ນັກຮຽນເຂົ້າຮ່ວມປະກວດຮູບແຕ້ມ

25/11/2014 15:26
Email Print 604
ຂປລ ຂປລ. ກອງ​ປະຊຸມ​ຜູ້​ບໍລິຫານ​ການ​ສຶກສາລະ​ດັບ​ສູງ​ ຂອງ​ ໜ່ວຍງານ​ວິຊາ​ການ​ຂະ​ແໜງ​ການ​ສຶກສາ (ESWG) ເພື່ອ​ປຶກ ສາ​ຫາລື ​ແລະ ​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ຄວາມ​ຄືບ​ ໜ້າບັນຫາ​ສິ່ງ​ທ້າ​ທາຍ ​ຂອງ​ໜ່ວຍ​ງານ​ວິຊາ​ການ​ຂະ​ແໜງ​ ການ​ສຶກສາ
ຂປລ. ກອງ​ປະຊຸມ​ຜູ້​ບໍລິຫານ​ການ​ສຶກສາລະ​ດັບ​ສູງ​ ຂອງ​ໜ່ວຍ​ງານ​ວິຊາ​ການ​ຂະ​ແໜງ​ການ​ສຶກສາ (ESWG) ເພື່ອ​ປຶກສາ​ຫາລື ​ແລະ ​ແລກປ່ຽນ​ຄຳ​ຄິດ​ ຄຳ​ເຫັນ​ກ່ຽວ​ກັບ​ຄວາມ​ຄືບ​ໜ້າບັນຫາ​ສິ່ງ​ທ້າ​ທາຍ​ຂອງ​ໜ່ວຍ​ງານ​ວິຊາ​ການ​ຂະ ​ແໜງ​ການ​ສຶກສາ ເພື່ອ​ປະກອບ​ເຂົ້າ​​ໃນ​ບົດ​ລາຍ​ງານຂອງ​ກອງ​ປະຊຸມ​ໂຕະມົນ​ ປະຈຳ​ປີ 2014 ຈະ​ຈັດ​ຂຶ້ນ​ວັນ​ທີ 14 ເດືອນພະຈິກ ປີ2014 ທີ່​ໂຮງ​ແຮມ​ດ​ອນຈັນ​ພາ​ເລດ ພ້ອມ​ຍັງ​ໄດ້​ຮັບ​ຟັງການ​ລາຍ​ງານ​ ຄວາມ​ຄືບ​ໜ້າ ​ແລະ ຮັບຮອງ​ເອົາ​ຂະ​ບວນການ​ສ້າງ​ແຜນ​ພັດທະນາ​ຂະ​ແໜງການ​ສຶກສາ ແລະ ກິລາ​ຄັ້ງ​ທີ VIII (2016-2020) ​ແລະ ຍັງ​ຈະ​ໄດ້​ຮັງ​ຮອງ​ເອົາ​ເອກະສານ​ ສະ​ເໜີ​​ໂຄງການ​ເພື່ອ​ຂໍ​ທຶນ​ການ​ສະໜັບສະໜູນ ​ໃຫ້​ແກ່​ການ​ສ້າງ​ແຜນ​ພັດທະນາ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຈາກ​ກອງ​ທຶນ​ ຮ່ວມ​ສາກົນ​ເພື່ອ​ການ​ສຶກສາ.

ທ່ານດຣ.ພັນ​ຄຳ ວິພາ​ວັນ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິການ ແລະ ກິລາ ກ່າວ​ວ່າ: ບັນດາ​ຄູ່​ຮ່ວມ​ພັດທະນາ​ ໃນ​ໄລຍະ​ຜ່ານ​ມາ ​ໄດ້​ເຮັດ​ໃຫ້ການພັດທະນາ​ການ​ສຶກສາ ​ແລະ ກິລາ ການ​ດດຳ​ເນີນ​ການ​ປະຕິ​ຮູບ​ລະບົບ​ການ​ສຶກສາ​ແຫ່ງ​ຊາດ ​ແລະ ການ​ປັບປຸງ ​ວຽກ​ງານ​ກິລາກາຍະ​ກຳ ​ເປັນ​ການ​ພັດທະນາ​ຊັບ​ພະຍາກອນ​ມະນຸດ​ຂອງ ສປປ ລາວ ​ໄດ້​ມີ​ຜົນ​ສຳ​ເລັດ​ຫລາຍ​ດ້ານນັບ​ທັງ​ດ້ານ​ການ​ບັນລຸ​ເປົ້າ​ໝາຍ​ສະຫັດ​ ສະວັດດ້ານ​ການ​ພັດທະນ​ໃນ​ປີ 2015 ຜົນສຳ​ເລັດ​ດັ່ງ​ກ່າວ​ນຍ້ອນ​ຫລາຍ​ປັດ​​ໄຈທັງ​ພາຍ​ໃນ ​ແລະ ພາຍ​ນອກທີ່​ເປັນ​ພື້ນຖານ​ແມ່ນລັດຖະບານ ​ແຫ່ງ ສປປ ລາວ ​ໄດ້​ມີ​ນະ​ໂຍບາຍ​ທີ່​ຈະ​ແຈ້ງ​ໃນ​ການ​ພັດທະນາ​ຂະ​ແໜງ​ການ​ສຶກສາ ​ແລະ ກິລາ ​ເອົາ​ວຽກ​ງານ​ການ​ສຶກສາ ​ແລະ ກິລາ​ເຂົ້າ​ເຖິງ​ກຸ່ມ​ຄົນນັບ​ ທັງ​ເພດ​ຍິງ​ຊົນ​ເຜົ່າ ​ແລະ ຜູ້​ດ້ອຍ​ໂອກາດພ້ອມ​ດຽວ​ກັນ​ນັ້ນລັດຖະບານ ກໍມີ​ຄວາມ​ພະຍາຍາມ​ເພີ່ມ​ການ​ລົງທຶນ​ໃສ່​ການ​ສຶກສາ ​ແລະ ກິລາຕາມ​ເງື່ອນ​ໄຂ ​ແລະ​ ຄວາມ​ສາມາດ​ຂອງ​ລັດຖະບານ​ໃນ​ຄະນະ​ດຽວ​ກັນ​ປະຊາຊົນ​ລາວ​ ບັນດາ​ເຜົ່າກໍເປັນ​ເຈົ້າ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ ເຂົ້າ​ໃນ​ການ​ພັດທະນາ​ ການ​ສຶກສາ ​ແລະ ກິລາກໍຄື​ພັດທະນາ​ຕົນ​ເອງ​ໃຫ້​ມີ​ການ​ຫັນປ່ຽນ​ທີ່​ດີ​ຂຶ້ນບັນດາ​ຄູ່​ຮ່ວມ​ ພັດທະນາ​ໄດ້​ໃຫ້ການ​ສະໜັບສະໜູນ​ທາງ​ດ້ານ​ງົບປະມານ ​ແລະ ວິຊາ​ການ​ດ້ານ​ຕ່າງໆ.

ໃນ​ຕອນ​ທ້າຍ​ກອງ​ປະຊຸມ​ໄດ້​ມີ​ການ​ປຶກສາ​ຫາລື ​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ຮ່ວມ​ກັນ ​ເພື່ອ​ຊອກ​ຫາ​ວິທີ​ທາງ​ແກ້​ໄຂ​ຮ່ວມ​ກັນ ​ເພື່ອ​ເຮັດ​ໃຫ້​ວຽກ​ງານ​ການ​ສຶກສາ ​ແລະ ກິລາ ກໍ​ຄື​ວຽກ​ງານ​ການ​ພັດທະນາຊັບພະຍາກອນ​ມະນຸດ​ຂອງ ສປປ ລາວ ​ໃຫ້​ມີ​ການ​ຫັນປ່ຽນ​ທີ່​ມີ​ຄຸນ​ນະພາ​ບສູງ​ຂຶ້ນ​ເທື່ອ​ລະ​ກ້າວ.

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ວັນ​ທີ 5 ເດືອນພະຈິກປີ 2014 ນີ້​ຢູ່​ທີ່​​ໂຮງ​ແຮມ​ລາວ​ພຣາຊາ ນະຄອນຫລວງ​ວຽງ​ຈັນ​ ໂດຍ​ເປັນ​ປະທານ​ຂອງ​ ທ່ານ ດຣ.ພັນ​ຄຳ ວິພາ​ວັນ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາທິການ ແລະ ກິລາ, ທ່ານ ຈອນ ວິ​ລຽມ ​ເອກ​ອັກ​ຄະ​ຣາຊະ​ທູດຜູ້​ມີ​ອຳນາດ​ເຕັມ​ ແຫ່ງ​ປະ​ເທດ ອົດ​ສະ​ຕາ​ລີປະຈຳ ສປປ ລາວ, ມີ​ບັນດາ​ລັດຖະມົນຕີ​ຊ່ວຍ​ວ່າການ, ຫົວໜ້າ​ຫ້ອງການຫົວໜ້າ​ກົມ, ຮອງ​ກົມ, ຜູ້ອຳນວຍການ​, ສະ​ຖາ​ບັນ ຈາກ​ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ແລະ ກະຊວງ​ອ້ອມ​ຂ້າງ​ສູນ​ກາງຕາງ​ໜ້າ​ອົງການ​ຈັດ​ຕັ້ງ​ສາກົນ​ເຂົ້າ​ຮ່ວມ.
KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top