ຂປລ
ຂປລ. ຕະຫລອດໄລຍະ 39 ປີຜ່ານມາເຫັນວ່າການພັດທະ ນາ-ສ້າງສາປະເທດຊາດ ໂດຍສະເພາະເສດຖະກິດ-ສັງຄົມ ຂອງ ສປປ ລາວ ໄດ້ມີຜົນສຳເລັດ

ຂປລ. ຕະຫລອດໄລຍະ 39 ປີຜ່ານມາ ເຫັນວ່າການພັດທະນາ-ສ້າງສາປະເທດຊາດ ໂດຍສະເພາະ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ໄດ້ມີຜົນສຳເລັດ ແລະ ມີບາດກ້າວຂະຫຍາຍຕົວເປັນຮູບປະທໍາ ຢ່າງຕໍ່ເນື່ອງທີ່ສະແດງອອກ ໃນຂະແໜງການຕ່າງໆທີ່ຍາດມາໄດ້ ແຕ່ສະເພາະມື້ນີ້ ໜັງສືພິມປະເທດລາວ ຂອງພວກເຮົາຈະຍົກເອົາດ້ານການສຶກສາມານໍາສະເໜີຕໍ່ທ່ານຜູ້ອ່ານກ່ອນ ແລະ ຈະສືບຕໍ່ນໍາສະເໜີ ແຕ່ລະຂະແໜງການ ຕາມລໍາດັບ: 1. ດ້ານການສຶກສາ: ນັບແຕ່ປີ 1975 ເປັນຕົ້ນມາ, ການສຶກສາໄດ້ຮັບການພັດທະນາເປັນກ້າວໆ ນັບທັງດ້ານປະລິມານ ແລະ ຄຸນນະພາບ, ປັດຈຸບັນທົ່ວປະເທດ ມີໂຮງຮຽນອະນຸບານ-ລ້ຽງເດັກ 1.802 ແຫ່ງ, ໃນນັ້ນພາກເອກະຊົນມີ 293 ແຫ່ງ; ປະຖົມສຶກສາໃນປີ 1975 - 1976 ມີ 4.444 ແຫ່ງ, ຮອດສົກຮຽນປີ 2013-2014 ມີ 8.927 ແຫ່ງ, ພາກເອກະຊົນ 196 ແຫ່ງ ມີນັກຮຽນທັງໝົດ 878.283 ຄົນ; ມັດທະຍົມສຶກສາ: ສົກຮຽນປີ 2009-2010 ໄດ້ເພີ່ມຂັ້ນຮຽນຂຶ້ນ ຕື່ມຄື (ມ.7), ປັດຈຸບັນທົ່ວປະເທດ ມີມັດທະຍົມຕອນຕົ້ນ ແລະ ຕອນປາຍ ທັງໝົດ 1.494 ແຫ່ງ; ການສຶກສານອກລະບົບ: ໃນສົກປີ 2013-2014 ມີ 140 ຕົວເມືອງ, ມີໂຮງຮຽນບຳລຸງ ມັດທະຍົມຕົ້ນ ແລະ ປາຍ 13 ແຫ່ງ ມີນັກຮຽນທັງໝົດ 3.000 ກວ່າຄົນ, ສູນສຶກສາຊຸມຊົນ 310 ແຫ່ງ,ສູນເຝິກວິຊາຊີບ 28 ແຫ່ງ; ອະຊີວະສຶກສາ ແລະ ສູນອົບຮົມວິຊາຊີບ ມີໂຮງຮຽນວິ ຊາຊີບເພີ່ມຂຶ້ນ 95 ແຫ່ງໃນນັ້ນພາກເອກະຊົນ 73 ແຫ່ງ ມີ 4 ລະບົບຄື: ຊັ້ນຕົ້ນ, ຊັ້ນກາງ, ຊັ້ນສູງ ແລະ ເຊື່ອມຕໍ່ປະລິນຍາຕີ; ການສຶກສາຊັ້ນສູງ ແລະ ມະຫາວິທະຍາໄລ: ສົກປີ 2013-2014 ທົ່ວປະເທດມີມະຫາວິທະຍາໄລທັງໝົດ 5 ແຫ່ງ, ໃນນັ້ນ 4 ແຫ່ງຂຶ້ນກັບກະຊວງສຶກສາທິການ, 1 ແຫ່ງຂຶ້ນກັບ ກະຊວງສາທາລະນະສຸກ, ໂຮງຮຽນ ວິທະຍາໄລມີ 133 ແຫ່ງ, ພາກເອກະຊົນ 73 ແຫ່ງ, ທົ່ວປະເທດມີນັກສຶກສາຊັ້ນສູງ-ປະລິນຍາຕີ 115.523 ຄົນ, ປະລິນຍາໂທ 1.048 ຄົນ, ປະລິນຍາເອກ 34 ຄົນ. ນອກນັ້ນ, ຍັງມີນັກສຶກສາ ໄປຮຽນຕໍ່ຢູ່ຕ່າງປະເທດທັງໝົດ 2.894 ຄົນ, ຍິງ 1.020 ຄົນ ແລະ ໃນອະດີດຜ່ານມາມີໂຮງຮຽນສ້າງຄູ 1 ແຫ່ງ, ມີນັກສຶກສາ 170 ຄົນ ແຕ່ມາຮອດປັດຈຸບັນ ມີໂຮງຮຽນສ້າງຄູທັງໝົດ 11 ແຫ່ງ ນັບທັງຄະນະສຶກສາສາດ ຂອງມະຫາວິທະຍາໄລ ແຫ່ງຊາດ.
ທ່ານ ດຣ.ພັນຄຳ ວິພາວັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ ກໍໄດ້ຊີ້ແຈງ ຕອບຄຳຊັກຖາມກ່ຽວກັບວຽກງານສຶກສາ ແລະ ກິລາ ຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງ ສະພາແຫ່ງຊາດຊຸດທີ VII ວັນທີ 11 ທັນວາ 2014 ເປັນຕົ້ນແມ່ນການສ້າງບຸກຄະລາກອນທາງ ດ້ານສາຍ ອະຊີວະສຶກສາເພື່ອສະໜອງ ທາງດ້ານຕະຫລາດແຮງງານ ໃຫ້ແກ່ຂະແໜງການຕ່າງໆ ໃນສັງຄົມ. ພ້ອມກັນນີ້ ຂະແໜງ ການທີ່ກ່ຽວຂ້ອງຈະໄດ້ເລັ່ງໃສ່ ການຄຸ້ມຄອງວຽກງານອະຊີວະສຶກສາ ແລະ ວຽງການອື່ນໆ ເພື່ອເຮັດໃຫ້ວຽກງານສຶກສາ ແລະ ກິລາບັນລຸຜົນໂດຍສະເພາະແມ່ນ ວຽກງານອະຊີວະ ເພື່ອສະໜອງ ໃຫ້ແກ່ ຕະຫລາດ ແຮງງານ ຢ່າງມີຄຸນນະພາບ ແລະ ສະໜອງໃຫ້ ແກ່ຂະແໜງການຕ່າງໆ ທີ່ມີຄວາມຕ້ອງການ ໂດຍສະເພາະແມ່ນການສ້າງສີມືແຮງງານ ໃຫ້ມີຄຸນນະພາບເພື່ອຮອງຮັບກັບຄວາມຕ້ອງການ ຂອງສັງຄົມ.
ພ້ອມດຽວກັນນັ້ນ, ຫວ່າງບໍ່ດົນມານີ້ ສປປ ລາວ ຫາກໍໄດ້ເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີສຶກສາ ອາຊຽນຄັ້ງທີ 8, ກອງປະຊຸມລັດຖະມົນຕີອາຊຽນບວກ 3 ຄັ້ງທີ 2 ແລະ ກອງປະຊຸມລັດຖະມົນຕີສຶກສາ ໃນຂອບສຸດຍອດອາຊີ ຕາເວັນອອກ (EAS) ຄັ້ງທີ 2 ແລະ ກອງປະຊຸມປິ່ນອ້ອມຂຶ້ນຢູ່ນະຄອນຫລວງວຽງຈັນ ສປປ ລາວ ເຊິ່ງໄດ້ສະທ້ອນ ໃຫ້ເຫັນວິໃສທັດ ແລະ ຄວາມພະຍາຍາມຂອງບັນດາປະເທດສະມາຊິກ ເພື່ອຍົກ ລະດັບຂີດຄວາມສາມາດ ໃນດ້ານພັດທະນາຊັບພະຍາກອນທີ່ມີຄຸນນະພາບ ແລະ ມາດຕະຖານໃຫ້ເທົ່າທຽມກັນ ເນື່ອງຈາກວ່າຫລາຍ ສີບປີຜ່ານມານັ້ນລະດັບການສຶກສາ ໃນບາງປະເທດຍັງເຫັນວ່າ ມີຄວາມແຕກຕ່າງກັນ ຫລື ຫລຸດໂຕນກັນຫລາຍ ໃນນັ້ນກອງປະຊຸມດັ່ງກ່າວກໍໄດ້ເຫັນດີຮັບຮອງ ເອົາຂອບວຸດທິການສຶກສາອາຊຽນ ເພື່ອເປັນຄູ່ມື ອ້າງອີງໃຫ້ແກ່ບັນດາປະເທດສະມາຊິກອາຊຽນ ໄດ້ນຳໃຊ້ບົນພື້ນຖານຄວາມສະໝັກໃຈຂອງແຕ່ລະ ປະເທດ. ປະກອບຄຳຄິດຄຳເຫັນໃສ່ບັນດາ ອົງປະກອບເນື້ອ ໃນຫລັກຂອງວິໄສທັດ ດ້ານການສຶກສາຫລັງປີ 2015 ເພື່ອກຽມ ໃຫ້ແກ່ກອງປະຊຸມໜ່ວຍງານວິຊາການ ປະຊາຄົມເສດຖະກິດ-ສັງຄົມອາຊຽນ ຄັ້ງທີ 2 ເຊິ່ງ ຈະຈັດຂຶ້ນໃນວັນທີ 27 ເດືອນກັນຍາ ປີ 2014 ທີ່ແຂວງບາກັນ ປະເທດມຽນມາ, ເພື່ອຮ່າງວິໄສທັດ ດ້ານປະຊາຄົມເສດຖະກິດ-ສັງຄົມ ອາຊຽນ ຫລັງປີ 2015 ແລະ ແຜນວຽກສຶກ ສາອາຊຽນ ໄລຍະ 5 ປີ (2016-2020); ຮັບຊາບກ່ຽວກັບ ໂຄງການແລກປ່ຽນ ນັກສຶກສາອາຊຽນ ແລະ ບັນດາກິດຈະກຳ ພາຍໃຕ້ເຄືອ ຂ່າຍມະຫາວິທະຍາໄລ ແລະ ເຄືອຂ່າຍພັດທະນາ ການສຶກສາໃນຂະແໜງວິສະວະກຳສາດ ອາຊີຕາເວັນອອກ ສຽງໃຕ້, ຮັບຮອງເອົາຖະແຫລງການຮ່ວມ 9 ຂໍ້ຂອງກອງປະຊຸມລັດຖະມົນຕີສຶກສາອາຊຽນ ຄັ້ງທີ 8.
KPL