ແຂ່ງຂັນກິລາແລ່ນຮາຟມາຣາທອນ ຄັ້ງທີ IV ສະຫລອງວັນຕ້ານຢາເສບຕິດສາກົນ

26/06/2024 16:20
Email Print 312
ຂປລ ຂປລ. ເນື່ອງໃນໂອກາດສະເຫລີມສະຫລອງວັນຕ້ານຢາເສບຕິດສາກົນ ຄົບຮອບ 37 ປີ (26 ມິຖຸນາ 1987 ຫາ 26 ມິຖຸນາ 2024) ອົງການ ປົກຄອງແຂວງບໍ່ແກ້ວ ຮ່ວມກັບເຂດເສດຖະກິດພິເສດສາມຫລ່ຽມຄໍາ ຈັດການແຂ່ງຂັນແລ່ນຮາຟມາຣາທອນ ຂຶ້ນໃນວັນທີ 26 ມິຖຸນາ 2024 ທີ່ເຂດເສດຖະ ກິດພິເສດສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ.

 

ຂປລ. ເນື່ອງໃນໂອກາດສະເຫລີມສະຫລອງວັນຕ້ານຢາເສບຕິດສາກົນ ຄົບຮອບ 37 ປີ (26 ມິຖຸນາ 1987 ຫາ 26 ມິຖຸນາ 2024) ອົງການປົກຄອງແຂວງບໍ່ແກ້ວ ຮ່ວມກັບເຂດເສດຖະກິດພິເສດສາມຫລ່ຽມຄໍາ ຈັດການແຂ່ງຂັນແລ່ນຮາຟມາຣາທອນ ຂຶ້ນໃນວັນທີ 26 ມິຖຸນາ 2024 ທີ່ເຂດເສດຖະກິດ ພິເສດສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ໃຫ້ກຽດເຂົ້າຮ່ວມງານໂດຍ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງໆບໍ່ແກ້ວ, ທ່ານ ນາງໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ວ່າງເອີ້ປ້າວ ຜູ້ອໍານວຍການໃຫຍ່ ກຸ່ມບໍລິສັດດອກງິ້ວຄໍາ, ມີບັນດາຮອງລັດທະມົນຕີ, ຄະນະນໍາ ຂອງ ແຂວງ, ບັນດານັກກິລາແລ່ນ-ລານ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ 1.000 ກວ່າຄົນ.

ທ່ານເຈົ້າແຂວງໆບໍ່ແກ້ວ ກ່າວວ່າ: ແຂວງບໍ່ແກ້ວ ເປັນແຂວງໜຶ່ງ ທີ່ຕັ້ງຢູ່ເຂດຫລໍ່ແຫລມ ມີກຸ່ມຄົນບໍ່ດີຈໍານວນໜຶ່ງໄດ້ສວຍໃຊ້ພື້ນທີ່ຂອງແຂວງເປັນທາງຜ່ານໃນການລໍາລຽງຂົນສົ່ງຢາເສບຕິດ, ຫລາຍປີຜ່ານມາ ພາຍໃຕ້ການຊີ້ນໍາຂອງລັດຖະບານ ແລະ ການເຄື່ອນໄຫວຂອງເຈົ້າໜ້າທີ່ວິຊາສະເພາະ ໂດຍການ ຮ່ວມມືກັບຫລາຍພາກສ່ວນທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ແຂວງບໍ່ແກ້ວສາມາດຍາດ ໄດ້ຜົນສໍາເລັດຫລາຍດ້ານໃນວຽກງານຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໂດຍສະເພາະແມ່ນສາມາດມ້າງຄະດີຢາເສບ ຕິດຕ່າງໆ ໄດ້ຫລາຍກໍລະນີ ແລະ ໃນຕໍ່ໜ້າພວກເຮົາຍັງຈະສືບຕໍ່ເອົາໃຈໃສ່ແກ້ໄຂຢ່າງຕໍ່ເນື່ອງ, ເຂັ້ມງວດ ແລະ ເດັດຂາດກວ່າເກົ່າ ເພື່ອເຮັດໃຫ້ແຂວງບໍ່ແກ້ວ ມີຄວາມສະຫງົບປອດໄພ, ເປັນລະບຽບຮຽບຮ້ອຍ, ຈໍານວນຜູ້ຄ້າຂາຍ, ຜູ້ເສບຢາເສບຕິດນັບມື້ຫລຸດລົງ ແລະ ກ້າວໄປເຖິງການປາສະຈາກຢາເສບຕິດເທື່ອລະ ກ້າວ.

ການແຂ່ງຂັນແລ່ນຮາຟມາຣາທອນຄັງນີ້ ຖືວ່າເປັນກິດຈະກຳສໍາຄັນອັນໜຶ່ງຂອງແຂວງ ເຊິ່ງຜ່ານມາກໍ່ໄດ້ຈັດການແຂ່ງຂັນມີຜົນສໍາເລັດມາແລ້ວ 3 ຄັ້ງ ແລະ ຄັ້ງນີ້ເປັນຄັ້ງທີ 4 ເພື່ອແນໃສ່ສ້າງໂອກາດເຮັດໃຫ້ທົ່ວສັງຄົມ ໄດ້ເຂົ້າຮ່ວມກິດຈະກຳ ດ້ານກິລາກາຍະກຳໃຫ້ຫລາຍຂຶ້ນ ເຊິ່ງນອກຈາກເຮັດໃຫ້ກຳລັງກາຍ ແລະ ຈິດໃຈເຂັ້ມແຂງແລ້ວ ຍັງເຮັດໃຫ້ນັກກິລາແລ່ນ-ລານຂອງລາວເຮົາ ມີໂອກາດຮຽນຮູ້ ແລະ ແຂ່ງຂັນກັບນັກແລ່ນ-ລານ ຕ່າງປະເທດ ເພື່ອເປັນການຍົກລະດັບ ຄວາມສາມາດດ້ານເຕັກນິກ ແລະ ຄະແນນໃຫ້ດີຂຶ້ນ. ຜ່ານການຈັດງານຄັ້ງນີ້ຍັງໄດ້ສ້າງໂອກາດໃຫ້ນັກກິລາ ກໍ່ຄືບັນດາແຂກທີ່ເຂົ້າຮ່ວມ ເຫັນໄດ້ເຖິງ ຜົນສໍາ ເລັດ ໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງ ແຂວງບໍ່ແກ້ວເວົ້າລວມ, ເວົ້າສະເພາະເຂດເສດຖະກິດພິເສດ ສາມຫລ່ຽມຄໍາ, ທັງສະແດງໃຫ້ເຫັນເຖິງຄວາມຕັດສິນໃຈຂອງພວກເຮົາທຸກຄົນທີ່ຈະເຂົ້າຮ່ວມວຽກງານຕ້ານຢາເສບຕິດ.

ການແຂ່ງຂັນໃນຄັ້ງນີ້ ປະກອບມີ 2 ປະເພດໄລຍະທາງ ຄື: ແລ່ນຮາຟມາຣາທອນ 21.1 ກມ ແລະ ແລ່ນໄລຍະສັ້ນ 6.26 ກມ, ລວມມີ 200 ລາງວັນ, ລວມມູນຄ່າລາງວັນຫລາຍກວ່າ 1,6 ຕື້ກີບ. ໃນນີ້,ປະເພດລາງວັນ ແລ່ນຮາຟມາຣາທອນ ຍິງ-ຊາຍ ມີລາງວັນເຖິງ 50 ອັນດັບ. ຂະນະທີ່ລາງ ວັນຊະນະ ເລີດ 21,1 ກມ ໄດ້ຮັບເງິນສົດ 240.000.000 ກີບ ພ້ອມດ້ວຍຫລຽນຄໍາ ແລະ ຖ້ວຍລາງວັນ, ອັນດັບທີ 2 ໄດ້ຮັບເງິນ150.000.000 ກີບ ພ້ອມດ້ວຍຫລຽນເງິນ ແລະ ຖ້ວຍລາງວັນ, ອັນດັບທີ 3 ໄດ້ຮັບເງິນ 90.000.000 ກີບ ພ້ອມດ້ວຍຫລຽນທອງ ແລະ ຖ້ວຍລາງວັນ, ອັນດັບທີ 4 ໄດ້ຮັບເງິນ 24.000.000 ກີບ, ຫລຽນທີ່ລະນຶກ ແລະ ໄດ້ຮັບລາງວັນຕາມແຕ່ລະປະເພດຕາມລໍາດັບ.

ສະລັບໄລຍະທາງ 6,26 ກມ ຍິງ-ຊາຍ ມີລາງວັນເຖິງ 50 ອັນດັບ. ໃນນີ້,ະນະເລີດ ໄດ້ຮັບເງິນ 24.000.000 ກີບ ພ້ອມດ້ວຍຫລຽນຄໍາ ແລະ ຖ້ວຍລາງວັນ, ອັນດັບທີ 2 ໄດ້ຮັບເງິນ 21.000.000 ກີບ ພ້ອມດ້ວຍຫລຽນເງິນ ແລະ ຖ້ວຍລາງວັນ, ອັນດັບທີ 3 ໄດ້ຮັບເງິນ 18.000.000 ກີບ ພ້ອມ ດ້ວຍຫລຽນທອງ ແລະ ຖ້ວຍລາງວັນ, ອັນດັບທີ 4 ໄດ້ຮັບເງິນ 12.000.000 ກີບ, ຫລຽນທີ່ລະນຶກ ແລະ ໄດ້ຮັບລາງວັນຕາມແຕ່ລະປະເພດຕາມລໍາດັບ ເຊິ່ງນັກກິລາ ແລ່ນຮາຟມາຣາທອນ 21.1 ກມ ປະເພດຊາຍທີ 1 ແມ່ນ ທ້າວເຊີນ ຢົງເຊົ່າ ນັກກິລາຈາກ ສປ ຈີນ, ທີ 2 ທ້າວ ນັດທະວຸດ ອິນນ້ຳ ນັກກິລາຈາກໄທ, ທີ 3 ທ້າວ ເຊົ່າ ຊ່າງ ຫົງ ນັກກິລາຈາກ ສປ ຈີນ. ສ່ວນປະເພດຍິງ ທີ 1 ແມ່ນ ນາງ ປາມ ທິຫົງ ເລ ນັກກິລາຈາກ ສສ ຫວຽດນາມ, ທີ 2 ນາງ ຫວັງ ມີນ, ທີ 3 ນາງ ຢາງ ຊ່ວງ ຫົວ ກິລາຈາກ ສປ ຈີນ.

ສຳລັບປະເພດແລ່ນໄລຍະສັ້ນ 6,26 ກມ ຊາຍ ທີ 1 ແມ່ນ ທ້າວ ອະນຸສິດ ປາດາ, ທີ 2 ທ້າວ ຈະຕຸລົງ ຂວັນແກ້ວ ແລະ ທີ 3 ທ້າວ ວາຍະພົນ ບຸນນຸປາລາ ນັກກິລາຈາກໄທ. ຂະນະທີ່ ປະເພດຍິງ ທີ 1 ແມ່ນ ນາງ ເຢົາ ຢູ ຊຸ່ຍ ນັກກິລາຈາກ ສປ ຈີນ, ທີ 2 ນາງ ລົດແກ້ວ ອິນທະກຸມມານ ກິລາຈາກ ສປປ ລາວ ແລະ ທີ 3 ແມ່ນ ນາງ ພຣີກາມົນ ວົງວິໄຊ ນັກກິລາຈາກ ໄທ./.

ໂດຍ: ຢ່າຕົ່ງ
KPL

ຂ່າວອື່ນໆ

    • ບີຄວາ ສືບຕໍ່ສະໜັບສະໜູນການຜະລິດວິດີໂອ ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ສໍາລັບຄູສຶກສາ-ກິລາ

      ບີຄວາ ສືບຕໍ່ສະໜັບສະໜູນການຜະລິດວິດີໂອ ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ສໍາລັບຄູ

      6/21/2024 10:52:41 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງ ການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ແລະ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ຈັດຝຶກອົບຮົມ “ການຂຽນບົດເລື່ອງຂອງວິດີໂອ ສົ່ງເສິມບົດບາດຍິງ-ຊາຍ” ລະຫວ່າງວັນທີ 18-21 ມິຖຸນາ 2024

    • ທົ່ວ ນວ ມີນັກສອບເສັງຈົບຊັ້ນ ມ7 ທັງໝົດ  9.427 ຄົນສຶກສາ-ກິລາ

      ທົ່ວ ນວ ມີນັກສອບເສັງຈົບຊັ້ນ ມ7 ທັງໝົດ 9.427 ຄົນ

      6/19/2024 12:00:34 PM

      ຂປລ. ພິທີສອບເສັງ ຈົບຊັ້ນ ມ7 ໃນຂອບເຂດທົ່ວປະເທດ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 19-21 ມິຖຸນາ 2024 ນີ້, ສະເພາະຢູ່ ນະຄອນຫລວງວຽງຈັນ (ນວ) ໄດ້ຈັດພິທີເປີດຫົວບົດສອບເສັງ ຢູ່ ໂຮງຮຽນ ມສ ວຽງຈັນ ເມືອງຈັນທະບູລີ

    • ບໍລິສັດທາງລົດໄຟ ລາວ-ຈີນ ມອບເດີ່ນບານບ້ວງ ແລະ ອຸປະກອນ-ເຄື່ອງໃຊ້ ໃຫ້ໂຮງຮຽນປະຖົມ ລາວ-ຈີນສຶກສາ-ກິລາ

      ບໍລິສັດທາງລົດໄຟ ລາວ-ຈີນ ມອບເດີ່ນບານບ້ວງ ແລະ ອຸປະກອນ-ເຄື່ອງໃຊ້ ໃຫ້ໂຮງຮຽນປະຖົມ ລາວ-ຈີນ

      6/6/2024 7:37:50 PM

      ຂປລ. ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ຈັດພິທີມອບ-ຮັບ ເດີ່ນກິລາບານບ້ວງ ພ້ອມດ້ວຍອຸປະກອນການຮຽນ-ການສອນ ແລະ ເຄື່ອງໃຊ້ຈຳນວນໜຶ່ງ ເຊິ່ງປະກອບມີ: ກະເປົາເປ້ 300 ໜ່ວຍ, ປຶ້ມຂຽນ 300 ຫົວ ໃຫ້ນ້ອງນັກຮຽນ, ມອບເຄື່ອງຕອງນ້ຳ, ໜ່ວຍບານບ້ວງ, ເຄື່ອງໃສ່ຂີ້ເຫຍື້ອສະແຕນເລດ, ເບ້ຍໄມ້ ແລະ ອື່ນໆ ໃຫ້ໂຮງຮຽນປະຖົມສົມບູນ ລາວ-ຈີນ ບ້ານໜອງປີງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໃນວັນທີ 5 ມິຖຸນາ 2024 ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 44 ປີ

    • ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ປິດສົກຮຽນ 2023-2024ສຶກສາ-ກິລາ

      ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ປິດສົກຮຽນ 2023-2024

      6/5/2024 8:23:45 PM

      ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ຈັດພິທີປິດສົກຮຽນ 2023-2024 ໃນວັນທີ 5 ມິຖຸນາ 2024 ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະປະຈຳພັກກະຊວງ ຮອງຫົວໜ້າກົມໃຫຍ່ ການເມືອງກອງທັບ, ມີຄະນະພັກ-ຄະນະອຳນວຍການໂຮງຮຽນ, ພະນັກງານ, ຄູອາຈານແລະ ນ້ອງນັກຮຽນເຂົ້າຮ່ວມ.

    • ສປປ ລາວ ໄດ້ຮັບກຽດເປັນປະທານ ສະພາກິລານັກຮຽນອາຊຽນ ສຶກສາ-ກິລາ

      ສປປ ລາວ ໄດ້ຮັບກຽດເປັນປະທານ ສະພາກິລານັກຮຽນອາຊຽນ

      6/4/2024 1:19:36 PM

      ຂປລ. ໃນກອງປະຊຸມ ສະພາ ບໍລິຫານງານກິລານັກຮຽນ ອາຊຽນ (ASSC) ຈັດຂຶ້ນໃນວັນທີ 2 ມິຖຸນາ 2024 ທີ່ ສສ ຫວຽດນາມ, ເຊິ່ງໄດ້ເປັນເອກະສັນກັນມອບໝາຍໃຫ້ ສປປ ລາວ ເປັນປະທານ ສະພາກິລານັກຮຽນ ອາຊຽນ ຄົນໃໝ່ ໃນປີ 2025. ໃນຂະນະດຽວກັນ ສປປ ລາວ ກໍສະເໜີເປັນເຈົ້າພາບ ຈັດມະຫາກຳກິລານັກຮຽນ ອາຊຽນ ຄັ້ງທີ 18 ໃນປີ 2029.

ads
ads

Top