ຂປລ
ຂປລ. ບໍລິສັດ ເອສຊີຈີ (SCG) ໄດ້ມອບທຶນການສຶກສາໃຫ້ນັກຮຽນຊັ້ນມັດທະຍົມສຶກສາ ມ4-ມ7 ທົ່ວນະຄອນຫລວງວຽງຈັນ ຈຳນວນ 150 ທຶນ

ຂປລ. ບໍລິສັດ ເອສຊີຈີ (SCG) ໄດ້ມອບທຶນການສຶກສາໃຫ້ນັກຮຽນຊັ້ນມັດທະຍົມສຶກສາ ມ4-ມ7 ທົ່ວນະຄອນຫລວງວຽງຈັນ ຈຳນວນ 150 ທຶນ ພິເສດ ປີນີ້ບໍລິສັດຍັງ ໄດ້ ໃຫ້ ທຶນ ແກ່ແຂວງຄຳມ່ວນ ອີກ 50 ທຶນ ລວມທັງໝົດ ເປັນ 200 ທຶນ ພາຍ ໃຕ້ໂຄງການ “ແບ່ງປັນຄວາມຝັນກັບ ເອສຊີຈີ”(SCG Sharing the Dream)ປີທີ 3 ໃນວັນທີ 15 ທັນວາ 2014 ນີ້ ທີ່ຄະນະເສດຖະສາດ, ມະຫາວິທະຍາໄລແຫ່ງ ຊາດ ໂດຍການກ່າວມອບຂອງ ທ່ານ ອາຣີ ເຊົາວາລິດຊີວິນກຸນ ຮອງປະ ທານບໍລິສັດ ເອສຊີຈີ, ເຂົ້າຮ່ວມໃນພິທີມີ ທ່ານນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ແລະ ກິລາ, ມີເອກອັກຄະຣາຊະທູດ ແຫ່ງຣາ ຊະອາ ນາຈັກໄທ ປະຈຳ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນ ສັກຂີພິຍານ.
ທ່ານ ສຸດທານີ ໄຊຍະສານ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫລວງກ່າວວ່າ: ໂຄງການດັ່ງກ່າວນີ້ເກີດຂຶ້ນລະຫວ່າງ ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ, ບໍລິສັດ ເອສຊີຈີ ແລະ ສະມາຄົມຮ່ວມນ້ຳໃຈເດັກ ນ້ອຍລາວ ( ALC ) ໂຄງການນີ້ແມ່ນໄດ້ເລ່ີມຈັດຕັ້ງປະຕິບັດມາຕັ້ງແຕ່ສົກຮຽນ 2012-2013 ດັ່ງນັ້ນ ສົກ ປີ 2014-2015 ນີ້ ແມ່ນເປັນຄັ້ງທີ 3 ຂອງການຈັດຕັ້ງປະຕິບັດ. ເນື່ອງຈາກວ່າສົກປີຜ່ານມາ ໄດ້ຮັບຜົນສຳເລັດ ເປັນຢ່າງດີ. ດັ່ງນັ້ນປີນີ້ບໍລິສັດ ເອສຊີຈີ, ຈິ່ງສືບຕໍ່ໂຄງການໃຫ້ທຶນການ ສຶກສາໃຫ້ຜູ້ທຸກຍາກ. ສຳລັບປີນີ້ ໄດ້ເພີ່ມທຶນໂຄງການຈາກ 100 ທຶນປີຜ່ານມາເປັນ 150 ທຶນເຊິ່ງມີມູນຄ່າລວມຂອງໂຄງການ 350.000.000 ກີບ ແລະ ລວມ 3 ປີ ມູນຄ່າ ຂອງໂຄງ ການເປັນຈຳນວນເງິນ 701.750.000 ກີບ
ຈຸດປະສົງຂອງໂຄງການແມ່ນ ເພື່ອໃຫ້ການຊ່ວຍເຫລື່ອແກ່ນັກຮຽນມັດທະຍົມຕອນປາຍ ທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ ຂາດເຂີນທາງດ້ານທຶນຮອນໃນການສຶກສາ ແຕ່ມີຄວາມຕ້ອງການຮຽນໃຫ້ຈົບຊັ້ນ ພ້ອມທັງສືບຕໍ່ຮຽນໃນລະດັບສູງຂຶ້ນໄປ ຄຽງຄູ່ກັນນີ້ ຍັງເປັນຜູ້ທີ່ມີຄຸນສົມບັດດີ, ຫ້າວຫັນປະກອບສ່ວນເຄື່ອນໄຫວກິດຈະກຳຂອງໂຮງຮຽນ ແລະ ສັງຄົມ, ມີຄວາມກະຕັນຍູ ແລະ ຊ່ວຍເຫລືອສ້າງເສດຖະກິດຄອບຄົວ ຊ່ວຍພໍ່ແມ່ ແລະ ນຳເອົາ ຄວາມ ຮູ້ກັບມາພັດທະນາຊຸມຊົນທ້ອງຖິ່ນ ຂອງຕົນ./.
KPL