ມະຫະກຳກິລາແຫ່ງຊາດ ຄັ້ງທີ X ໄຂຂຶ້ນຢ່າງຍິ່ງໃຫຍ່

14/12/2014 16:42
Email Print 1864
ຂປລ ຂປລ.ມະຫະກຳກິລາແຫ່ງຊາດ ຄັ້ງທີ X ຫລື ອຸດົມໄຊເກມ ໄດ້ໄຂ ຂຶ້ນຢ່າງເປັນທາງການ ໃນວັນທີ 13 ເດືອນທັນວານີ້ ໂດຍການເປັນ ກຽດເຂົ້າຮ່ວມຂອງທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ຄຳຫລ້າ ລິ້ງນະ ສອນ ເຈົ້າແຂວງອຸດົມໄຊ, ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງ ນາຍົກລັດຖະມົນຕີ, ທ່ານ ດຣ.ພັນ ຄຳ ວິພາວັນ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີວ່າການກະຊວງສຶກ ສາທິການ ແລະ ກິລາ

ຂປລ.ມະຫະກຳກິລາແຫ່ງຊາດ ຄັ້ງທີ X ຫລື ອຸດົມໄຊເກມ ໄດ້ໄຂ ຂຶ້ນຢ່າງເປັນທາງການ ໃນວັນທີ 13 ເດືອນທັນວານີ້ ໂດຍການເປັນ ກຽດເຂົ້າຮ່ວມຂອງທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ຄຳຫລ້າ ລິ້ງນະ ສອນ ເຈົ້າແຂວງອຸດົມໄຊ, ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງ ນາຍົກລັດຖະມົນຕີ, ທ່ານ ດຣ.ພັນ ຄຳ ວິພາວັນ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີວ່າການກະຊວງສຶກ ສາທິການ ແລະ ກິລາ ພ້ອມດ້ວຍ ການນຳ ພັກ-ລັດ, ແຂກທັງພາຍໃນ ແລະ ຕ່າງປະເທດ, ຄະນະນຳ, ຄູເຝິກ ແລະ ນັກກິລາ ຈາກ 17 ແຂວງ,1 ນະຄອນຫລວງ,7ກະຊວງ ແລະ ມວນຊົນແຂວງອຸດົມໄຊ ເຂົ້າຮ່ວມ ຢ່າງຫລວງຫລາຍ.

ໃນພິທີໄຂມະຫະກຳກິລາແຫ່ງ ຊາດ ຄັ້ງທີ X ນີ້ມີ 32 ກ້ອນກຳລັງ ຮ່ວມສວນສະໜາມເຊັ່ນ: ກ້ອນ ກອງດຸລິຍາງ, ກ້ອນປ້າຍຄຳຂວັນ ມະຫະກຳກິລາແຫ່ງຊາດ, ກ້ອນ ສັນຍະລັກມະຫະກຳກິລາ ແຫ່ງ ຊາດ ຄັ້ງທີ X, ກ້ອນທຸງຊາດ-ທຸງ ກິລາ ເຊີນຂຶ້ນສູ່ຍອດເສົາ, ກ້ອນ ທຸງຊາດ-ທຸງກິລາ-ທຸງມະຫະກຳ ກິລາ, ກ້ອນກຳມະການຕັດສິນ, ກະຊວງສາທາລະນະສຸກ, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງປ້ອງກັນ ປະເທດ, ກະຊວງປ້ອງກັນຄວາມສະ ຫງົບ ກະຊວງແຜນການ ແລະ ການລົງທຶນ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງພາຍໃນ ແລະ ແຂວງຕ່າງໆ ພ້ອມດ້ວຍເຈົ້າພາບ ແລະ ອັດທ້າຍດ້ວຍກ້ອນຂະບວນ ປອດຄວັນຢາສູບ.ຂະນະທີ່ການສະ ແດງນັ້ນ,ເຈົ້າພາບ ໄດ້ນຳເອົາສິລະປະວັດທະນະທຳຮີດຄອງປະ ເພນີມາສະແດງເຖິງ 6 ລາຍການ ຄືຍິນດີຕ້ອນຮັບສູ່ອຸດົມໄຊເກມ, ສຽງກອງໄຊໃນມື້ບຸນເຜົ່າລື້,  ສຽງດົນຕີໄມ້ໄຜ່ເທິງພູດອຍ, ດອກຄາຍສຽງແຄນແດນພູສູງ, ສີສັນວັດທະນະທຳຍຸກສະໄໝ  ແລະ ດິນແດນແຫ່ງໄຊຊະນະ.

ທ່ານ ຄຳຫລ້າ ລິ້ງນະສອນ ເຈົ້າ  ແຂວງອຸດົມໄຊ ກ່າວລາຍງານ ໂດຍຊີ້ໃຫ້ເຫັນຜົນສຳເລັດໃນການ ກະກຽມ ແລະ ເປັນເຈົ້າພາບຈັດມະ ຫະກຳກິລາແຫ່ງຊາດຄັ້ງທີ X ຕາມການມອບໝາຍຂອງພັກ-ລັດຖະບານວ່າ: ນີ້ເປັນໂອກາດເຕົ້າ ໂຮມຄວາມສາມັກຄີກັບບັນດານັກ ກິລາໃນທົ່ວປະເທດ ກໍຄື ແຂວງ ຂອງຕົນໂດຍໄດ້ກະກຽມຕ້ອນຮັບ ແລະ ອຳນວຍຄວາມສະດວກທັງ ສະຖານທີ່ພັກເຊົາ, ອາຫານໃຫ້ແກ່ ແຂກຄົນທີ່ມາຊົມ ແລະ ທ່ອງທ່ຽວ.ແນວໃດກໍດີຂໍຮຽກຮ້ອງນັກກິລາ ທຸກຄົນທີ່ເຂົ້າຮ່ວມແຂ່ງຂັນຈົ່ງ ຕັ້ງໜ້າບຸກບືນ, ມີນ້ຳໃຈນັກກິລາ ແລະ ຍາດໄດ້ໄຊຊະນະ; ມະຫະກຳ ກິລາແຫ່ງຊາດຄັ້ງທີ X ນີ້ມີນັກ ກິລາທັງໝົດ 3.970 ຄົນ ຮ່ວມແຂ່ງ ຂັນ 25 ປະເພດກິລາເພື່ອຊີງ 1.148 ຫລຽນ, ໃນນີ້ 328 ຫລຽນຄຳ,328 ຫລຽນເງິນ ແລະ 492 ຫລຽນ ທອງ ເຊິ່ງມາຮອດວັນທີ 13 ເດືອນ ທັນວານີ້ມີຫລາຍປະເພດກິລາ  ໄດ້ ສຳເລັດການແຂ່ງຂັນແລ້ວກ່ອນ ໄຂມະຫະກຳກິລາແຫ່ງຊາດ ຄັ້ງທີ X ຢ່າງເປັນທາງການ ເປັນຕົ້ນກິລາ ປິງປ໋ອງ, ເທັນນິດ, ຊ່ວງເຮືອ, ກ໊ອຟ ແລະ ລອຍນໍ້າ.ຂະນະດຽວກັນ ຍັງມີກິລາຫລາຍປະເພດສືບຕໍໍ່ແຂ່ງຂັນ ຈົນໄປເຖິງວັນທີ 20 ທັນວາ ຈຶ່ງຈະສຳເລັດ.

ໃນໂອກາດອັນເປັນສີລິມຸງຄຸນນີ້, ທ່ານ ຈູມມາລີ ໄຊຍະສອນ ປະທານ ປະເທດ ກໍໄດ້ໃຫ້ກຽດກ່າວໄຂ ມະຫະ ກຳກິລາແຫ່ງຊາດ ຄັ້ງທີ X ຫລື ອຸດົມໄຊເກມ ຢ່າງເປັນທາງການ.

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top