ຊ້ອມໃຫຍ່ການສະແດງໃນພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ 10

10/12/2014 16:39
Email Print 1039
ຂປລ ຊ້ອມໃຫຍ່ການສະແດງພິທີເປີດການແຂ່ງຂັນ ງານມະຫະກໍາກິລາແຫ່ງຊາດຄັ້ງທີ 10 ຫລື ອຸດົມໄຊເກມ ຈັດຂຶ້ນໃນຕອນແລງ ວັນທີ 9 ທັນວາ 2014 ນີ້ຢູ່ ສະໜາມກິລາ ໃໝ່ຂອງແຂວງອຸດົມໄຊ

ຂປລ.ຊ້ອມໃຫຍ່ການສະແດງພິທີເປີດການແຂ່ງຂັນງານມະຫະກໍາກິລາແຫ່ງຊາດຄັ້ງທີ 10 ຫລື ອຸດົມໄຊເກມ ຈັດຂຶ້ນໃນຕອນແລງວັນທີ 9 ທັນວາ 2014 ນີ້ຢູ່ ສະໜາມກິລາໃໝ່ຂອງແຂວງອຸດົມໄຊເຂົ້າຮ່ວມຮັບຊົມການສະແດງໃນຄັ້ງນີ້ ມີທ່ານ ດຣ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງສຶກສາທິການແລະກິລາ, ທ່ານ ຄຳຫລ້າ ລິ້ງນະສອນ ເຈົ້າແຂວງອຸດົມໄຊ,ມີບັນດາການນຳແຂວງ,ຄະນະກຳມະການຮັບຜິດຊອບຝ່າຍຕ່າງຕະ ຫລອດຮອດພໍ່ແມ່ປະຊາຊົນຊາວແຂວງອຸດົມໄຊ. ການສະແດງ ຄັ້ງນີ້ແມ່ນ ເປັນການ ສະ ແດງໃຫຍ່ຂອງຄະນະຮັບຜິດຊອບກໍຄືນັກສະແດງທັງໝົດ ເພື່ອເປັນການທົດ ສອບຄວາມ ພ້ອມໃນທຸກດ້ານ ຂອງນັກສະແດງແຕ່ລະກຸ່ມ ກ້ອນ ກ່ອນຈະມີການ ສະແດງຕົວຈິງໃນ ພິທີເປີດການແຂ່ງຂັນງານມະຫະກຳກິລາດັ່ງກ່າວຢ່າງເປັນທາງການໃນວັນທີ 13 ທັນວາ 2014ນີ້ ສຳລັບລາຍການທີ່ເຈົ້າພາບ ນຳມາສະແດງໃນພິທີເປີດ ແລະປິດໃນຄັ້ງນີ້ແມ່ນ ມີທັງໝົດ 7ລາຍການ ເຊິ່ງລາຍການທີ່ຈະສະແດງໃນພິທີເປີດມີ 5 ລາຍການ ຄື ຍິນດີຕ້ອນຮັບ ສູ່ອຸດົມໄຊເກມ,ສຽງກອງໄຊໃນ ງານບຸນເຜົ່າລື້,ສຽງດົນຕີໄມ້ໄຜ່ເທິງ ພູດອຍ,ດອກຄາຍແລະສຽງແຄນແດນພູສູງແລະດິນແດນແຫ່ງໄຊຊະນະ ສ່ວນພິທີປີດ ແມ່ນມີ 2 ລາຍການຄື: ໝາກຄາງ ຫັນສາ ໜ້າເກັກມີໄຊແລະອາລາອາໄລ ການ ສະ ແດງໃນທຸກລາຍການແມ່ນນຳໃຊ້ນັກສະແດງລວມທັງໝົດ 3 ພັນກວ່າຄົນ ແຕ່ລະຄົນ ແມ່ນມາຈາກບັນດາໂຮງຮຽນ,ສະຖາບັນການສຶກສາພາຍໃນເທດສະບານແຂວງອຸດົມໄຊ. ນອກຈາກທີ່ ທ່ານ ລັດຖະມົນຕີ ,ການນຳແຂວງໃຫ້ກຽດເຂົ້າ ມາຮັບຊົມ ການສະແດງ ຄັ້ງນີ້ກໍໄດ້ມີຄຳຄິດເຫັນເພື່ອເປັນ ການປັບປຸງ ແລະຊີ້ນຳໃນ ການແກ້ ໄຂ ບາງຈຸດ ທີ່ຍັງ ບໍ່ທັນ ລະອຽດດີ ແຕ່ການສັງເກດໂດຍລວມແລ້ວການ ສະແດງແມ່ນ ມີຄວາມ ຈົບງາມ, ຍີ່ງ ໃຫຍ່,ອະລັງການ ໂດຍສະເພາະແມ່ນແສງ,ສີ,ສຽງ,ຈຳນວນ ນັກສະແດງ ລວມທັງ ເຄື່ອງ ແຕ່ງກາຍຕ່າງໆ ລ້ວນແລ້ວແຕ່ເປັນລະບົບລະບຽບດີ ເຊິ່ງການສະແດງ ຫລືຊ້ອມ ໃຫຍ່ຄັ້ງນີ້ແມ່ນໄດ້ຮັບຄວາມສົນໃຈຈາກບັນດາພໍ່ແມ່ປະຊາຊົນຊາວແຂວງອຸດົມໄຊ ທີ່ໄດ້ເຂົ້າມາຮັບຊົມເປັນຈຳນວນຫລວງຫລາຍ.

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top