ຂປລ
ຂປລ. ວາລະສານ ວາວ (Wow) ຈະຈັດງານສະແດງອາພອນເພດ ທີ່ສວຍງາມ ແລະ ທັນສະໄໝ ຫລື Wow Fashion Week 2014 ເຊິ່ງເປັນຜົນງານການອອກແບບເຄື່ອງນຸ່ງຂອງຄົນລາວ ແລະ ໄທ, ແຕ່ວັນທີ 4-5 ກໍລະກົດນີ້ ຢູ່ໂຮງແຮມດອນຈັນພາເລດ ນະຄອນ ຫລວງວຽງຈັນ.

ຂປລ. ວາລະສານ ວາວ (Wow) ຈະຈັດງານສະແດງອາພອນເພດທີ່ສວຍງາມ ແລະ ທັນສະໄໝ ຫລື Wow Fashion Week 2014 ເຊິ່ງເປັນຜົນງານການອອກແບບເຄື່ອງນຸ່ງຂອງຄົນລາວ ແລະ ໄທ, ແຕ່ວັນທີ 4-5 ກໍລະກົດນີ້ ຢູ່ໂຮງແຮມດອນຈັນພາເລດ ນະຄອນຫລວງວຽງຈັນ.
ງານດັ່ງກ່າວ ຈະມີນັກສະແດງ, ນາຍແບບ ແລະ ນາງແບບທີ່ມີຊື່ສຽງຈາກປະເທດລາວ ແລະ ໄທເຂົ້າຮ່ວມ ເປັນຕົ້ນ: ນາງ ລູກນ້ຳ ມີສລາວ (ນາງສາວລາວ 2011), ວີນາ ນາງແບບ ໂຄສະນາກາແລັມແມັກນ້ຳ, ອາລີ, ວິດລີ ບອຍທີເລີ ວົງເອັມແມັກ ແລະ ຈາກປະເທດໄທ ມີ: ອອມ ອັກຄະພັນ, ໂບດ ທາລາ, ຢາດທິບ ລາດຊະປານ, ກິບ ອໍລະລີນ, ປຸກລຸກ ຝົນທິບ. ພ້ອມນີ້ ໃນງານຍັງມີກິດຈະກຳຄວາມງາມຈາກວຸດທິສັກ ຄລີນິກ ໂດຍມີຜູ້ຊ່ຽວຊານດ້ານຄວາມງາມໃຫ້ຄຳແນະນຳ ແລະ ຕອບຄຳຖາມດ້ານຄວາມງາມ ແລະ ກິດຈະກຳອື່ນໆທີ່ໜ້າສົນໃຈ. ງານຈະເລີ່ມແຕ່ເວລາ 17-24 ໂມງ, ພິເສດ ເວລາ 20 ໂມງເປັນຕົ້ນໄປ ສາມາດເຂົ້າຮ່ວມງານໄດ້ໂດຍບໍ່ໃຊ້ບັດຜ່ານປະຕູ.
KPL