາບການສຶກສາກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ບໍລິສັດ ໄອໄອຈີ ການສຶກສາລາວ ຈັດການແຂ່ງຂັນຄວາມສາມາດດ້ານພາສາອັງກິດ TOEFL Junior Challeng ລະດັບປະເທດ ສຳລັບຊັ້ນນັກຮຽນມັດທະຍົມຕອນຕົ້ນ.

ຂປລ. ໃນຕອນເຊົ້າວັນທີ 18 ເດືອນຕຸລາ ປີ 2014 ຢູ່ ໂຮງຮຽນມັດທະຍົມສົມບູນວຽງຈັນ, ສູນປະກັນຄຸນນະພາບການສຶກສາກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ບໍລິສັດ ໄອໄອຈີ ການສຶກສາລາວ ຈັດການແຂ່ງຂັນຄວາມສາມາດດ້ານພາສາອັງກິດ TOEFL Junior Challeng ລະດັບປະເທດ ສຳລັບຊັ້ນນັກຮຽນມັດທະຍົມຕອນຕົ້ນ. ໂດຍເປັນປະທານ ແລະ ກ່າວເປີດງານຂອງ ທ່ານ ຮສ.ດຣ ສີສະໝອນ ສິດທິລາດວົງສາ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ, ມີທ່ານ ວັນໄຊ ນໍລະແສງ ຫົວໜ້າສູນປະກັນຄຸນນະພາບການສຶກສາ, ທ່ານ ທະນຸສອນ ພົນອາມາດ ປະທານບໍລິສັດ ໄອໄອຈີ ການສຶກສາລາວ ແລະ ບັນດາແຂກທີ່ຖືກເຊີນ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ທ່ານ ຮສ.ດຣ ສີສະໝອນ ສິດທິລາດວົງສາ ກ່າວວ່າ: ການແຂ່ງຂັນຄວາມສາມາດດ້ານພາສາອັງກິດສຳລັບຊັ້ນມັດທະຍົມຕອນຕົ້ນ TOEFL Junior Challeng ແມ່ນເປັນການແຂ່ງຂັນຄັ້ງທຳອິດຢູ່ ສປປ ລາວ ທີ່ໃຊ້ບົດສອບເສັງລະດັບສາກົນ ເພື່ອປະເມີນລະດັບພາສາອັງກິດຂອງນັກຮຽນຊັ້ນມັດທະຍົມ ຕອນຕົ້ນ, ເຊິ່ງເປັນໜຶ່ງໃນການປະເມີນພາສາອັງກິດຂອງ TOEFL ແລະ TOEFL Junior ແມ່ນພັດທະນາຂຶ້ນໂດຍ Education Testing Service (ETS) ສຳລັບໄວໜຸ່ມມ. ການແຂ່ງຂັນຄັ້ງນີ້ ແມ່ນເພື່ອເປີດໂອກາດໃຫ້ຜູ້ປົກຄອງ ແລະ ນ້ອງນັກຮຽນໄດ້ຮັບຮູ້ເຖິງມາດຕະຖານສາກົນໃນຄວາມສາມາດດ້ານພາສາອັງກິດ, ຍັງເປັນການຊ່ວຍສ້າງແຜນການຮຽນໃຫ້ດີຂຶ້ນ.
ການແຂ່ງຂັນຈັດຢູ່ໃນ 4 ແຂວງຄື: ນະຄອນຫລວງວຽງຈັນ, ແຂວງຫລວງພະບາງ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ມີນ້ອງນັກຮຽນເຂົ້າຮ່ວມ 645 ຄົນ ແລະ ແບ່ງເປັນ 3 ຮອບຄື: ຮອບທຳອິດແມ່ນ ວັນທີ 18-25 ເດືອນຕຸລາ ປີ 2014, ຮອບທີ 2 ແມ່ນວັນທີ 22-29 ພະຈິກ ປີ 2014 ຈະຄັດເອົາ 50 ຄົນເຂົ້າໄປແຂ່ງຂັນຮອບຊິງຊະນະເລີດໃນວັນທີ 20 ເດືອນທັນວາ ປີ 2014.
ສຳລັບພິທີປິດ ແລະ ມອບລາງວັນ ແມ່ນຈັດຂຶ້ນໃນວັນທີ 27 ເດືອນທັນວາ ປີ 2014 ທີ່ນະຄອນ ຫລວງວຽງຈັນ. ເຊິ່ງລາງວັນທີ 1 : ຮັບທຶນການສຶກສາ 5.000.000 ກີບ, ຫລຽນລາງວັນ ແລະໃບຍ້ອງຍໍ, ລາງວັນທີ 2 ມີ 2 ລາງວັນ: ຮັບທຶນການສຶກສາລາງວັນລະ 3.000.000 ກີບ, ຫລຽນລາງວັນ ແລະໃບຍ້ອງຍໍ, ລາງວັນທີ 3 ມີ 3 ລາງວັນ: ຮັບທຶນການສຶກສາລາງວັນລະ 2.000.000 ກີບ, ຫລຽນລາງວັນ ແລະໃບຍ້ອງຍໍ. ສ່ວນລາງວັນຊົມເຊີຍມີ 10 ລາງວັນ: ຮັບຂອງຂັວນ ແລະ ໃບຍ້ອງຍໍຈາກກະຊວງສຶກສາທິການ ແລະ ກິລາ.
KPL