ລາວ-ຈີນ​ສືບຕໍ່​​ຮ່ວມ​ມື​ດ້ານ​ວຽກ​ງານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ

12/12/2014 10:42
Email Print 1362
ຂປລ ຂ​ປລ. ທ່ານ ດຣ. ສຸລິ​ອຸ​ດົງ ສູນ​ດາລາ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ພົບປະສອງຝ່າຍກັບ ທ່ານ ລົງ​ຈ່ຽງ ຫົວໜ້າ​ພະ​ແນ​ກວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ແຂວງ​ຢຸນນານ ສປ ຈີນ ພ້ອມຄະນະ ໃນ​ວັນ​ທີ 11 ທັນວາ 2014

ຂ​ປລ. ທ່ານ ດຣ. ສຸລິ​ອຸ​ດົງ ສູນ​ດາລາ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ພົບປະສອງຝ່າຍກັບ ທ່ານ ລົງ​ຈ່ຽງ ຫົວໜ້າ​ພະ​ແນ​ກວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ແຂວງ​ຢຸນນານ ສປ ຈີນ ພ້ອມຄະນະ ໃນ​ວັນ​ທີ 11 ທັນວາ 2014 ຢູ່​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ນະຄອນຫລວງ​ວຽງ​ຈັນ ​ເພື່ອ​ປຶກສາ​ຫາລືກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື​​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ.
ການ​ພົບ​ປະ​ໃນ​ຄັ້ງນີ້ ຄະນະ​ຜູ້​ເທ​ນທັງ​ສອງ​ຝ່າຍ​ໄດ້​ພ້ອມ​ກັນ​ຕີ​ລາຄາ​ ​ແລະ ທົບ​ທວນຄືນ​ກ່ຽວ​ກັບ​ການ​ຮ່ວມ​ມື​ວຽກ​ງານ​ດ້ານ​ວິທະຍາສາດ​ໃນ​ໄລຍະ​ຜ່ານ​ມາ​ ເປັນຕົ້ນ​ແມ່ນ​ ​ການ​ທົດ​ລອງ​ປູກ ​ແລະ ປັບປຸງ​ພັນ​ເຂົ້າ​ພື້ນ​ເມືອງ ສປປ ລາວ ​ເພື່ອ​ຄັດ​ເລືອກ​ໃຫ​້​ໄດ້​ສາຍ​ພັນ​ທີ່​ມີ​ປະສິດທິ​ຜົນ ແລະ ​ເໝາະ​ສົມ​ກັບ​ສະພາບ​ເງື່ອນ​ໄຂ​ສິ່ງ​ແວດ​ລ້ອມ, ທົດ​ລອງ​ປູກ​ໝາກ​ນ້ຳມັນ ​ທີ່​ເປັນ​ເປົ້າ​ໝາຍ​ສົ່ງ​ເສີມ​ໃຫ້​ປະຊາຊົນ​ປູກ​ເປັນ​ສິນຄ້າ ​ແລະ ຄົ້ນ​ຄວ້າ​ວິທີ​ການ​ເພີ່ມ​ມູນ​ຄ່າ​ຜະລິດ​ຕະພັນ, ປະກອບ​ເຄື່ອງມື​ການ​ຄົ້ນ​ຄ້ວາ​ທົດ​ລອງ​ວິ​ໄຈ​ທາງ​ດ້ານ​ວິທະຍາສາດ​ຈຳນວນ​ໜຶ່ງ ​ເພື່ອ​ກວດ​ສອບ​ຊະນິດ​ພັນ​ເຂົ້າຂອງ ສປປ ລາວ ​ໂດຍສະເພາະ ແມ່ນ​ເຂົ້າ​ໄກ່​ນ້ອຍ​ ທີ່​ໄດ້​ກຳ​ເນີ​ດ​ຢູ່​ແຂວງ​ຊຽງ​ຂວາງ ​ແລະ ​ແຂວງ​ຫົວພັນ, ສົ່ງ​ພະນັກງານ​ວິຊາ​ການ​ຈຳນວນ 4 ຄົນ​ໄປ​ຝຶກ​ອົບຮົມ​ໄລຍະສັ້ນຢູ່ແຂວງ​ເຊີນ​ເຈີ​ນ ສປ ຈີນ, ສອງ​ຝ່າຍ​ຍັງ​ໄດ້​ປຶກສາ​ຫາລື​ຮ່ວມ​ກັນ ເພື່ອ​ກຳນົດ​ໂຄງ​ສ້າງ​ພື້ນຖານ​ໂຄງ​ລ່າງ​ໃນ​ການ​ສ້າງ​ຫ້ອງ​ທົດ​ລອງ ​ເພື່ອ​ພັດທະນາ ​ແລະ ນຳ​ໃຊ້​ຊັບພະຍາກ​ອນຊີວະ​ພາບ,.

ພ້ອມ​ດຽວ​ກັນນີ້ ສອງ​ຝ່າຍ​ຍັງ​ໄດ້ເປັນ​ເອກະ​ພາບ​ກັນ​ ຕໍ່​ກັບ​ທິດ​ທາງ​ແຜນການ​ຮ່ວມ​ມື​ສຳລັບ​​ປີ 2015 ໂດຍ​ສະ​ເພາະ​ແມ່ນ​ການ​ສືບຕໍ່​ຊຸກຍູ້​ການຈັດຕັ້ງປະຕິບັດ​ວຽກ​ງານ​ຈຳນວນ​ໜຶ່ງ ​ເປັນຕົ້ນ​ ການຈັດ ຕັ້ງປະຕິບັດ​ໂຄງການ​ສ້າງ​ຫ້ອງ​ທົດ​ລອງ ​ເພື່ອ​ພັດທະນາ ​ແລະ ນຳ​ໃຊ້​ຊັບພະຍາກອນ​ຊິ​ວະ​ພາບໃນ​ເຂດ​ຮ້ອນ​ຊຸ່ມ​ຢູ່ ສ​ປປ ລາວ, ຊຸກຍູ້​ການຈັດຕັ້ງປະຕິບັດ​ໂຄງ​ສ້າງ​ສວນ​ສາທິດວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ທາງ​ດ້ານ​ກະສິກຳ​ ລາວ-ຢຸນນານ​ ຢູ່​ພາກ​ເໜືອ​ຂອງ​ລາວ, ຊຸກຍູ້​ໃຫ້​ມີ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ​ຂອງ​ລາວ​ຜ່ານ​ຫລາຍ​ຮູບ​ແບບ​ ແລະ ການ​​ແລກປ່ຽນ​ຊ່ຽວຊານ​ສະ​ເພາະ​ດ້ານ, ຊຸກຍູ້​ການ​ປະ ຕິບັດ​ໂຄງ​ສ້າງ​ຫ້ອງ​ທົດ​ລອງ ​ເພື່ອພັດທະນາ ​ແລະ ນຳ​ໃຊ້​ພະລັງງານ​ທົດ​ແທນ, ​ເລັ່ງ​ກໍ່ສ້າງ​ສູນ​ກວດ ກາ ​ແລະ ຢັ້ງຢືນ​ຄຸນ​ນະພາ​ບການ​ກໍ່ສ້າງ, ຮ່ວມ​ມື​ທາງ​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ ເປັນ​ວຽກ​ງານ​ປົກກະຕິ ແລະ ຄົ້ນ​ຄວ້າ​ສ້າງ​ກົນ​ໄກ​ຕິດຕາມ ​ແລະ ຊຸກຍູ້​ການຈັດຕັ້ງປະຕິບັດ​ໃຫ້​ມີ​ປະສິດທິ​ຜົນ.

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top