ຂປລ
ພາຍຫລັງດຳເນີນການແຂ່ງ ຂັນດ້ວຍນ້ຳໃຈໄມຕີ, ສາມັກຄີມິດ ຕະພາບ ແລະ ນ້ຳໃຈນັກກິລາແຕ່ ວັນທີ 13 ເປັນຕົ້ນມາ, ມະຫະກຳ ກິລາແຫ່ງຊາດ ຄັ້ງທີ X ຫລື ອຸດົມ ໄຊເກມ ກໍໄດ້ອັດລົງດ້ວຍຄວາມຍິ່ງ ໃຫຍ່ຕະການຕາ ໃນວັນທີ 21 ທັນວາ 2014 ຢູ່ສະໜາມກິລາ ໃຫຍ່ແຂວງອຸດົມໄຊ

ພາຍຫລັງດຳເນີນການແຂ່ງ ຂັນດ້ວຍນ້ຳໃຈໄມຕີ, ສາມັກຄີມິດ ຕະພາບ ແລະ ນ້ຳໃຈນັກກິລາແຕ່ ວັນທີ 13 ເປັນຕົ້ນມາ, ມະຫະກຳ ກິລາແຫ່ງຊາດ ຄັ້ງທີ X ຫລື ອຸດົມ ໄຊເກມ ກໍໄດ້ອັດລົງດ້ວຍຄວາມຍິ່ງ ໃຫຍ່ຕະການຕາ ໃນວັນທີ 21 ທັນວາ 2014 ຢູ່ສະໜາມກິລາ ໃຫຍ່ແຂວງອຸດົມໄຊ ແລະ ໃນໂອ ກາດອັນມີຄວາມໝາຍສຳຄັນດັ່ງ ກ່າວ, ທ່ານ ດຣ. ພັນຄຳ ວິພາວັນ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີວ່າການກະຊວງສຶກສາທິການ ແລະ ກິລາ ກໍໄດ້ກ່າວອັດມະຫະກຳ ກິລາແຫ່ງຊາດຄັ້ງທີ X ຢ່າງເປັນ ທາງການ ໂດຍໄດ້ຍ້ອງຍໍສັນລະ ເສີນຜົນງານຂອງຄະນະຮັບຜິດ ຊອບຈັດມະຫະກຳກິລາແຫ່ງຊາດ ຄັ້ງນີ້ ກໍຄື ຄະນະພັກ, ອົງການປົກ ຄອງແຂວງ ແລະ ປະຊາຊົນບັນ ດາເຜົ່າແຂວງອຸດົມໄຊ ລວມທັງ ຄະນະນຳກິລາ, ຄູເຝິກ, ກຳມະການ ແຕ່ລະຝ່າຍ ແລະ ນັກກິລາທຸກຄົນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າອັນ ເຮັດໃຫ້ມະຫະກຳກິລາຄັ້ງນີ້ປະ ສົບຜົນສຳເລັດຕາມຈຸດປະສົງຄາດ ໝາຍຢ່າງຈົບງາມ.
ໃນພິທີທ່ານ ຄຳຫລ້າ ລິ້ງນະສອນ ເຈົ້າແຂວງອຸດົມໄຊ, ປະທານຈັດມະ ຫະກຳກິລາແຫ່ງຊາດ ຄັ້ງທີ X ໄດ້ລາຍງານວ່າ: ຕະຫລອດໄລຍະ ການແຂ່ງຂັນທີ່ເລີ່ມແຕ່ວັນທີ 4 ເດືອນທັນວາເປັນຕົ້ນມາ, ຄະນະ ກຳມະການຈັດຕັ້ງການແຂ່ງຂັນ ກິລາ 25 ປະເພດໄດ້ປະຕິບັດຕາມ ລະບຽບກະຕິກາການແຂ່ງຂັນຢ່າງ ຊື່ສັດ, ເປັນທຳທຸກປະການ, ຂະນະ ທີ່ນັກກິລາກວ່າ 3.000 ຄົນ ກໍໄດ້ ປະຕິບັດຕາຕະລາງການແຂ່ງຂັນ,ເຄົາລົບກົດລະບຽບກະຕິກາ ແລະ ທີ່ສຳຄັນກໍຄືການແຂ່ງຂັນຂອງນັກ ກິລາລ້ວນແຕ່ຮັບປະກັບຄວາມມີ ໄມຕີຈິດມິດຕະພາບ, ຮູ້ເສຍ ຮູ້ຊະນະ ແລະ ຮູ້ໃຫ້ອະໄພເຊິ່ງກັນ ແລະ ກັນ ບົນພື້ນຖານການເພີ່ມທະວີຄວາມ ສາມັກຄີເຂົ້າອົກເຂົ້າໃຈກັນ ແລະ ຖືເອົາການແຂ່ງຂັນເປັນການແລກ ປ່ຽນບົດຮຽນປະສົບການການກິ ລາ ກໍຄື ວັດທະນະທຳ ແລະ ຮີດຄອງ ປະເພນີຂອງບັນດາເຜົ່າໃນທົ່ວປະ ເທດ.ຈາກນີ້ຈຶ່ງເຮັດໃຫ້ການແຂ່ງ ຂັນປະສົບຜົນສຳເລັດເປັນຢ່າງດີ ໂດຍການຍາດຊີງ 328 ຫລຽນ ຄຳ,328 ຫລຽນເງິນ ແລະ 492 ຫລຽນທອງເຊິ່ງທັບນັກກິລາກະ ຊວງປ້ອງກັນປະເທດເປັນອັນດັບທີ ໜຶ່ງໄດ້ 61 ຫລຽນຄຳ, ອັນດັບ ສອງ ນະຄອຫລວງວຽງຈັນ ໄດ້ 55 ຫລຽນຄຳ, ກະຊວງປ້ອງກັນ ຄວາມສະຫງົບ ເປັນອັນດັບສາມ ໄດ້ 43 ຫລຽນຄຳ, ຂະນະທີ່ແຂວງ ອຸດົມໄຊເຈົ້າພາບເປັນອັນດັບສີ່ ໄດ້ 33 ຫລຽນຄຳ.
ທ່ານ ສຈ.ດຣ. ສົມກົດ ມັງໜໍ່ເມກ ເຈົ້າແຂວງໆຊຽງຂວາງ ກ່າວໃນ ພິທີຮັບທຸງການເປັນເຈົ້າພາບມະ ຫະກຳກິລາແຫ່ງຊາດ ຄັ້ງທີ XI ປີ 2017 ວ່າ: ຕາງໜ້າຄະນະພັກ, ອົງການປົກຄອງແຂວງ ແລະ ປະຊາ ຊົນບັນດາເຜົ່າແຂວງຊຽງຂວາງປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ໄດ້ຮັບກຽດ ເປັນເຈົ້າພາບຈັດມະຫະກຳກິລາ ແຫ່ງຊາດ ຄັ້ງທີ XI ປີ 2017 ຊຽງຂວາງເກມ ເຊິ່ງການນຳພັກ-ລັດ, ຄູເຝິກ, ນັກກິລາທຸກທ່ານນອກ ຈາກເຂົ້່າຮ່ວມແຂ່ງຂັນແລ້ວຍັງຈະ ໄດ້ທ່ຽວຊົມພູກູດມີໄຊ ໄຫຫີນລື ນາມ ສາວງາມເມືອງພວນ ອາບ ນ້ຳຮ້ອນ ແລະ ເບິ່ງການຟ້ອນໄທ ພວນ ແລະ ປະຊາຊົນບັນດາເຜົ່າ ແຂວງຊຽງຂວາງວິລະຊົນພ້ອມ ຕ້ອນຮັບບັນດາທ່ານດ້ວຍຄວາມ ຈິງໃຈອົບອຸ່ນ ແລະ ສະໜິດສະໜົມ.
ແນວໃດກໍດີ, ເຈົ້າພາບມະຫະກຳ ກິລາແຫ່ງຊາດ ຄັ້ງທີ X ໄດ້ສ້າງ ຄວາມປະທັບໃຈໃຫ້ແກ່ມວນຊົນທີ່ ເຂົ້າຮ່ວມໂດຍການສະແດງໝາກ ຂ່າງຫັນສາ-ໜ້າເກັກຊີງໄຊ, ລາຍ ການອຳລາອາໄລ ແລະ ອຸດົມໄຊ ແສນງາມ ອັນເຮັດໃຫ້ມວນຊົນເປັນ ໝື່ນໆຄົນນ້ຳຕາຊຶມເບົ້າໄປຕາມໆ ກັນ, ຂະນະທີ່ແຂວງຊຽງຂວາງ ເຈົ້າພາບມະຫະກຳກິລາ ຄັ້ງທີ XI ໄດ້ສະແດງການຟ້ອນລຳຊຽງ ຂວາງປະສານກອງຄູ່, ຟ້ອນພູມພຳ ຊຽງຂວາງ ແລະ ສາວຊຽງຂວາງ ທັງງາມທັງເກັ່ງ.
KPL