ຂປລ
ຂປລ. ວັນທີ 16-17 ເດືອນຕຸລາ ປີ 2014ນີ້, ທ່ານ ຫລີ ບຸນຄໍ້າ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາຣາຊະອານາຈັກໄທ ພ້ອມດ້ວຍ ຄະນະ ໄດ້ເຄື່ອນໄຫວຢ້ຽມຢາມຈັງຫວັດຊຽງໃໝ່

ຂປລ. ວັນທີ 16-17 ເດືອນຕຸລາ ປີ 2014ນີ້, ທ່ານ ຫລີ ບຸນຄໍ້າ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາຣາຊະອານາຈັກໄທ ພ້ອມດ້ວຍ ຄະນະ ໄດ້ເຄື່ອນໄຫວຢ້ຽມຢາມຈັງຫວັດຊຽງໃໝ່ ໂດຍໄດ້ເຂົ້າພົບປະກັບຮອງຜູ້ວ່າຣາຊະການຈັງຫວັດ; ຄະນະອະທິການບໍດີມະຫາວິທະຍາໄລຊຽງໃໝ່, ມະຫາວິທະຍາໄລແມ່ໂຈ້ ແລະ ເປັນກຽດເຂົ້າຮ່ວມໃນກອງປະຊຸມສະມາຄົມນັກສຶກສາລາວມະຫາວິທະຍາໄລຊຽງໃໝ່ ປະຈໍາສົກປີ 2013-2014.
ໂອກາດພົບປະກັບທ່ານ ນາວິນ ສິນທຸສະອາດ ຮອງຜູ້ວ່າຣາຊະການຈັງຫວັດຊຽງໃໝ່, ຮັກສາການຜູ້ວ່າຣາຊະການຈັງຫວັດ; ທ່ານເອກອັກຄະລັດ ຖະທູດລາວ ໄດ້ແຈ້ງໃຫ້ຊາບຈຸດປະສົງການຢ້ຽມຢາມຊຽງໃໝ່, ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ; ຕີລາຄາສູງການພົວພັນຮ່ວມມື ລາວ-ໄທ ແລະ ຢືນຢັນວ່າສະຖານທູດພ້ອມຈະສະໜັບສະໜູນການພົວພັນຮ່ວມມືອັນດີງາມລະຫວ່າງສອງປະເທດ ລາວ-ໄທ ໃຫ້ເກີດດອກອອກຜົນ ເລື້ອຍໆໄປ.
ທ່ານຮອງຜູ້ວ່າຈັງຫວັດ ກ່າວຍິນດີຕ້ອນຮັບ, ຊົມເຊີຍການຢ້ຽມຢາມຊຽງໃໝ່ຂອງທ່ານທູດ, ຊົມເຊີຍການພັດທະນາຂອງລາວ ໂດຍສະເພາະທ່າແຮງ ດ້ານພະລັງງານໄຟຟ້າ ເຊິ່ງໄທໄດ້ເພິ່ງພາອາໄສຫລາຍ, ແຈ້ງໃຫ້ຊາບນະໂຍບາຍລະບຽບເສດຖະກິດຂອງໄທ (ເສດຖະກິດຊາຍແດນ) ພວມໄດ້ຮັບ ການພັດທະນາເປັນຮູບປະທໍາ; ທ່າແຮງຂອງຊຽງໃໝ່ດ້ານທ່ອງທ່ຽວ, ການເຊື່ອມຈອດທາງບົກ-ທາງອາກາດໃນເຂດພາກເໜືອຂອງໄທກັບທົ່ວປະເທດ ແລະ ບັນດາປະເທດໃກ້ຄຽງ.
ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ຍັງໄດ້ພົບປະກັບທ່ານ ຮສຈ. ດຣ. ໄພໂຣດ ວິຣິຍະຈາຣີ ຮອງອະທິການບໍດີມະຫາວິທະຍາໄລ ຊຽງໃໝ່ ພ້ອມດ້ວຍຄະນະ; ພົບປະກັບທ່ານຜູ້ຊ່ວຍ ສຈ.ດຣ ຈໍານຽນ ຍົດຊະຣາດ ອະທິການບໍດີມະຫາວິທະຍາໄລແມ່ໂຈ້ ເຊິ່ງຢູ່ແຕ່ລະບ່ອນ, ທັງແຂກ ແລະ ເຈົ້າພາບລ້ວນແຕ່ໄດ້ຕີລາຄາສູງການພົວພັນອັນດີງາມລະຫວ່າງສອງປະເທດໃນໄລຍະຜ່ານມາ, ໂດຍສະເພາະການພົວພັນລະຫວ່າງຂະແໜງ ການສຶກສາ.
ພາຍຫລັງໄດ້ຮັບຟັງການລາຍງານການເຄື່ອນໄຫວຄົ້ນຄວ້າຮໍ່າຮຽນຂອງນັກສຶກສາລາວໃນສົກປີຜ່ານມາ ແລະ ແຜນການເຄື່ອນໄຫວໃນປີຕໍ່ໄປ ໃນກອງປະຊຸມສະມາຄົມນັກສຶກສາລາວ ມະຫາວິທະຍາໄລຊຽງໃໝ່+ແມ່ໂຈ້, ທ່ານເອກອັກຄະລັດຖະທູດ ໄດ້ໃຫ້ຄໍາໂອວາດ ໂດຍໄດ້ສະແດງຄວາມ ຊົມເຊີຍ ແລະ ຕີລາຄາສູງການຈັດກອງປະຊຸມດັ່ງກ່າວ ທີ່ສະທ້ອນເຖິງຄວາມສາມັກຄີເປັນປຶກແຜ່ນຂອງນັກສຶກສາລາວທຸກຄົນ ກໍຄືຄະນະສະມາຄົມ, ພ້ອມທັງ ແຈ້ງໃຫ້ຮູ້ສະພາບການພາກພື້ນ-ສາກົນ; ສະພາບພົ້ນເດັ່ນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດລາວ; ການພົວພັນຮ່ວມ ມືອັນຕັ້ງໜ້າລະຫວ່າງ ລາວ-ໄທ ໂດຍສະເພາະດ້ານການສຶກສາ; ພ້ອມນໍາເອົາຄວາມຢື້ຢາມ-ຄວາມເປັນຫ່ວງເປັນໃຍຈາກການນໍາພັກ-ລັດມາສູ່ນັກສຶກ ສາທຸກຄົນ ແລະ ຮຽກຮ້ອງ ໃຫ້ນັກສຶກສາລາວ ຕັ້ງໃຈຄົ້ນຄວ້າຮໍ່າຮຽນ ຍາດແຍ່ງເອົາຄວາມຮູ້ເຕັກນິກວິທະຍາສາດອັນກ້າວໜ້າ ເພື່ອນໍາໄປພັດ ທະນາປະເທດ ໃຫ້ເກີດ ດອກອອກຜົນ, ຮຽນໃຫ້ຈົບຕາມຫລັກສູດ,ຫລີກເວັ້ນທຸກປະກົດການຫຍໍ້ທໍ້;ເຄົາລົບນັບຖືຄູອາຈານ ແລະ ລະບຽບກົດໝາຍຂອງ ປະເທດເຈົ້າພາບໃຫ້ດີ. ນອກຈາກນີ້ທ່ານເອກ ອັກຄະລັດຖະທູດກໍໄດ້ມອບໃບຍ້ອງຍໍໃຫ້ນັກສຶກສາລາວທີ່ມີຜົນການຮຽນດີເດັ່ນຈໍານວນໜຶ່ງ. ສົກປີ 2014-2015 ນັກສຶກສາລາວ ທີ່ພວມຄົ້ນ ຄວ້າຮໍ່າ ຮຽນຢູ່ໃນມະຫາວິທະຍາໄລຊຽງໃໝ່ ແລະ ແມ່ໂຈ້ ມີທັງໝົດ 72 ຄົນ, ຍິງ 22 ຄົນ; ຮຽນຂັ້ນປະລິນຍາເອກ 6 ຄົນ, ປະລິນຍາໂທ 61 ຄົນ ແລະ ປະລິນຍາຕີ 5 ຄົນ.
KPL