ສປປ ລາວ ໄດ້ຮັບກຽດເປັນປະທານ ສະພາກິລານັກຮຽນອາຊຽນ

04/06/2024 13:19
Email Print 1332
ຂປລ ຂປລ. ໃນກອງປະຊຸມ ສະພາ ບໍລິຫານງານກິລານັກຮຽນ ອາຊຽນ (ASSC) ຈັດຂຶ້ນໃນວັນທີ 2 ມິຖຸນາ 2024 ທີ່ ສສ ຫວຽດນາມ, ເຊິ່ງໄດ້ເປັນເອກະສັນກັນມອບໝາຍໃຫ້ ສປປ ລາວ ເປັນປະທານ ສະພາກິລານັກຮຽນ ອາຊຽນ ຄົນໃໝ່ ໃນປີ 2025. ໃນຂະນະດຽວກັນ ສປປ ລາວ ກໍສະເໜີເປັນເຈົ້າພາບ ຈັດມະຫາກຳກິລານັກຮຽນ ອາຊຽນ ຄັ້ງທີ 18 ໃນປີ 2029.





ຂປລ. ໃນກອງປະຊຸມ ສະພາ ບໍລິຫານງານກິລານັກຮຽນ ອາຊຽນ (
ASSC) ຈັດຂຶ້ນໃນວັນທີ 2 ມິຖຸນາ 2024 ທີ່ ສສ ຫວຽດນາມ, ເຊິ່ງໄດ້ເປັນເອກະສັນກັນມອບໝາຍໃຫ້ ສປປ ລາວ ເປັນປະທານ ສະພາກິລານັກຮຽນ ອາຊຽນ ຄົນໃໝ່ ໃນປີ 2025. ໃນຂະນະດຽວກັນ ສປປ ລາວ ກໍສະເໜີເປັນເຈົ້າພາບ ຈັດມະຫາກຳກິລານັກຮຽນ ອາຊຽນ ຄັ້ງທີ 18 ໃນປີ 2029.




ທ່ານ ກິ່ງມະໂນ ພົມມະຫາໄຊ
ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ ທັງເປັນປະທານ ສະຫະພັນກິລານັກຮຽນລາວ ໄດ້ກ່າວວ່າ: ນັບເປັນໂອກາດທີ່ດີທີ່ກອງປະຊຸມ ໄດ້ຕົກລົງເຫັນດີ ມອບໝາຍ ໃຫ້ ສປປ ລາວ ເປັນປະເທດສະພາກິລານັກຮຽນຊຸດໃໝ່ ຖືວ່າເປັນກຽດສັກສີອັນໜຶ່ງ ຂອງ ສປປ ລາວ ເວົ້າລວມ, ເວົ້າສະເພາະ ວົງການກິລາລາວ ທີ່ບັນດາປະເທດອາຊຽນ ໄດ້ມີຄວາມໄວ້ເນື້ອເຊື່ອໃຈ ມອບໝາຍພາລະກິດສຳຄັນນີ້ໃຫ້ ເຊິ່ງພວກເຮົາເອງກໍຕ້ອງມີຄວາມພາກພູມໃຈ ແລະ ຕ້ອງໄດ້ມີການກະກຽມຄວາມພ້ອມໃຫ້ດີທີ່ສຸດ ເພື່ອບໍລິຫານຈັດການພາລະກິດສຳຄັນດັ່ງກ່າວນີ້ ໃຫ້ປະສົບຜົນສຳເລັດ.





ທ່ານ ກິ່ງມະໂນ ພົມມະຫາໄຊ
ກ່າວຕື່ມວ່າ: ສຳລັບການສະເໜີໂຕເປັນເຈົ້າພາບ ຈັດມະຫາກຳກິລານັກຮຽນ ອາຊຽນ ຄັ້ງທີ 18 ໃນປີ 2029 ນັ້ນ, ຕາມທໍາມະດາແລ້ວ ທາງສະຫະພັນກິລານັກຮຽນອາຊຽນ ໄດ້ສະເໜີໃຫ້ ສປປ ລາວ ເປັນເຈົ້າພາບ ຄັ້ງທີ 15 ໃນປີ 2026 ນີ້, ແຕ່ເນື່ອງຈາກສະພາບ ຄວາມພ້ອມທຸກດ້ານຂອງເຮົາ ເຫັນວ່າຍັງບໍ່ໄດ້ເທື່ອ ໂດຍສະເພາະ ໂຄງລ່າງພື້ນຖານ ກໍຄືບັນດາສະໜາມ ເພື່ອຮອງຮັບ ການຈັດການແຂ່ງຂັນກິລາ ແຕ່ລະປະເພດ. ສະນັ້ນ, ສປປ ລາວ ຈຶ່ງຂໍສະເໜີເປັນເຈົ້າພາບ ໃນຄັ້ງທີ 18 ໃນປີ 2029.

ຂ່າວ-ພາບ: ກະຊວງສຶກສາທິການ ແລະ ກິລາ
KPL

ຂ່າວອື່ນໆ

ads
ads

Top