ຂປລ
ຂປລ. ວັນທີ28 ເດືອນພະຈິກ ປີ 2014 ນີ້ຢູ່ ສະໂມສອນກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວໄດ້ມີພິທີ ມອບ-ຮັບຄອມພິວເຕີຈຳນວນ 30 ຊຸດ ລະຫວ່າງ ທະນາຄານຫຸ້ນສ່ວນ ການຄ້າການລົງທຶນ ແລະ ພັດທະນາ ຫວຽດນາມ (BIDV) ແລະ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ).

ໃນພິທີມອບ-ຮັບຄອມພິວເຕີຄັ້ງນີ້ມີທ່ານ ເຢືອງ ວັນເຟືອງ ຫົວໜ້າຫ້ອງການ, ຜູ້ຕາງໜ້າ ທະນາຄານ ຫຸ້ນສ່ວນ ການຄ້າ ແລະ ພັດທະນາ ຫວຽດນາມ ເປັນຜູ້ກ່າວມອບ ແລະ ທ່ານ ຂັນທອງ ມະໂນທຳ ຫົວໜ້າຫ້ອງການ, ຕາງໜ້າກະຊວງ ຖວທ ເປັນຜູ້ກ່າວຮັບ,ມີພະນັກງານວິຊາການທັງສອງຝ່າຍ ເຂົ້າຮ່ວມເປັນ ສັກຂີພິຍານ.
ທ່ານ ຂັນທອງ ມະໂນທຳ ຫົວໜ້າຫ້ອງກະຊວງ ຖວທ ໄດ້ກ່າວສະແດງຂອບໃຈຕໍ່ທ່ານ ເຢືອງ ວັນເຟືອງ ຫົວໜ້າຫ້ອງການ, ຜູ້ຕາງໜ້າ ທະນາ ຄານ ຫຸ້ນສ່ວນ ການຄ້າ ແລະ ພັດທະນາ ຫວຽດນາມ ທີ່ໄດ້ ຊ່ວຍເຫລືອຄອມພິວເຕີ 30 ຊຸດໃຫ້ກະຊວງ ຖວທ ໃນຄັ້ງນີ້ ແລະ ສັນຍາ ວ່າຈະ ນຳໃຊ້ຄອມພິວເຕີຈ ຳນວນດັ່ງກ່າວ ເຂົ້າໃນຂົງເຂດວຽກງານ ຖວທ ໃຫ້ເປັນປະໂຫຍດ ແລະ ຈະຮັກສາສະຕິກເກີ ໂລໂກຂອງ BIDV ໄລຍະ ສອງປີ.ໃນຕອນເຊົ້າຂອງວັນດຽວກັນ ທ່ານ ເຢືອງ ວັນເຟືອງ ຫົວໜ້າຫ້ອງການ, ຜູ້ຕາງໜ້າ ທະນາຄານຫຸ້ນສ່ວນ ການຄ້າ ແລະ ພັດທະນາ ຫວຽດນາມ ໄດ້ມອບພິວເຕີຈຳນວນ 30 ຊຸດໃຫ້ແກ່ ສູນກາງແນວລາວສ້າງຊາດ ແລະ ໃນໂອກາດນີ້ ທ່ານ ຕົງເຢີທໍ ຮອງປະ ທານ,ຜູ້ ປະຈຳການ ສູນກາງ ແນວລາວສ້າງຊາດໄດ້ກ່າວຮັບ , ສະແດງ ຄວາມ ຂອບໃຈ ແລະ ໄດ້ປະດັບຫລຽນກາລະນຶກຄົບຮອບ 60 ປີ ວັນສ້າງຕັ້ງແນວລາວສ້າງຊາດໃຫ້ແກ່ ທ່ານ ເຢືອງ ວັນເຟືອງ ທີ່ມີຜົນງານດີເດັ່ນໃນການເຄ່ືອນໄຫວວຽກງານແນວລາວສ້າງຊາດໃນໄລຍະຜ່ານມາ./.
KPL