ຂປລ
ຂປລ. ສຳລັບວັນສຸກ ທີ 12 ທັນວາ 2014, ໄດ້ມີການຊີງຫລຽນຄຳຈຳນວນ 3 ປະເພດກິລາຄື: ແລ່ນ-ລານ 11 ຫລຽນຄໍາ, ລອຍນ້ຳ 10 ຫລຽນຄໍາ ແລະ ເປຕັງ 2 ຫລຽນຄໍາ.
ຂປລ. ສຳລັບວັນສຸກ ທີ 12 ທັນວາ 2014, ໄດ້ມີການຊີງຫລຽນຄຳຈຳນວນ 3 ປະເພດກິລາຄື: ແລ່ນ-ລານ 11 ຫລຽນຄໍາ, ລອຍນ້ຳ 10 ຫລຽນຄໍາ ແລະ ເປຕັງ 2 ຫລຽນຄໍາ. ນອກນີ້ຍັງມີຫລາຍປະເພດກິລາ ພວມດຳເນີນການແຂ່ງຂັນເພື່ອຄັດເລືອກເຂົ້າຮອບປະກອບມີ: ບານເຕະຊາຍ ກະຊວງປ້ອງກັນຄວາມສະຫງົບ ພົບກັບ ແຂວງສະຫວັນນະເຂດ, ແຂວງຜົ້ງສາລີ ພົບກັບແຂວງໄຊຍະບູລີ, ແຂວງຫລວງນ້ຳທາ ພົບກັບ ແຂວງຫລວງພະບາງ ແລະ ແຂວງອັດຕະປື ພົບກັບແຂວງຊຽງຂວາງ. ເຕາະບານຍິງ, ດອກປີກໄກ່, ມວຍສາກົນ, ບານສົ່ງໃນຮົ່ມ, ບານສົ່ງຫາດຊາຍ, ບານບ້ວງ, ຍິງປືນ, ກະຕໍ້ຫວາຍ ແລະ ໝາກຂ່າງ.
ງານມະຫາກຳກິລາແຫ່ງຊາດ ຄັ້ງທີ X ຫລື ອຸດົມໄຊເກມ ໄດ້ດຳເນີນການແຂ່ງຂັນມາ 11 ວັນ ກ່ອນພິທີເປີດຢ່າງເປັນທາງການ ເຊິ່ງມີການແຂ່ງຂັນ 18 ປະເພດ ໃນຈຳນວນທັງໝົດ 25 ປະເພດກິລາ, ໃນນັ້ນ ມີການຊີງຫລຽນຄຳທັງໝົດ 8 ປະເພດ, ສຳເລັດໄປແລ້ວ 5 ປະເພດ ຄື: ເທັນນິດ, ປິງປ໋ອງ, ເຮືອຊ່ວງ, ປັນຈັກສີລິດ ແລະ ກ໊ອຟ.
KPL