ສະມາຄົມມິດຕະພາບໄຊຕະມະ-ລາວ ຈະໃຫ້ທຶນຊ່ວຍປັບປຸງລະບົບການສຶກສາແກ່ ສປປ ລາວ

21/10/2014 09:47
Email Print 726
ຂປລ ຂປລ. ສະມາຄົມມິດຕະພາບໄຊຕະມະ-ລາວ ຈະໃຫ້ທຶນ 200.000 ເຢັນ (ສະກຸນເງິນຍີ່ປຸ່ນ) ເພື່ອຊ່ວຍປັບປຸງລະບົບການສຶກສາແກ່ ສປປ ລາວ ​ເປັນ​ຕົ້ນ ສືບ​ຕໍ່​ປັບປຸງໂຮງຮຽນປະຖົມ ແລະ ສ້ອມແປງຂົວທີ່ແຂວງຫົວພັນ,

ຂປລ. ສະມາຄົມມິດຕະພາບໄຊຕະມະ-ລາວ ຈະໃຫ້ທຶນ 200.000 ເຢັນ (ສະກຸນເງິນຍີ່ປຸ່ນ) ເພື່ອຊ່ວຍປັບປຸງລະບົບການສຶກສາແກ່ ສປປ ລາວ ​ເປັນ​ຕົ້ນ ສືບ​ຕໍ່​ປັບປຸງໂຮງຮຽນປະຖົມ ແລະ ສ້ອມແປງຂົວທີ່ແຂວງຫົວພັນ, ມອບໃຫ້ໂຮງຮຽນປະຖົມສະພານທອງເໜືອ ແລະ ໂຮງຮຽນສີວັດທະນາ ນະຄອນຫລວງວຽງຈັນ ໃນ​ໂອກາດ​ທີ່​ເດີນທາງ​ມາ​ຢ້ຽມຢາມ ສປປ ລາວ ​​ແຕ່ວັນ​ທີ 19-24 ເດືອນ​ຕຸລາ​ປີ 2014.
ໃນໂອກາດເຂົ້າຢ້ຽມຂ່ຳນັບ ທ່ານ ດຣ. ພັນຄຳ ວິພາວັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ວ່າການກະຊວງສຶກສາທິການ ແລະ ກິລາ ໃນວັນທີ 20 ເດືອນຕຸລາ ປີ 2014 ທີ່ຫ້ອງຮັບແຂກ ກະຊວງສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ, ທ່ານ ທາກະຫະຊິ ຊູຊຸມູ (Takahashi SUSUMU) ປະທານສະມາຄົມໄຊຕະມະ-ລາວ ໄດ້ແຈ້ງຈຸດປະສົງໃນການມາ​ຢ້ຽມຢາມ ສປປ ລາວ​ ຄັ້ງ​ນີ້ ເພື່ອສືບ​ຕໍ່ສະໜັບສະໜູນວຽກງານການສຶກສາຢູ່ ສປປ ລາວ ໃນນັ້ນ ຈະ​ມອບ​ເງິນ​ຈຳນວນ 100.000 ເຢັນປະກອບສ່ວນປັບປຸງໂຮງຮຽນປະຖົມ ແລະ ສ້ອມແປງຂົວ ທີ່ແຂວງຫົວພັນ ແລະ ອີກ 100.000 ເຢັນ ມອບໃຫ້ໂຮງຮຽນປະຖົມສະພານທອງເໜືອ ແລະ ໂຮງຮຽນສີວັດທະນາ ນະຄອນຫລວງວຽງຈັນ.
ທ່ານ ດຣ. ພັນຄຳ ວິພາວັນ ໄດ້ສະແດງຄວາມຂອບໃຈຕໍ່ສະມາຄົມ ມິດຕະ ພາບໄຊຕະມະ-ລາວ ແລະ ປະຊາຊົນຍີ່ປຸ່ນ ໂດຍສະເພາະ ປະຊາຊົນແຂວງໄຊຕະມະ ທີ່ໄດ້ໃຫ້ການ ຊ່ວຍເຫລືອ ແກ່ ສປປ ລາວ ໃນຫລາຍດ້ານ ໂດຍສະເພາະດ້ານການສຶກສາ, ສາທາລະນະສຸກ ແລະ ອື່ນໆຕະຫລອດມາ ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການພັດທະນາລະບົບການສຶກສາຢູ່ ສປປ ລາວ ໃຫ້ໄດ້ຮັບການພັດ ທະນາຂຶ້ນໄປເລື້ອຍໆ. ພ້ອມນັ້ນ ທ່ານຍັງສະແດງຄວາມຫວັງວ່າຈະໄດ້ ຮັບການຊ່ວຍເຫລືອຈາກສະມາຄົມດັ່ງກ່າວອີກໃນອະນາຄົດຕາມຄວາມເໜາະສົມ./.

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top