ຂປລ
ຂປລ. ກອງປະຊຸມຜູ້ບໍລິຫານການສຶກສາລະດັບສູງ ຂອງ ໜ່ວຍງານວິຊາການຂະແໜງການສຶກສາ (ESWG) ເພື່ອປຶກ ສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບຄວາມຄືບ ໜ້າບັນຫາສິ່ງທ້າທາຍ ຂອງໜ່ວຍງານວິຊາການຂະແໜງ ການສຶກສາ

ຂປລ. ກອງປະຊຸມຜູ້ບໍລິຫານການສຶກສາລະດັບສູງ
ຂອງໜ່ວຍງານວິຊາການຂະແໜງການສຶກສາ (ESWG) ເພື່ອປຶກສາຫາລື ແລະ
ແລກປ່ຽນຄຳຄິດ
ຄຳເຫັນກ່ຽວກັບຄວາມຄືບໜ້າບັນຫາສິ່ງທ້າທາຍຂອງໜ່ວຍງານວິຊາການຂະ
ແໜງການສຶກສາ ເພື່ອປະກອບເຂົ້າໃນບົດລາຍງານຂອງກອງປະຊຸມໂຕະມົນ
ປະຈຳປີ 2014 ຈະຈັດຂຶ້ນວັນທີ 14 ເດືອນພະຈິກ ປີ2014
ທີ່ໂຮງແຮມດອນຈັນພາເລດ ພ້ອມຍັງໄດ້ຮັບຟັງການລາຍງານ ຄວາມຄືບໜ້າ
ແລະ ຮັບຮອງເອົາຂະບວນການສ້າງແຜນພັດທະນາຂະແໜງການສຶກສາ ແລະ
ກິລາຄັ້ງທີ VIII (2016-2020) ແລະ ຍັງຈະໄດ້ຮັງຮອງເອົາເອກະສານ
ສະເໜີໂຄງການເພື່ອຂໍທຶນການສະໜັບສະໜູນ
ໃຫ້ແກ່ການສ້າງແຜນພັດທະນາຂະແໜງການທີ່ກ່ຽວຂ້ອງຈາກກອງທຶນ
ຮ່ວມສາກົນເພື່ອການສຶກສາ.
ທ່ານດຣ.ພັນຄຳ ວິພາວັນ
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ
ກ່າວວ່າ: ບັນດາຄູ່ຮ່ວມພັດທະນາ ໃນໄລຍະຜ່ານມາ
ໄດ້ເຮັດໃຫ້ການພັດທະນາການສຶກສາ ແລະ ກິລາ
ການດດຳເນີນການປະຕິຮູບລະບົບການສຶກສາແຫ່ງຊາດ ແລະ ການປັບປຸງ
ວຽກງານກິລາກາຍະກຳ ເປັນການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ
ໄດ້ມີຜົນສຳເລັດຫລາຍດ້ານນັບທັງດ້ານການບັນລຸເປົ້າໝາຍສະຫັດ
ສະວັດດ້ານການພັດທະນໃນປີ 2015
ຜົນສຳເລັດດັ່ງກ່າວນຍ້ອນຫລາຍປັດໄຈທັງພາຍໃນ ແລະ
ພາຍນອກທີ່ເປັນພື້ນຖານແມ່ນລັດຖະບານ ແຫ່ງ ສປປ ລາວ
ໄດ້ມີນະໂຍບາຍທີ່ຈະແຈ້ງໃນການພັດທະນາຂະແໜງການສຶກສາ ແລະ ກິລາ
ເອົາວຽກງານການສຶກສາ ແລະ ກິລາເຂົ້າເຖິງກຸ່ມຄົນນັບ
ທັງເພດຍິງຊົນເຜົ່າ ແລະ ຜູ້ດ້ອຍໂອກາດພ້ອມດຽວກັນນັ້ນລັດຖະບານ
ກໍມີຄວາມພະຍາຍາມເພີ່ມການລົງທຶນໃສ່ການສຶກສາ ແລະ ກິລາຕາມເງື່ອນໄຂ
ແລະ ຄວາມສາມາດຂອງລັດຖະບານໃນຄະນະດຽວກັນປະຊາຊົນລາວ
ບັນດາເຜົ່າກໍເປັນເຈົ້າການປະກອບສ່ວນຢ່າງຕັ້ງໜ້າ
ເຂົ້າໃນການພັດທະນາ ການສຶກສາ ແລະ
ກິລາກໍຄືພັດທະນາຕົນເອງໃຫ້ມີການຫັນປ່ຽນທີ່ດີຂຶ້ນບັນດາຄູ່ຮ່ວມ
ພັດທະນາໄດ້ໃຫ້ການສະໜັບສະໜູນທາງດ້ານງົບປະມານ ແລະ
ວິຊາການດ້ານຕ່າງໆ.
ໃນຕອນທ້າຍກອງປະຊຸມໄດ້ມີການປຶກສາຫາລື
ແລກປ່ຽນຄຳຄິດຄຳເຫັນຮ່ວມກັນ ເພື່ອຊອກຫາວິທີທາງແກ້ໄຂຮ່ວມກັນ
ເພື່ອເຮັດໃຫ້ວຽກງານການສຶກສາ ແລະ ກິລາ
ກໍຄືວຽກງານການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ
ໃຫ້ມີການຫັນປ່ຽນທີ່ມີຄຸນນະພາບສູງຂຶ້ນເທື່ອລະກ້າວ.
ກອງປະຊຸມໄດ້ຈັດຂຶ້ນວັນທີ 5
ເດືອນພະຈິກປີ 2014 ນີ້ຢູ່ທີ່ໂຮງແຮມລາວພຣາຊາ ນະຄອນຫລວງວຽງຈັນ
ໂດຍເປັນປະທານຂອງ ທ່ານ ດຣ.ພັນຄຳ ວິພາວັນ ຮອງນາຍົກລັດຖະມົນຕີ
ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ, ທ່ານ ຈອນ ວິລຽມ
ເອກອັກຄະຣາຊະທູດຜູ້ມີອຳນາດເຕັມ ແຫ່ງປະເທດ ອົດສະຕາລີປະຈຳ ສປປ
ລາວ, ມີບັນດາລັດຖະມົນຕີຊ່ວຍວ່າການ, ຫົວໜ້າຫ້ອງການຫົວໜ້າກົມ, ຮອງກົມ,
ຜູ້ອຳນວຍການ, ສະຖາບັນ ຈາກກະຊວງສຶກສາທິການ ແລະ ກິລາ ແລະ
ກະຊວງອ້ອມຂ້າງສູນກາງຕາງໜ້າອົງການຈັດຕັ້ງສາກົນເຂົ້າຮ່ວມ.
KPL