ຄຳມ່ວນ ມາແຮງຄອງຫລຽນຄຳ ບານເຕະຊາຍ ອຸດົມໄຊເກມ

21/12/2014 03:17
Email Print 1046
ຂປລ ຂປລ.ທີມນັກກິລາບານເຕະຊາຍ ຈາກແດນສີໂຄດຕະບອງ ແຂວງຄຳມ່ວນ ສາມາດຖະຫລົ່ມ ຄູ່ຕໍ່ສູ້ເຊິ່ງເປັນທີມບານ ເຕະ ຈາກແຂວງສະຫວັນນະເຂດ ເຖິງ 5-2

ຂປລ.ທີ​ມນັກ​ກິລາ​ບານ​ເຕະຊາຍ ຈາກ​ແດນ​ສີ​ໂຄດ​ຕະບອງ ​ແຂວງ​ຄຳ​ມ່ວນ ສາມາດ​ຖະຫລົ່ມ ຄູ່​ຕໍ່ສູ້​ເຊິ່ງ ເປັນ​ທີ​ມບານ​ເຕະ​ຈາກ​ແຂວງ​ສະຫວັນ​ນະ​ເຂດ ​ເຖິງ 5-2 ​ໃນ​ງານ​ມະຫາ​ກຳ​ກິລາ​ແຫ່ງ​ຊາດຄັ້ງ​ທີ X ຫລື ອຸດົມ​ໄຊ​ເກ​ມ ​ໄດ້​ຫລຽນຄຳ​ໄປ​ຄອງ​ຢ່າງ​ສົມ​ກຽດ. ​ເປັນກຽດມອບ​ຫລຽນ​ທັງ​ສາມ​ປະ​ເພດໃນ​ຄັ້ງ​ນີ້ ​ໂດຍ​ທ່ານ ດຣ ພັນ​ຄຳ ວິພາ​ວັນ ຮອງ​ນາຍົກລັດຖະມົນຕີ, ລັ​ດ ຖະມົນຕີ​ວ່າການ​ກະຊວງ​ສຶກສາ ​ແລະ ກິລາ, ທ່ານ ຄຳ​ຫລ້າ ລິ້ງນະ​ສອນ ​ເຈົ້າ​ແຂວງໆ​ອຸດົມ​ໄຊ ປະທານ​ຄະນະ​ກຳມະການ​ຈັດ​ງານ ອຸດົມ​ໄຊ​ເກ​ມ ​ໃຫ້ກຽດ ມອບ​ສັດ​ນຳ​ໂຊກ.

          ການ​ແຂ່ງຂັນ​ນັດ​ຊີງ​ຊະນະ​ເລີດ ​ແຂວງ​ຄຳ​ມ່ວນ ພົບ​ກັບ​ແຂວງ​ສະຫວັນ​ນະ​ເຂດ ​ເກ​ມດຳ​ເນີນ​ໄປ​ຢ່າງ​ດຸ​ເດືອດ ​ແລະ ຟົດຟື້ນ ​ໃນ​ຕົ້ນ​ເກ​ມຂອງ​ເຄິ່ງ​ເວລາ​ທີ 1 ນັກ​ເຕະທີ​ມ​ແຂວງ​ສະຫວັນ​ນະ​ເຂດ ຍິງ​ປະຕູ​ນຳ​ໄປ​ກ່ອນ​ໃນ​ນາທີໆ 10, ຈາກ​ນັ້ນ ​ແຂວງ​ຄຳ​ມ່ວນ ​ໄລ່​ຕີ​ສະ​ເໝີ​ໄດ້​ໃນ​ນາທີ 26 ຈົບ​ເກ​ມສະ​ເໝີກັນ​ໄປ 1-1. ສ່ວນ ​ເກ​ມ​​ໃນເຄິ່ງ​ເວລາ​ທີ​ສອງ ຕ່າງ​ຝ່າຍ​ກໍ​ເພີ່ມ​ເກ​ມບຸກ ​ແຕ່ກໍ​ຍັງ​ເປັນ​ແຂວງ​ສະຫວັນ​ນະ​ເຂດ​ນຳ​ໄປ​ກ່ອນ​ອີກໜຶ່ງປະຕູ ​ໃນ​ນາທີ 68, ​ເຮັດ​ໃຫ້​ຄຳ​ມ່ວນ​ໃຈ​ຮອ້ນ ​ໄລ່​ຕີ​ສະ​ເໝີ​ຈົນໄດ້​ໃນ​ນາທີ 70 ຈົບ​ເກ​ມ 90 ນາທີ ສະ​ເໝີກັນ​ໄປ 2-2. ກຳມະການ​ຕໍ່​ເວລາ​ອີກ 30 ນາທີ ສອງ​ທີ​ມບຸກໜັກ ​ແຕ່​ ສະຫວັນະເຂດ ມາ​ພາດ​ທ່າ​ໃຫ້​ຄຳ​ມວນ​ນຳ​ຂຶ້ນ​ກ່ອນ 1 ປະຕູ ​ໃນ​ນາທີໆ  13 ຈົບ 15 ນາທີ ເປັນ 3-2 ,15ນາທີເຄີ່ງຫລັງຂອງການຕໍ່ເວລາ30ນາທີ  ແຂວງ​ຄຳ​ມ່ວນ ຍັງ​ໂຊ​ຟອມ​ເໜືອກວ່າ ສາມາດຍິງ​ປະຕູນຳ​ຫ່າງສອງໜ່ວຍ ຕິດຕໍ່ກັນເປັນ 4-2 ​ຕອກ​ຢ້ຳອີກໜຶ່ງລູກ ​ເປັນ​ການ​ບອກ​ເຖິງ​ໄຊຊະນະ ດ້ວຍ​ຄະ​ແນນ 5-2 ​ເອົາ​ຫລຽນຄຳ​ໄປຄອງ​ຢ່າງ​ສົມ​ກຽດ.

          ຄູ​ຝຶກ ທີ​ມນັກ​ກິລາ ​ແຂວງ​ຄຳມ່ວນ ​ທ່ານ ສຸລິນທອນ ​ເສີມ​ລຳ​ວັນ ກ່າວ​ວ່າ: ໄຊຊະນະ​ໃນ​ຄັ້ງ​ນີ້ ​ແມ່ນຜົນງານ​ຂອງ​ລູກ​ທີ​ມທັງໝົດ ທີ່​ເອົາ​ໃຈ​ໃສ່​ຮັກສາ​ເກ​ມການ​ຫລິ້ນ​ໄດ້​ດີ ​ເຖິງ​ວ່າ​ຈະ​ຖືກ​ຝ່າຍ​ກົງກັນຂ້າມ​ຍິງ​ປະຕູ​ນຳ​ໄປ​ກ່ອນທັງສອງ​ຄັ້ງກໍຕາມ, ​ແຕ່​ກໍ​ສາມາດ​ໄລ່​ຕີ​ສະ​ເໝີຈົນ​ໄດ້ ຍ້ອນ​ລູກ​ທີ​ມຮັກສາ​ສະ​ມາ​ທິຫລິ້ນ​ຕາມ​ເກ​ມທີ່​ວາງ​ໄວ້ ຈາກ​ນັ້ນ​ກໍ​ໄດ້​ໂຊ​ຟອມທີ່​ເໜືອກວ່າ ​ແລະ ສາມາດຖະຫລົ່ມ​ຄູ່​ຕໍ່ສູ້ ຈົນ​ໄດ້​ຮັບ​ໄຊຊະນະຢ່າງ​ມີ​ໄຊ.

          ດ້ານ​ຄູ​ຝຶກ​ຂອງ ທີ​ມ ສະຫວັນ​ນະ​ເຂດ ທ່ານ ​ເຢຍລີ​ໄຊ ​ແກ້ວ​ລຳ​ມອນ ກໍ​ບໍ່​ໄດ້​ເສຍ​ໃຈ​​ແຕ່​ຢ່າງ​ໃດ ​ເພາະ​ລູກ​ທີ​ມ​ເຮັດ​ສຸດ​ຄວາມ​ສາມາດ ​ເບື້ອງ​ຕົ້ນ​ໄດ້ສະແດງຜົນງານ​ໂດດ​ເດັ່ນ​ກວ່າ ​ແຕ່​ລູກ​ທີ​ມບໍ່ມີ​ຄວາມ​ທຸ່ນ​ທ່ຽງ ​ເກ​ມ​ເລີຍ​ພິກ​ເປັນ​ຝ່າຍ​ເສຍ​ໄຊ. ຢ່າງ​ໃດ​ກໍ​ຕາມ ມາ​ເຖິງ​ການ​ຄອງ​ຫລຽນ​ເງິນ ກໍ​ຖື​ວ່າ​ເກີນ​ເປົ້າໝາຍ​ທີ່​ຕັ້ງໄວ້ວ່າຂໍ​ເຂົ້າ​ຮອດ 4 ທີ​ມສຸດ​ທ້າຍ​ກໍ​ພໍ​ໃ​ຈ.

          ສຳລັບ​ການ​ແຂ່ງ​ຂັນ​ບານ​ເຕະ ຄູ່​ຊີງ​ຫລຽນທອງ ​ແມ່ນ​ການພົບ​ກັນ ລະຫວ່າງ ​ແຂວງອັດ​ຕະປື ​ແລະ ​ແຂວງ​ນະຄອນຫລວງ​ວຽງຈັນ ປະກົດ​ວ່າ ອັດ​ຕະປື ​ເອົາ​ຊະນະ 2-1 ​ໄດ້ເອົາ​ຫລຽນທອງ​ໄປ​ຄອ​ງ ​ໃນ​ອຸດົມ​ໄຊ​ເກ​ມ.

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top