ຂປລ
ຂປລ. ສະຫາຍ ຈັນສີ ໂພສີຄຳ ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ສະຫາຍ ຖຽນຕວນຮຸຍ ຫົວໜ້າສູນແລກປ່ຽນສາກົນຂອງຄະນະພົວພັນຕ່າງປະເທດພັກກອມມູນິດຈີນ ແລະ ຄະນະ ໃນວັນທີ 12 ທັນວາ 2014 ຢູ່ຄະນະຈັດຕັ້ງສູນກາງພັກ (ຫລັກ 6)

ຂປລ. ສະຫາຍ ຈັນສີ ໂພສີຄຳ ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ສະຫາຍ ຖຽນຕວນຮຸຍ ຫົວໜ້າສູນແລກປ່ຽນສາກົນຂອງຄະນະພົວພັນຕ່າງປະເທດພັກກອມມູນິດຈີນ ແລະ ຄະນະ ໃນວັນທີ 12 ທັນວາ 2014 ຢູ່ຄະນະຈັດຕັ້ງສູນກາງພັກ (ຫລັກ 6) ນະຄອນຫລວງວຽງຈັນ ໃນໂອກາດທີ່ສະຫາຍ ແລະ ຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 11-12 ທັນວາ 2014 ນີ້.
ສະຫາຍ ຈັນສີ ໂພສີຄຳ ໄດ້ສະແດງຄວາມຍີນດີຕ້ອນຮັບ, ຊົມເຊີຍ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ສະຫາຍ ຖຽນຕວນຮຸຍ ພ້ອມຄະນະ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃຫ້ນັບມື້ແຕກດອກອອກຜົນຍິງໆຂຶ້ນ. ພ້ອມທັງຕີລາຄາສູງຕໍ່ການຮ່ວມມືສອງຝ່າຍໃນໄລຍະຜ່ານມາ ໂດຍສະເພາະແມ່ນການຮ່ວມມືຝຶກອົບຮົມ ແລະ ກໍ່ສ້າງພະນັກງານລາວຢູ່ ສປ ຈີນ ກໍຄື ທິດທາງຮ່ວມມືໃນຕໍ່ໜ້າ. ພ້ອມນີ້ ສະຫາຍ ຈັນສີ ໂພສີຄຳ ຍັງໄດ້ຕີລາຄາຕໍ່ຜົນສຳເລັດຂອງກອງປະຊຸມຄົບຄະນະຄັ້ງທີ 4 ສະໄໝທີ 18 ຂອງພັກກອມມູນິດຈີນເມື່ອ ບໍ່ດົນຜ່ານມາ ເຊິ່ງເປັນກອງປະຊຸມທີ່ມີຄວາມຕັດສິນໃຈສູງ ໂດຍສຸມໃສ່ການປະຕິຮູບລະບອບກົດໝາຍ, ເລັ່ງລັດບູລະນະລະບົບກົດໝາຍຕາມສີສັນພິເສດຂອງຈີນ ແລະ ການສ້າງສາປະເທດສັງຄົມນິຍົມທີ່ປົກຄອງດ້ວຍກົດໝາຍ, ສຸມໃສ່ສະກັດກັ້ນພະຍາດອາຍາສິດ, ຕ້ານການສໍ້ລາດບັງຫລວງ ແລະ ເພີ່ມທະວີການກໍ່ສ້າງແຜນວຽກແບບໃໝ່ຂອງພັກກອມມູນິດຈີນ. ໃນໂອກາດນີ້ ສະຫາຍ ຈັນສີ ໂພສີຄຳ ໄດ້ແຈ້ງສະພາບການອັນພົ້ນເດັ່ນຂອງລາວໃນໄລຍະບໍ່ດົນຜ່ານມາໃຫ້ຄະນະຜູ້ແທນພັກກອມມູນິດຈີນ ໄດ້ຮັບຊາບ.
ສະຫາຍ ຖຽນຕວນຮຸຍ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ ສະຫາຍ ຫົວໜ້າຄະນະຈັດ ຕັ້ງສູນກາງພັກ ປປ ລາວ ທີ່ໄດ້ສະຫລະເວລາໃຫ້ການຕ້ອນຮັບ ແລະ ພົບປະກັບຄະນະຜູ້ແທນຂອງຕົນໃນຄັ້ງນີ້ ເພື່ອທົບທວນຄືນກ່ຽວກັບວຽກງານຈັດຊຸດຝຶກອົບຮົມ ແລະ ກໍ່ສ້າງພະນັກງານລາວຢູ່ ສປ ຈີນ ນັບແຕ່ປີ 2011 ມາເຖິງປັດຈຸບັນ ກໍຄື ທິດທາງການຮ່ວມມືໃນສົກປີ 2016-2020.
ໃນໄລຍະຢ້ຽມຢາມ ສປປ ລາວ ສະຫາຍ ຖຽນຕວນຮຸຍ ພ້ອມຄະນະໄດ້ພົບປະ ແລະ ເຮັດວຽກກັບສະຫາຍ ວັນໄຊ ຟອງສະຫວັນ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ປະຊາຊົນປະຕິວັດລາວ ແລະ ສະຫາຍ ວັນຊາ ລາວເຢຍດາ ຫົວໜ້າຫ້ອງການຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ແລະ ພົບປະໂອ້ລົມກັບບັນດາພະນັກງານລາວ ທີ່ເຄີຍໄປຝຶກອົບຮົມຢູ່ ສປ ຈີນ ນອກນີ້ ສະຫາຍ ຖຽນຕວນ ຮຸຍ ແລະ ຄະນະຍັງໄດ້ເຄື່ອນໄຫວຢ້ຽມຢາມພື້ນຖານວັດທະນະທຳຈຳນວນໜຶ່ງ ຢູ່ນະຄອນຫລວງ ວຽງ ຈັນ ແລະ ແຂວງຫລວງພະບາງ ຕື່ມອີກ.
KPL