ກະຊວງສຶກສາເລັ່ງປະຕິຮູບລະບົບອະຊີວະສຶກສາກຽມເຊື່ອມໂຍງ ເອອີຊີ

17/12/2014 10:10
Email Print 1980
ຂປລ ຂປລ. ກະຊວງສຶກສາທິການ ແລະ ກິລາໄດ້ດຳເນີນການປະຕິຮູບ ລະບົບການສຶກສາ, ປັບປຸງລະບົບ ການບໍລິຫານການຄຸ້ມຄອງການ ສຶກສາ ແລະ ກິລາໃຫ້ມີຄຸນນະພາບ ໂດຍອີງໃສ່ນະ ໂຍບາຍ, ລະບຽບຫລັກ ການຂອງພັກ, ກົດໝາຍຂອງລັດ

ຂປລ. ກະຊວງສຶກສາທິການ ແລະ ກິລາໄດ້ດຳເນີນການປະຕິຮູບ ລະບົບການສຶກສາ, ປັບປຸງລະບົບ ການບໍລິຫານການຄຸ້ມຄອງການ ສຶກສາ ແລະ ກິລາ ໃຫ້ມີຄຸນນະພາບ ໂດຍອີງໃສ່ນະໂຍບາຍ, ລະບຽບຫລັກ ການຂອງພັກ, ກົດໝາຍຂອງລັດ ຫັນເປັນຍຸດທະສາດ, ເປັນນິຕິກຳ, ລະບຽບຫລັກ ການ ໃນ ການປະສານ ສົມທົບສ້າງຫລັກສູດການຮຽນ-ການສອນການພັດທະນາສີມືແຮງ ງານໃຫ້ເປັນລະບົບເຂົ້າທິດທາງ ດຽວກັນເພື່ອໃຫ້ສອດຄ່ອງກັບໂຄງ ປະກອບເສດຖະກິດໃໝ່ ແລະ ກຽມ ພ້ອມເຊື່ອມໂຍງເຂົ້າເປັນປະຊາຄົມ ເສດຖະກິດອາຊຽນ ໃນປີ 2015.
ທ່ານ ດຣ. ພັນຄຳ ວິພາວັນ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີວ່າ ການກະຊວງສຶກສາທິການ ແລະ ກິລາ ຊີ້ແຈງຕໍ່ຄຳຊັກຖາມຂອງສະ ມາຊິກສະ ພາແຫ່ງຊາດ ໃນກອງປະ ຊຸມສະໄໝສາມັນ ເທື່ອທີ 8 ຂອງ ສະພາແຫ່ງຊາດຊຸດທີ VII ກ່ຽວກັບ ວຽກງານການສຶກສາ ແລະ ກິລາ ເປັນຕົ້ນແມ່ນ ການ ປະຕິຮູບລະບົບ ອະຊີວະສຶກສາ ແລະ ມະຫາວິທະ ຍາໄລ ໃນການສ້າງບຸກຄະລະກອນ, ສ້າງຫລັກສູດ ການຮຽນ-ການ ສອນ, ການພັດທະນາສີມື ແຮງ ງານ ໃຫ້ເປັນລະບົບໃນທິດທາງດຽວ ກັນເພື່ອໃຫ້ສອດຄ່ອງກັບໂຄງປະ ກອບໃໝ່ ແລະ ຄຸນນະພາບ. ໃນເປົ້າ ໝາຍຂອງອາຊຽນ ແມ່ນໄດ້ເນັ້ນ ສ້າງ ແລະ ພັດທະນາຊັບພະຍາກອນ ມະນຸດ, ສ້າງສີມືເຮັດໃຫ້ເປັນ, ເຮັດ ໃຫ້ໄດ້, ເຮັດໃຫ້ດີ. ສອດຄ່ອງກັບ ເງື່ອນໄຂ ແລະ ສະພາບປ່ຽນແປງ ໃໝ່ຢ່າງໄວ ວາໃນຂົງເຂດການ ເມືອງ, ເສດຖະກິດ-ສັງຄົມ. ສະ ເພາະການຈັດການຮຽນ-ການ ສອນ ກໍແມ່ນ ເລີ່ມແຕ່ຂັ້ນປະຖົມໃຫ້ມີ ຄວາມເປັນລະບຽບ ແລະ ມີຄວາມ ອົດທົນຕໍ່ຄວາມຫຍຸ້ງຍາກ.
ສຳລັບ ສປປ ລາວ ແມ່ນເລັ່ງສ້າງ ຂອບວຸດທິການສຶກສາ ໂດຍສະ ເພາະພາກອະຊີວະສຶກສາໃຫ້ມີ ຄວາມສອດຄ່ອງກັບອະຊີວະສຶກ ສາຂອງອາຊຽນ, ທົບທວນຄືນຄຸນ ນະພາບສາຍອະຊີວະສຶກສາວິຊາ ຊີບຂອບປະກັນສຸຂະພາບໃນອາຊີ ຕາເວັນອອກສຽງໃຕ້, ດຳເນີນການປະຕິຮູບຢ່າງເລິກ ເຊິ່ງວິທີການ ຝຶກອົບຮົມໂດຍເນັ້ນສະມັດຕະພາບໃນ 23 ສາຂາວິຊາຂອງ 4 ກຸ່ມອາຊີບຄື: ກໍ່ສ້າງ,ເຟີນີເຈີ, ສ້ອມແປງກົນຈັກ ແລະ ບໍລິການທຸລະກິດ. ພ້ອມນັ້ນກໍຕ້ອງ ໄດ້ສ້າງຝຶກອົບຮົມແບບຄວບຄູ່ຕາມມາດຕະຖານ ໂດຍການຮ່ວມ ມືກັບສະຖານປະກອບການ ເຊິ່ງ ຜ່ານມາກະຊວງສຶກສາທິການ ແລະ ກິລາ ກໍໄດ້ເລືອກ ເອົາໂຮງຮຽນເຕັກ ນິກລາວ-ເຢຍລະມັນ ເປັນບ່ອນທົດ ລອງຝຶກອົບຮົມວິຊາຊີບເຫັນວ່າ ໄດ້ຮັບຜົນ ແລະ ຈະສືບຕໍ່ຫັນໄປສູ່ໂຮງຮຽນເຕັກນິກແຫ່ງອື່ນໆ. ນອກຈາກນັ້ນກໍຕ້ອງມີການຮ່ວມມືດ້ານອະຊີວະສຶກສາ,ຝຶກອົບຮົມວິຊາຊີບ ໃນຂອບຂອງຊີເມວ ແລະ ພັດທະ ນາຄູສອນວິຊາຊີບ ແລະ ຜູ້ບໍລິຫານ ອະຊີ ວະສຶກສາ.
ທ່ານລັດຖະມົນຕີຍັງຊີ້ແຈງໃຫ້ຮູ້ຕື່ມອີກວ່າ: ເພື່ອກະກຽມໃຫ້ແກ່ການເຊື່ອມໂຍງກັບອາຊຽນໃນຕໍ່ ໜ້າ, ທາງກະຊວງສຶກສາທິການ ແລະ ກິລາ ໄດ້ສ້າງ ຍຸດທະສາດແຜນ ແມ່ບົດການພັດທະນາອະຊີວະ ສຶກສາ ແລະ ພັດທະນາສີມືແຮງ ງານ, ຈັດກອງປະຊຸມຕິດຕາມກວດ ກາ ແລະ ກວດກາການຈັດຕັ້ງປະ ຕິບັດກົດໝາຍ ແລະ ແຜນງານຢ່າງ ເປັນປົກກະຕິ, ຈັດຕັ້ງກິດຈະການ ຮ່ວມກັນເປັນຕົ້ນການພັດທະນາສີ ມືແຮງງານ, ຫລັກສູດສີມືແຮງ ງານ, ການ ແຂ່ງຂັນ, ສ້າງ ແລະ ປັບ ປຸງຂໍ້ມູນຂ່າວສານ ແລະ ສ້າງລະ ບຽບຫລັກການຮ່ວມກັນ ເປັນຕົ້ນ ແມ່ນຂອບມາດຕະຖານຫລັກສູດ ການສຶກສາ.


KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top