ນັກສຶກສາເສີມທັກສະການເວົ້າ

25/11/2014 15:52
Email Print 1132
ຂປລ ຂປລ. ວັນທີ 1 ເດືອນຕຸລາ ປີ 2014 ນີ້ ຄະນະວິທະຍາສາດ-ສັງຄົມ ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບອົງການສະຫະປະຊາຊາດກອງທຶນ ສຳລັບປະຊາກອນ (UNFPA) ໄດ້ເປີດໂອກາດ ໃຫ້ນັກສຶກສາເຂົ້າຮ່ວມໃນການສະແດງທັດສະນະ ແລະ ຄວາມຄິດ-ຄວາມເຫັນ ຂອງຕົນກ່ຽວກັບການ ພັດທະນາຊາວໜຸ່ມໂດຍການຈັດການແຂ່ງຂັນໂຕ້ວາທີ ພາຍໃຕ້ຫົວຂໍ້ “ການພັດທະນາໄວໜຸ່ມ”.

ຂປລ. ວັນທີ 1 ເດືອນຕຸລາ ປີ 2014 ນີ້ ຄະນະວິທະຍາສາດ-ສັງຄົມ ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບອົງການສະຫະປະຊາຊາດກອງທຶນ ສຳລັບປະຊາກອນ (UNFPA) ໄດ້ເປີດໂອກາດ ໃຫ້ນັກສຶກສາເຂົ້າຮ່ວມໃນການສະແດງທັດສະນະ ແລະ ຄວາມຄິດ-ຄວາມເຫັນ ຂອງຕົນກ່ຽວກັບການ ພັດທະນາຊາວໜຸ່ມໂດຍການຈັດການແຂ່ງຂັນໂຕ້ວາທີ ພາຍໃຕ້ຫົວຂໍ້ “ການພັດທະນາໄວໜຸ່ມ”.

ການສະແດງທັດສະນະ ຫລື ການໂຕ້ວາທີດັ່ງກ່າວ ມີຜູ້ເຂົ້າຮ່ວມທັງໝົດ 18 ຄົນ ຈາກ 6 ຄະນະໃນມະຫາວິທະຍາໄລແຫ່ງຊາດ ເຊັ່ນ: ຄະນະ ວິທະຍາສາດ-ສັງຄົມ, ຄະນະເສດຖະສາດ-ບໍລິ ຫານທຸລະກິດ, ຄະນະອັກສອນສາດ, ຄະນະສິ່ງແວດລ້ອມ, ຄະນະສຶກສາສາດ ແລະ ຄະນະວິທະຍາ ສາດທຳມະຊາດ, ເຊິ່ງຫົວຂໍ້ທີ່ນຳມາໂຕ້ວາທີຄັ້ງນີ້ປະກອບມີ: ໄວໜຸ່ມ ແລະ ການມີສ່ວນຮ່ວມ; ການຮຽນຮູ້ກ່ຽວກັບສຸຂະພາບທາງເພດ ແລະ ສຸຂະພາບ ຈະເລີນພັນ ແລະ  ການໃຫ້ບໍລິການສຸຂະພາບ ທາງເພດ ແລະ ສຸຂະພາບຈະເລີນພັນ.

ການໂຕ້ວາທີໃນຄັ້ງນີ້, ເປັນການສ້າງໂອກາດທີ່ດີໃຫ້ແກ່ນັກສຶກສາເພື່ອເສີມສ້າງທັກສະໃນການຄົ້ນຄວ້າ, ວິເຄາະ ແລະ ທັກສະການເວົ້າໃນສາທາ ລະນະທັງເປັນການເພີ່ມຄວາມຮັບຮູ້ ແລະ ຄວາມເຂົ້າໃຈຂອງນັກສຶກສາຕໍ່ບັນຫາໄວໜຸ່ມ ແລະ ການພັດທະນາ, ເປັນການເປີດໂອກາດໃຫ້ໄວໜຸ່ມ ໄດ້ສະແດງທັດສະນະຄະຕິ ແລະ ຄວາມຄິດເຫັນຂອງຕົນຕໍ່ກັບບັນຫາທີ່ກ່ຽວຂ້ອງກັບເຂົາເຈົ້າເອງ./.

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top