ຂປລ
ຂປລ. ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສປປ ລາວ ແລະ ກະຊວງວິທະຍາ ສາດ ແລະ ເຕັກໂນໂລຊີ ແຫ່ງ ຣາຊະອານາຈັກໄທ ໄດ້ເຊັນບົດບັນທຶກການຮ່ວມມືດ້ານວິທະຍາ ສາດ ແລະະ ເຕັກໂນໂລຊີ ໃນ 14 ຂົງເຂດ ປະກອບມີ ການຮ່ວມມື ດ້ານເຕັກໂນໂລຊີ ຊີວະພາບ ແລະ ຊີວະນາໆພັນ; ພະລັງງານທົດແທນ; ເຕັກໂນໂລຊີເອເລັກໂຕຣນິກ

ຂປລ. ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສປປ ລາວ ແລະ ກະຊວງວິທະຍາ ສາດ ແລະ ເຕັກໂນໂລຊີ ແຫ່ງ ຣາຊະອານາຈັກໄທ ໄດ້ເຊັນບົດບັນທຶກການຮ່ວມມືດ້ານວິທະຍາ ສາດ ແລະະ ເຕັກໂນໂລຊີ ໃນ 14 ຂົງເຂດ ປະກອບມີ ການຮ່ວມມື ດ້ານເຕັກໂນໂລຊີ ຊີວະພາບ ແລະ ຊີວະນາໆພັນ; ພະລັງງານທົດແທນ; ເຕັກໂນໂລຊີເອເລັກໂຕຣນິກ ແລະ ຄອມພິວເຕີ; ດາລາ ສາດ; ເຕັກໂນໂລຊີແສງຊິນໂຄຕຣອນ; ເຕັກໂນໂລຊີອະວະກາດ, ການສືບຢັ່ງທາງໄກ ແລະ ລະບົບຂໍ້ມູນພູມສາດ; ມາດຕະຖານ ແລະ ການວັດແທກ, ການກວດສອບ ແລະ ການປະເມີນຄວາມສອດ ຄ່ອງ; ການສ້າງຈິດສຳນຶກທາງດ້ານວິທະຍາສາດ ແລະ ພິພິທະພັນທາງດ້ານວິທະຍາສາດ; ນະໂຍບາຍວິທະຍາສາດ-ເຕັກໂນໂລຊີ ແລະ ນະວັດຕະກຳ; ການສົ່ງເສີມນະວັດຕະກຳສຳລັບວິສາຫະກິດຂະໜາດນ້ອຍ-ຂະໜາດກາງ; ອຸທິຍານວິທະຍາສາດ; ການຄຸ້ມຄອງຊັບພະຍາກອນນ້ຳ; ເຕັກໂນໂລຊີນິວເຄຣຍ, ຄວາມປອດໄພ, ຄວາມໝັ້ນຄົງ, ການປ້ອງກັນໄພຈາກນິວເຄຣຍ ແລະ ຂົງເຂດອື່ນໆຂອງການຮ່ວມມືທີ່ອາດຕົກລົງຮ່ວມກັນ.
ຂໍ້ມູນດັ່ງກ່າວໄດ້ຮັບການລາຍງານໃນກອງປະຊຸມລັດຖະມົນຕີວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຊີ ລາວ-ໄທ ຄັ້ງທີ 6 ໃນວັນທີ 28 ເດືອນພະຈິກ ປີ 2014 ທີ່ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສຈ.ດຣ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສປປ ລາວ ແລະ ທ່ານ ດຣ. ພິເຊດ ດຸຣົງຄະເວໂຣດ ລັດຖະ ມົນຕີວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ຣາຊະອານາຈັກໄທ ເຊິ່ງໃນກອງປະຊຸມ ໄດ້ພິຈາລະນາປຶກສາຫາລືກ່ຽວກັບ ການຮ່ວມມືສອງຝ່າຍ ເປັນຕົ້ນ ບົດບັນທຶກການຮ່ວມມືໃນບັນດາຂົງເຂດໂຄງການ ແລະ ກິດຈະກຳການຮ່ວມມືທີ່ເປັນບຸລິມະສິດໃນສະເພາະໜ້າ ແລະ ຍາວນານ ທີ່ຈະຕ້ອງໄດ້ເອົາໃຈໃສ່ການຄົ້ນຄວ້າກົນໄກ, ວິທີການຈັດຕັ້ງປະຕິບັດໃຫ້ເກີດຜົນ ເຊິ່ງ ສອງຝ່າຍຈະຕ້ອງໄດ້ມີການຈັດຕັ້ງຄະນະກຳມະການຮ່ວມ ລະຫວ່າງ ສອງກະຊວງ ທີ່ຈະຕ້ອງຊອກຫາວິທີການໃນການ ຈັດຕັ້ງປະຕິບັດແຜນການ, ໂຄງການ ແລະ ກິດຈະກຳທີ່ກຳນົດຮ່ວມກັນໃຫ້ປະກົດຜົນເປັນຈິງ.
ພ້ອມນີ້ ກອງປະຊຸມຍັງໄດ້ເຫັນດີເປັນເອກະພາບກັນໃນຕໍ່ໜ້າວ່າ: ສອງກະຊວງວິທະຍາ ສາດ ແລະ ເຕັກໂນໂລຊີ ລາວ-ໄທ ຈະຕ້ອງໄດ້ສູ້ຊົນ ເພື່ອເຮັດແນວໃດໃຫ້ການຮ່ວມມືດ້ານວິທະຍາ ສາດ-ເຕັກໂນໂລຊີ ແລະ ນະວັດຕະກຳ ຂອງສອງປະເທດພົ້ນເດັ່ນຂຶ້ນ ແລະ ໃຫ້ມີກິດຈະກຳຫລາຍຂຶ້ນ ເນື່ອງຈາກວ່າ ໃນໄລຍະຜ່ານມາ ໃນເວທີການຮ່ວມມືສອງຝ່າຍເມື່ອທຽບໃສ່ຂະແໜງການອື່ນ ແມ່ນບໍ່ທັນພົ້ນເດັ່ນເທົ່າທີ່ຄວນ.
KPL