ເຈົ້າ​ໜ້າ​ທີ່​ອາວຸ​ໂສ ລາວ-​ໄທ ຫາ​ລື​ການ​ຮ່ວມ​ມື ດ້ານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ

28/11/2014 08:58
Email Print 613
ຂປລ ຂປລ. ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ທາງ​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ລາວ-​ໄທ ​ໄດ້​ຮ່ວມ​ກັນປຶກ ສາ​ຫາລື ກ່ຽວ​ກັບ​ການ​ກຳນົດ​ທິດ​ທາງ, ​ໂຄງການ ຫລື ກິດຈະກຳ​ກາ​ນຮ່ວມມື, ກົນ​ໄກ ​ແລະ ວິທີ​ການ​ໃນ​ການຈັດຕັ້ງປະຕິບັດ​ໃນຕໍ່ໜ້າ ໃນ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ ​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ລາວ-​ໄທ ​​ເຊິ່ງຈັດ​ຂຶ້ນໃນ​ວັນ​ທີ 27 ​ເດືອນ​ພະຈິກ ປີ 2014

ຂປລ. ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ທາງ​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ລາວ-​ໄທ ​ໄດ້​ຮ່ວມ​ກັນປຶກ ສາ​ຫາລື ກ່ຽວ​ກັບ​ການ​ກຳນົດ​ທິດ​ທາງ, ​ໂຄງການ ຫລື ກິດຈະກຳ​ກາ​ນຮ່ວມມື, ກົນ​ໄກ ​ແລະ ວິທີ​ການ​ໃນ​ການຈັດຕັ້ງປະຕິບັດ​ໃນຕໍ່ໜ້າ ໃນ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ ​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ລາວ-​ໄທ ​​ເຊິ່ງຈັດ​ຂຶ້ນໃນ​ວັນ​ທີ 27 ​ເດືອນ​ພະຈິກ ປີ 2014 ທີ່​ນະຄອນຫລວງ​ວຽງ​ຈັນ ພາຍ​ໃຕ້​ການ​ເປັນ​ປະທານ​ຮ່ວມ​ຂອງ ທ່ານ ມະ​ໄລ​ທອງ ກົມມະ​ສິດ ຫົວໜ້າ​ກົມ​ແຜນການ ​ແລະ ການ​ຮ່ວມ​ມື ກະ ຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ແຫ່ງ ສປປ ລາວ ​ແລະ ທ່ານ ດຣ. ວິລະ​ພົງ ​ແພ​ສຸວັນ ຫົວໜ້າ​ຫ້ອງການ ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ແຫ່ງຣາຊະ​ອານາຈັກ​ໄທ.

ທ່ານ ມະ​ໄລ​ທອງ ກົມມະ​ສິດ ​ໄດ້​ໃຫ້​ຮູ້​ວ່າ: ການຈັດກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ ​ຄັ້ງນີ້ ​ເປັນ​ການ​ທົບ​ທວນຄືນ​ຄວາມ​ຄືບ​ໜ້າ​ໃນ​ການ​ຈັດຕັ້ງປະຕິບັດ​ບັນດາ​ຂໍ້​ຕົກລົງ​ທີ່​ສອງ​ຝ່າຍ ​ເປັນ​ເອກະ​ພາບ​ກັນ​ໃນ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ ຄັ້ງທີ 6 ​ເຊິ່ງຈັດ​ຂຶ້ນ​ໃນ​ ເດືອນ​ສິງຫາ ປີ 2013 ຜ່ານມາ ທີ່ຣາຊະ​ອານາຈັກ​ໄທ; ບັນດາ​ໂຄງການ ​ແລະ ກິດຈະກຳ​ຮ່ວມ​ມື​ທີ່​ໄດ້​ຈັດຕັ້ງປະຕິບັດ​ຮ່ວມ​ກັນ​ໃນ​​ໄລຍະຜ່ານມາ. ​ໃນ​ກອງ​ປະຊຸມ​ໄດ້​ມີ​ການ​ປຶກສາ​ຫາລື​ກັນ​ໃນ​ຫລາຍ​ຫົວ​ຂໍ້ ​ເປັນຕົ້ນ​ ແມ່ນ​ວຽກ​ງານ​ມາດຕະຖານ, ວັດ​ແທກ ​ແລະ ການກວດ​ສອບ; ວຽກ​ງານ​ບໍລິຫານ​ຈັດການ ​​ແຫ​ລ່ງນ້ຳ; ວຽກ​ງານ​ດ້ານ​ຊີວະ​ນາໆ​ພັນ ​ແລະ ​ເຕັກ​ໂນ​ໂລ​ຊີ​ ຊີວະ​ພາບ; ວຽກ​ງານ​ເຕັກ​ໂນ​ໂລ​ຊີ​ ຊີ​ນ​ໂຄຣຕຣອນ (Synchrotron Technology); ວຽກ​ງານ​ສວນ​ອຸທິຍານ​ວິທະຍາສາດ; ວຽກ​ງານ​ດາລາ ສາດ; ວຽກ​ງາ​ນນິວ​ເຄຣຍ ​ແລະ ຄວາມ​ປອດ​ໄພ​ທາງ​ດ້ານ​ລັງສີ; ວຽກ​ງານ​ພະລັງງານ​ທົດ​ແທນ, ວຽກ​ງານ​ເຕັກ​ໂນ​ໂລ​ຊີ ອະ​ວະ​ກາດ, ສືບ​ຢັ່ງ​ທາງ​ໄກ; ລະບົບ​ທໍລະນີວິທະຍາ ​ແລະ ຂົງ​ເຂດ​ວຽກ​ງານ​ອື່ນໆ​ທີ່​ໜ້າ​ສົນ​ໃຈ.

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top