ຂປລ
ຂປລ. ໃນຕອນບ່າຍວັນທີ 30 ມີຖຸນາ 2014 ທີ່ຫ້ອງວ່າ ການສູນກາງພັກ, ສະຫາຍ ບຸນຍັງ ວໍລະຈິດ ຜູ້ປະຈຳການຄະ ນະເລຂາທິການສູນກາງພັກ ປປ ລາວ ໄດ້ຕ້ອນຮັບການເຂົ້າ ຢ້ຽມຂ່ຳນັບ ຂອງຄະນະຜູ້ແທນສູນກາງພັກ ກອມມູນິດຈີນ ນຳໂດຍ ສະຫາຍ ໂກເຢໂຈ

ຂປລ. ໃນຕອນບ່າຍວັນທີ 30 ມີຖຸນາ 2014 ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ບຸນຍັງ ວໍລະຈິດ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນສູນກາງພັກກອມມູນິດຈີນ ນຳໂດຍ ສະຫາຍ ໂກເຢໂຈ ຮອງຄະນະພົວພັນຕ່າງປະເທດ ສູນ ກາງພັກກອມມູນິດຈີນ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 28 ມິຖຸນາ ຫາວັນທີ 1 ກໍລະກົດ 2014 ຕາມແຜນ ການແລກປ່ຽນຄະນະຜູ້ແທນ ລະຫວ່າງ ພັກ ປປ ລາວ ແລະ ພັກກອມມູນິດຈີນ ປະຈຳປີ 2014.
ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຊົມເຊີຍຕໍ່ການມາຢ້ຽມຢາມລາວ ຂອງຄະນະຜູ້ແທນສູນກາງພັກ ກອມມູນິດຈີນ ຄັ້ງນີ້ ເຊິ່ງເປັນການ ປະກອບສ່ວນອັນສຳຄັນເຂົ້າໃຈການເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ; ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາ ໂດຍສະ ເພາະແມ່ນພາຍຫລັງ ມີການແລກປ່ຽນຄະນະຜູ້ແທນຂັ້ນສູງນຳກັນ ການພົວພັນຮ່ວມມືສອງຝ່າຍໄດ້ຂະຫຍາຍຕົວເຂົ້າສູ່ລວງເລິກໃນທຸກຂົງເຂດ. ພິເສດ ແມ່ນການກໍ່ສ້າງພະນັກງານ ແລະ ແລກປ່ຽນບົດຮຽນດ້ານທິດສະດີ-ພຶດຕິກຳໄດ້ຮັບການເສີມຂະຫຍາຍ ແລະ ໜັກແໜ້ນຂຶ້ນເປັນກ້າວໆ, ພ້ອມນີ້ ສະຫາຍຍັງໄດ້ຕີລາຄາສູງຕໍ່ຜົນສຳເລັດໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປ ຈີນ ໃນໄລຍະຜ່ານມາ ແລະ ສະແດງຄວາມເປັນເອກະ ພາບກັບທິດທາງຮ່ວມມື ລະຫວ່າງ ສອງພັກ ລາວ-ຈີນ ໃນຕໍ່ໜ້າ ແລະ ໃນໂອກາດດຽວກັນນີ້, ສະຫາຍຍັງໄດ້ແຈ້ງສະພາບການພົ້ນເດັ່ນຂອງ ສປປ ລາວ ໃນໄລຍະມໍ່ໆມານີ້ ໃຫ້ຄະນະຜູ້ແທນໄດ້ຮັບຊາບ ໂດຍສະເພາະແມ່ນ ສະພາບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ແລະ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ 9 ໃນຕົ້ນເດືອນ ມິຖຸນາ 2014, ອັນພົ້ນເດັ່ນແມ່ນຂະບວນການຊຸກຍູ້ວຽກງານ 3 ສ້າງ, ຂະບວນການແຂ່ງຂັນຮັກຊາດ-ສ້າງບ້ານພັດທະນາ ແລະ ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ເພື່ອກຽມກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ.
ສະຫາຍ ໂກເຢໂຈ ໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ບຸນຍັງ ວໍລະຈິດ ທີ່ໄດ້ສະຫລະເວລາໃຫ້ການຕ້ອນຮັບອັນອົບອຸ່ນ ພ້ອມທັງໄດ້ແຈ້ງສະພາບ ການພົ້ນເດັ່ນ ຂອງ ສປ ຈີນ, ຜົນສຳເລັດໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ສະໄໝທີ 18 ຂອງສູນກາງພັກກອມມູນິດ ຈີນກໍຄືຜົນສຳເລັດໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປ ຈີນ ໃນໄລຍະຜ່ານມາ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍໃນໄລຍະ ຜ່ານມາ ກໍຄືປັດຈຸບັນ, ພ້ອມນີ້ຍັງໄດ້ແຈ້ງຜົນການພົບປະເຮັດວຽກກັບ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ພາກສ່ວນກ່ຽວຂ້ອງຂອງລາວ ໂດຍສະເພາະແມ່ນການພົບປະກັບ ສະຫາຍ ທອງສະຫວັນ ພົມວິຫານ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມຄະນະ ເຊິ່ງສອງ ຝ່າຍ ໄດ້ແລກປ່ຽນຄຳຄິດຄຳເຫັນນຳກັນກ່ຽວກັບການພົວພັນຮ່ວມມື ລະຫວ່າງສອງພັກ ໂດຍສະເພາະ ລະຫວ່າງ ສອງຄະນະພົວພັນຕ່າງປະເທດສູນ ກາງພັກ ລາວ-ຈີນ ໃນໄລຍະຜ່ານມາ ແລະ ວາງທິດທາງຮ່ວມມືໃນຕໍ່ໜ້າ.
ໃນໄລຍະຢ້ຽມຢາມ ສປປ ລາວ ນີ້, ສະຫາຍ ໂກເຢໂຈ ພ້ອມດ້ວຍຄະນະ ຍັງໄດ້ພົບປະເຮັດວຽກກັບບັນດາສະຫາຍຜູ້ຕາງໜ້າຈາກຄະນະຈັດຕັ້ງ ສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ສະຖາບັນວິທະຍາສາດສັງຄົມແຫ່ງຊາດ, ກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນ ຄວາມສະຫງົບ, ພ້ອມກັນນີ້ ຍັງໄດ້ໄປຢ້ຽມຊົມສະຖານທີ່ປະຫວັດສາດ ແລະ ວັດທະນະທຳຂອງລາວ ຈຳນວນໜຶ່ງຢູ່ພາຍນະຄອນຫລວງວຽງຈັນ ແລະ ແຂວງຫລວງພະບາງ./.
KPL