ບີຄວາ ສືບຕໍ່ສະໜັບສະໜູນການຜະລິດວິດີໂອ ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ສໍາລັບຄູ

21/06/2024 10:52
Email Print 549
ຂປລ ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງ ການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ແລະ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ຈັດຝຶກອົບຮົມ “ການຂຽນບົດເລື່ອງຂອງວິດີໂອ ສົ່ງເສິມບົດບາດຍິງ-ຊາຍ” ລະຫວ່າງວັນທີ 18-21 ມິຖຸນາ 2024



ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງ ການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ແລະ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ຈັດຝຶກອົບຮົມ
ການຂຽນບົດເລື່ອງຂອງວິດີໂອ ສົ່ງເສິມບົດບາດຍິງ-ຊາຍລະຫວ່າງວັນທີ 18-21 ມິຖຸນາ 2024 ໂດຍມີ ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ເລຂາເອກສະຖານທູດອົດສະຕຣາລີ ປະຈຳລາວ, ທ່ານ ອຸດົມ ສິງດາລາ ຮອງຜູ້ອຳນວຍການ ສູນໂຄສະນາ ຂ່າວສານການສຶກສາ ແລະ ກິລາ ສວສ ​ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.



ຊຸ​ດອົບຮົມ​ຄັ້ງ​ນີ້, ​ມີຈຸດປະສົງ ຜະລິດວິດີໂອ ເພື່ອປູກຈິດສຳນຶກ ແລະ ໃຫ້ຄຳແນະນຳແກ່ຄູ ກ່ຽວກັບວິທີຮັບປະກັນຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍໃນຫ້ອງຮຽນ ເພື່ອພັດທະນາຄວາມຮູ້ ແລະ ທັກສະກ່ຽວກັບການສົ່ງເສີມຄວາມສະ​ເໝີພາບ ລະຫວ່າງ ຍິງ-ຊາຍ ແລະ ຫລີກເວັ້ນການມີຄວາມຄິດຍຶດຕິດ ດ້ານບົດບາດຍິງ-ຊາຍ ໃນເນື້ອຫາ ແລະ ຮູບພາບທີ່ສະແດງອອກໃນບັນດາສື່ ການຮຽນ-ການສອນແບບ ດີຈິຕອນ ແລະ ສື່ທີ່ອອກຂ່າວຕ່າງໆ ເຊິ່ງສຳມະນາກອນຈະໄດ້ຮ່ວມກັນ ຂຽນວິດີໂອສົ່ງເສີມ ຄວາມສະເໝີພາບ ລະຫວ່າງຍິງ-ຊາຍ ທີ່ເປັນຄັ້ງທໍາອິດສໍາລັບຄູ ຜະລິດໂດຍກະຊວງ ສສກ ​ໂດຍ ມີຜູ້ຕາງໜ້າຈາກ ສວສ ພະແນກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ແລະ ສະຖານທູດອົດສະຕຣາລີ ເຂົ້າຮ່ວມເພື່ອຮ່ວມກັນຂຽນບົດເລື່ອງວິດີໂອ.



ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ໄດ້ກ່າວວ່າ: ຄຳໝັ້ນສັນຍາຂອງລັດຖະບານອົດສະຕຣາລີ ຕໍ່ການສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ໃນລາວ ແມ່ນພາກສ່ວນໜຶ່ງທີ່ສຳຄັນ ໃນການສະໜັບສະໜູນ ການສຶກສາຂອງພວກເຮົາ ຜ່ານແຜນງານບີຄວາ ລວມມີ ການສົ່ງເສີມການປະຕິບັດ ທີ່ຄຳນຶງເຖິງບົດບາດຍິງ-ຊາຍ ແລະ ຄວາມພິການ ໂດຍຜ່ານການປັບປຸງ ຫລັກສູດຊັ້ນປະຖົມສຶກສາ ແລະ ສືບຕໍ່ການສະໜັບສະໜູນ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ສິ່ງເຫລົ່ານີ້ ຈະຮັບປະກັນຄວາມເຂົ້າໃຈ ການສຶກສາຮຽນ ຮ່ວມທີ່ໃຫ້ຜົນປະໂຫຍດ ແກ່ນັກຮຽນທຸກຄົນ ໂດຍບໍ່ຈໍາແນກເພດ, ຊົນເຜົ່າ ຫລື ຄວາມສາມາດ.




ທ່ານ ອຸດົມ ສິງດາລາ ​ໄດ້​ໃຫ້​ຮູ້ວ່າ: ໃນຂະແໜງການສຶກສາ ຄູສອນມີບົດບາດສຳຄັນ ໃນການສ້າງສະພາບແວດລ້ອມທີ່ປອດໄພ ແລະ ຄຳນຶ່ງເຖິງບົດບາດຍິງ-ຊາຍ ໃຫ້ແກ່ນັກຮຽນຂອງເຂົາເຈົ້າ ເປົ້າ  ໝາຍຂອງພວກເຮົາໃນວິດີໂອນີ້ ເພື່ອປູກຈິດສຳນຶກ ເຖິງຄວາມສຳຄັນ ຂອງບົດບາດຂອງຄູ ໃນການຮັບປະກັນຄວາມສະເໝີພາບ ລະຫວ່າງຍິງ-ຊາຍ ແລະ ໃຫ້ຄູຮູ້ຍຸດທະສາດຕົວຈິງ ເພື່ອຮັບປະກັນໃຫ້ເດັກຍິງ ແລະ ເດັກຊາຍ ມີສ່ວນຮ່ວມໃນການຮຽນຮູ້ເທົ່າທຽມກັນ ກຸ່ມຜູ້ຊົມເປົ້າໝາຍຂອງພວກເຮົາ ແມ່ນຄູສອນ ຊັ້ນປະຖົມສຶກສາ ແລະ ຜູ້ອຳນວຍການໂຮງຮຽນ ວິດີໂອດັ່ງກ່າວ, ຍັງຈະຊ່ວຍສ້າງຄວາມຮັບຮູ້ກ່ຽວກັບ ຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ໃນຂະແໜງການສຶກສາໃຫ້ກວ້າງຂຶ້ນ, ພວກເຮົາຈະນໍາໃຊ້ຊ່ອງໂທລະພາບສຶກສາ ແລະ ກິລາ ຊ່ອງ
Lao ETV ແລະ ແພຣັດຟອມ ຄັງປັນຍາລາວ ຊ່ອງທາງ YouTube ວິດີໂອສຳລັບການພັດທະນາຄູ ແລະ ສື່ສັງຄົມອອນລາຍ ເພື່ອຮັບປະກັນການໂຄສະນາວິດີໂອນີ້ ໃຫ້ເຂົ້າເຖິງຜູ້ຊົມເປົ້າໝາຍ.

KPL

ຂ່າວອື່ນໆ

    • ແຂ່ງຂັນກິລາແລ່ນຮາຟມາຣາທອນ ຄັ້ງທີ  IV  ສະຫລອງວັນຕ້ານຢາເສບຕິດສາກົນສຶກສາ-ກິລາ

      ແຂ່ງຂັນກິລາແລ່ນຮາຟມາຣາທອນ ຄັ້ງທີ IV ສະຫລອງວັນຕ້ານຢາເສບຕິດສາກົນ

      6/26/2024 4:20:02 PM

      ຂປລ. ເນື່ອງໃນໂອກາດສະເຫລີມສະຫລອງວັນຕ້ານຢາເສບຕິດສາກົນ ຄົບຮອບ 37 ປີ (26 ມິຖຸນາ 1987 ຫາ 26 ມິຖຸນາ 2024) ອົງການ ປົກຄອງແຂວງບໍ່ແກ້ວ ຮ່ວມກັບເຂດເສດຖະກິດພິເສດສາມຫລ່ຽມຄໍາ ຈັດການແຂ່ງຂັນແລ່ນຮາຟມາຣາທອນ ຂຶ້ນໃນວັນທີ 26 ມິຖຸນາ 2024 ທີ່ເຂດເສດຖະ ກິດພິເສດສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ.

    • ທົ່ວ ນວ ມີນັກສອບເສັງຈົບຊັ້ນ ມ7 ທັງໝົດ  9.427 ຄົນສຶກສາ-ກິລາ

      ທົ່ວ ນວ ມີນັກສອບເສັງຈົບຊັ້ນ ມ7 ທັງໝົດ 9.427 ຄົນ

      6/19/2024 12:00:34 PM

      ຂປລ. ພິທີສອບເສັງ ຈົບຊັ້ນ ມ7 ໃນຂອບເຂດທົ່ວປະເທດ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 19-21 ມິຖຸນາ 2024 ນີ້, ສະເພາະຢູ່ ນະຄອນຫລວງວຽງຈັນ (ນວ) ໄດ້ຈັດພິທີເປີດຫົວບົດສອບເສັງ ຢູ່ ໂຮງຮຽນ ມສ ວຽງຈັນ ເມືອງຈັນທະບູລີ

    • ບໍລິສັດທາງລົດໄຟ ລາວ-ຈີນ ມອບເດີ່ນບານບ້ວງ ແລະ ອຸປະກອນ-ເຄື່ອງໃຊ້ ໃຫ້ໂຮງຮຽນປະຖົມ ລາວ-ຈີນສຶກສາ-ກິລາ

      ບໍລິສັດທາງລົດໄຟ ລາວ-ຈີນ ມອບເດີ່ນບານບ້ວງ ແລະ ອຸປະກອນ-ເຄື່ອງໃຊ້ ໃຫ້ໂຮງຮຽນປະຖົມ ລາວ-ຈີນ

      6/6/2024 7:37:50 PM

      ຂປລ. ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ຈັດພິທີມອບ-ຮັບ ເດີ່ນກິລາບານບ້ວງ ພ້ອມດ້ວຍອຸປະກອນການຮຽນ-ການສອນ ແລະ ເຄື່ອງໃຊ້ຈຳນວນໜຶ່ງ ເຊິ່ງປະກອບມີ: ກະເປົາເປ້ 300 ໜ່ວຍ, ປຶ້ມຂຽນ 300 ຫົວ ໃຫ້ນ້ອງນັກຮຽນ, ມອບເຄື່ອງຕອງນ້ຳ, ໜ່ວຍບານບ້ວງ, ເຄື່ອງໃສ່ຂີ້ເຫຍື້ອສະແຕນເລດ, ເບ້ຍໄມ້ ແລະ ອື່ນໆ ໃຫ້ໂຮງຮຽນປະຖົມສົມບູນ ລາວ-ຈີນ ບ້ານໜອງປີງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໃນວັນທີ 5 ມິຖຸນາ 2024 ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 44 ປີ

    • ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ປິດສົກຮຽນ 2023-2024ສຶກສາ-ກິລາ

      ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ປິດສົກຮຽນ 2023-2024

      6/5/2024 8:23:45 PM

      ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ຈັດພິທີປິດສົກຮຽນ 2023-2024 ໃນວັນທີ 5 ມິຖຸນາ 2024 ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະປະຈຳພັກກະຊວງ ຮອງຫົວໜ້າກົມໃຫຍ່ ການເມືອງກອງທັບ, ມີຄະນະພັກ-ຄະນະອຳນວຍການໂຮງຮຽນ, ພະນັກງານ, ຄູອາຈານແລະ ນ້ອງນັກຮຽນເຂົ້າຮ່ວມ.

    • ສປປ ລາວ ໄດ້ຮັບກຽດເປັນປະທານ ສະພາກິລານັກຮຽນອາຊຽນ ສຶກສາ-ກິລາ

      ສປປ ລາວ ໄດ້ຮັບກຽດເປັນປະທານ ສະພາກິລານັກຮຽນອາຊຽນ

      6/4/2024 1:19:36 PM

      ຂປລ. ໃນກອງປະຊຸມ ສະພາ ບໍລິຫານງານກິລານັກຮຽນ ອາຊຽນ (ASSC) ຈັດຂຶ້ນໃນວັນທີ 2 ມິຖຸນາ 2024 ທີ່ ສສ ຫວຽດນາມ, ເຊິ່ງໄດ້ເປັນເອກະສັນກັນມອບໝາຍໃຫ້ ສປປ ລາວ ເປັນປະທານ ສະພາກິລານັກຮຽນ ອາຊຽນ ຄົນໃໝ່ ໃນປີ 2025. ໃນຂະນະດຽວກັນ ສປປ ລາວ ກໍສະເໜີເປັນເຈົ້າພາບ ຈັດມະຫາກຳກິລານັກຮຽນ ອາຊຽນ ຄັ້ງທີ 18 ໃນປີ 2029.

ads
ads

Top