ຄະນະ​ຜູ້​ແທນ​ລາວ ​ເຂົ້າຮ່ວມກອງ​ປະຊຸມ​ສຸດ​ຍອດລະນຶກຄົບຮອບ 50 ປີ ຂອງ​ການ​ກໍ່ຕັ້ງ ກຸ່ມ 77 ​ແລະ ສປ ຈີນ

24/06/2014 11:20
Email Print 893
ຂປລ ຂປລ. ຄະນະ​ຜູ້​ແທນ​ລາວ​ນໍາ​ໂດຍ ທ່ານ ພົງ​ສະຫວັດ ບຸບຜາ ລັດຖະມົນຕີ​,​ ຫົວໜ້າ​ຫ້ອງວ່າການ​​ປະທານ​ປະ​ເທດ, ຜູ້ຕາງໜ້າພິ​ເສດ​ຂອງປະທານປະເທດ ແຫ່ງ ສປປ ລາວ ​ໄດ້​ນໍາພາ​ຄະນະ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ ປະຊຸມ​ສຸດ​ຍອດສະໄໝ ​ພິ​ເສດ​ຂອງ​ປະມຸກ​ລັດ ​

ຂປລ. ຄະນະ​ຜູ້​ແທນ​ລາວ​ນໍາ​ໂດຍ ທ່ານ ພົງ​ສະຫວັດ ບຸບຜາ ລັດຖະມົນຕີ​,​ ຫົວໜ້າ​ຫ້ອງວ່າການ​​ປະທານ​ປະ​ເທດ, ຜູ້ຕາງໜ້າພິ​ເສດ​ຂອງປະທານປະ ເທດ ແຫ່ງ ສປປ ລາວ ​ໄດ້​ນໍາພາ​ຄະນະ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດສະໄໝ​ພິ​ເສດ​ຂອງ​ ປະມຸກ​ລັດ ​ແລະ ຫົວໜ້າ​ລັດຖະບານຂອງ​ກຸ່ມ 77 ​ແລະ ສປ ຈີນ, ເພື່ອສະເຫລີມສະຫລອງ ຄົບຮອບ 50 ປີ ແຫ່ງການກໍ່ຕັ້ງກຸ່ມ 77 ​ແລະ ສປ ຈີນ ເຊິ່ງໄດ້ຈັດ​ຂຶ້ນ​ແຕ່​ວັນ​ທີ 14-15 ມິຖຸນາ 2014 ທີ່ ຊານ​ຕາ ຄຣຸສ,​ ປະ​ເທດໂບລີ​ວີ ພາຍໃຕ້ຫົວຂໍ້ "​ເພື່ອ​ລະບຽບ​ການໃໝ່​ຂອງ​ໂລກ​ເພື່ອໃຫ້ມີຊິວິດ​ການ​ເປັນ​ຢູ່​ທີ່​ດີ". ກອງປະຊຸມຄັ້ງນີ້ ​ຈັດຂຶ້ນພາຍໃຕ້ການ ເປັນ​ປະທານ​ຂອງ ທ່ານ ເອໂວ ໂມຣາເລສ ໄອມາ Evo Morales Ayma,​ ປະທານາ​ທິບໍດີ ​ໂບລີວີ ​ໂດຍ​ມີ ທ່ານ ບັນ​ກິ​ມູນ ​ເລຂາທິການ​ໃຫຍ່ອົງການ ສປຊ, ​ບັນດາປະມຸກ​ລັດ, ຫົວໜ້າ​ລັດຖະບານ ​ແລະ ​ຜູ້​ແທນຂັ້ນ​ສູງ​ຂອງ​ປະ​ເທດສະມາຊິກ ​ເຂົ້າຮ່ວມ​ຢ່າງ​ຫລວງຫລາຍ.

ໃນວັນທີ 15 ມິຖຸນາ 1964 ປະເທດພວມພັດທະນາ 77 ປະເທດ ໄດ້ຮັບຮອງ​ເອົາຖະແຫລງການຮ່ວມ ​ໃນ​ກອງ​ປະຊຸມ​ອົງການ​ສະຫະ​ປະຊາ​ຊາດ ວ່າ​ດ້ວຍ​ການ​ຄ້າ ​ແລະ ການ​ພັດທະນາ​ເພື່ອກໍ່ຕັ້ງກຸ່ມ 77 ​ແລະ ສປ ຈີນ ຂຶ້ນ ​ໂດຍ​ມີ​ເປົ້າໝາຍ ​ໃນ​ການ​ເຕົ້າ​ໂຮມ​ກຳລັງ​ແຮງເປັນອັນໜຶ່ງອັນດຽວ ​ພ້ອມ​ກັນ​ຕໍ່ສູ້ ​ແລະ ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດພວມພັດທະນາໃນດ້ານເສດຖະກິດ ​ແລະ ສົ່ງ​ເສີມ​ການ​ຮ່ວມ​ມື​ໃຕ້-​ໃຕ້ຢູ່​ໃນ​ເວທີ ສະຫະ​ປະຊາ​ຊາດ. ​​ເນື່ອງຈາກ​ເຫັນ​ໄດ້​ເຖິງ​ຄວາມ​ສຳຄັນ​​ຂອງ​ກຸ່ມ, ບັນດາ​ປະ​ເທດ​ພວມພັດທະນາ ​ໄດ້​ສະໝັກເຂົ້າ​ເປັນສະ​ມາ​ຊິກ​ຂອງ​ກຸ່ມ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ​ແລະ ​ໃນ​ປັດຈຸບັນ ມີ​ສະມາຊິກ​ເຖິງ 133 ປະ​ເທດ. ​ເຖິງ​ວ່າ​ຈຳນວນ​ປະ​ເທດ​ສະມາຊິກ​​ໄດ້​ເພີ່ມ​ຂຶ້ນ ​ແຕ່​​ຊື່​ເດີມ​ໃນ​ເວລາ​ກໍ່ຕັ້ງ​ກຸ່ມ​ຍັງຖືກຮັກສາໄວ້​ຄື​ເກົ່າ ຄື ກຸ່ມ 77 ​ແລະ ສປ ຈີນ. ​ກອງ​ປະຊຸມ​ຄັ້ງ​ນີ້ ໄດ້​ຮັບຮອງ​ເອົາ​ຖະ​ແຫລງການຊານ​ຕາ​ຄຣຸ​ສ (Santa Cruz Declaration) ​ເຊິ່ງ​ເປັນ​ເອກະສານ​ທີ່​ສໍາຄັນຂອງ​ກຸ່ມ ໂດຍ​ໄດ້​ສັງ​ ລວມ​ເອົາ​ບັນດາ​ທັດສະນະ​ຂອງ​ກຸ່ມ​ຕໍ່​ບັນຫາຕ່າງໆ​ທີ່​ສຳຄັນ ໃນ​ດ້ານ​ການ​ພັດທະນາ​ໃນ​ຂອບ ສປຊ, ​ເປັນຕົ້ນ ​ໄດ້​ສືບ​ຕໍ່​ຮຽກຮ້ອງ​ໃຫ້​ວົງ​ຄະນາ​ຍາດ​ສາກົນ ​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ປະ​ເທດ​ດ້ອຍ​ພັດທະນາ ​ແລະ ປະ​ເທດ​ພວມ​ພັດທະນາ​ທີ່​ບໍ່​ມີ​ຊາຍ​ແດນ​ຕິ​ດທະ​ເລ ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ຕ່າງໆ ​​ເພື່ອ​ເຮັດ​ໃຫ້​ເສດ ຖະກິດ​ຂະຫຍາຍຕົວ ​ແລະ ມີ​ຄວາມ​ຍືນ​ຍົງ. ​

ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ, ທ່ານ ພົງ​ສະຫວັດ​ ບຸ​ບຜາ ​ໄດ້​ຂຶ້ນ​ກ່າວ​ຄໍາ​ປາ​ໄສ​ຕໍ່​ກອງ​ປະຊຸມ​ສຸດ​ຍອດ​ດັ່ງກ່າວ ​ໂດຍ​ໄດ້​ຢໍ້າຄືນ​ເຖິງ​ຄວາມ​ສຳຄັນ ​ແລະ ຜົນສຳ​ເລັດ​ຂອງ​ກຸ່ມ ​ໃນ​​ໄລຍະ 5 ທົດ​ສະ​ວັດ​ຜ່ານ​ມາ ​ແລະ ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດສະມາຊິກ​ຂອງ​ກຸ່ມ ​ເພີ່ມ​ຄວາມ​ເປັນ​ປຶກ​ແຜ່ນ​ ແໜ້ນໜາ​ພາຍ​ໃນ​ກຸ່ມ ​ໃນ​ການ​ຕໍ່ສູ້ ​ແລະ ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ປະ​ເທດ​ພວມພັດທະນາ ​ໂດຍ​ສະ​ເພາະ ​ຢູ່ໃນການ​ເຈລະຈາກ່ຽວ​ກັບ ຮ່າງ​ວາລະ​ການ​ພັດທະນາ ຫລັງ​ປີ 2015, ລວມທັງ​ການ​ແກ້​ໄຂ​ບັນຫາ​ສິ່ງ​ທ້າ​ທາຍ​ຕ່າງໆ​ ທີ່​ບັນດາປະ​ເທດ​ດ້ອຍ​ພັດທະນາ ​ແລະ ປະ​ເທດ​ພວມ​​ພັດທະນາ ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ທະ​ເລ ຍັງ​ຄົງປະ​ເຊີນ​ໜ້າ​​ໃນ​ປັດຈຸບັນ.

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top