ກອງປະຊຸມ ສະໄໝສາມັນ ເທື່ອທີ 7 ຂອງ ສະພາປະຊາຊົນ ນວ ຈະຈັດຂຶ້ນ 8-12 ກໍລະກົດ ນີ້

05/07/2024 13:36
Email Print 276
ຂປລ ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ (ນວ) ຈະຈັດຂຶ້ນໃນລະຫວ່າງ ວັນທີ 08 - 12 ກໍລະກົດ 2024 ຢູ່ທີ່ຫ້ອງປະຊຸມສໍານັກງານ ອົງການປົກຄອງ ນະຄອນຫລວງວຽງຈັນ ເພື່ອຈະສຸມໃສ່ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານ ຂອງນະຄອນຫລວງວຽງຈັນ.

ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ (ນວ) ຈະຈັດຂຶ້ນໃນລະຫວ່າງ ວັນທີ 08 - 12 ກໍລະກົດ 2024 ຢູ່ທີ່ຫ້ອງປະຊຸມສໍານັກງານ ອົງການປົກຄອງ ນະຄອນຫລວງວຽງຈັນ ເພື່ອຈະສຸມໃສ່ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານ ຂອງນະຄອນຫລວງວຽງຈັນ.

 ທ່ານ ນະຄະເສນ ສີຫາລາດ ຄະນະປະຈຳ ສະພາປະຊາຊົນ, ເລຂາທິການ ສະພາປະຊາຊົນ ນະຄອນ ຫລວງວຽງຈັນ ໄດ້ຖະແຫລງຂ່າວຕໍ່ຊື່ມວນຊົນ ກ່ຽວກັບການດຳເນີນກອງປະຊຸມດັ່ງກ່າວ ໃນວັນທີ 4 ກໍລະກົດ 2024 ນີ້ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ (ນວ) ຈະຈັດຂຶ້ນໃນລະຫວ່າງ ວັນທີ 08-12 ກໍລະກົດ 2024 ທີ່ຈະມາເຖິງນີ້ ໂດຍຈະໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການປົກຄອງ ນວ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຂອງນະຄອນຫລວງວຽງຈັນ, ຕິດພັນກັບການກະກຽມ ຄວາມພ້ອມ ໃນການເປັນເຈົ້າພາບດໍາເນີນ ກອງປະຊຸມອາຊຽນ ຂອງນະຄອນຫລວງວຽງຈັນ; ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດບັນດາຄາດໝາຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ນະຄອນຫລວງວຽງຈັນ; ພິຈາລະນາ ແລະ ຮັບຮອງເອົາ ຮ່າງຂໍ້ຕົກລົງຂອງ ທ່ານເຈົ້າຄອງນະຄອນຫລວງວຽງຈັນ ວ່າດ້ວຍການ ຮັບຮອງເອົາລາຄາຫົວໜ່ວຍທົດແທນ ຕໍ່ຊັບສິນທີ່ໄດ້ຮັບຜົນກະທົບ ຈາກໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດ ເລກທີ 13 ໃຕ້; ຮັບຟັງການລາຍງານ, ຊີ້ແຈງບາງບັນຫາສຳ​ຄັນ ແລະ ພົ້ນເດັ່ນຂອງ ນະຄອນຫລວງວຽງຈັນ ຈຳນວນໜຶ່ງ ເປັນຕົ້ນ ມາດຕະການຕ້ານ ແລະ ແກ້ໄຂບັນຫານໍ້າ ຖ້ວມຂັງ ໃນ ນວ, ການລາຍງານຄືນຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງ ຫລວງແຫ່ງຊາດເລກທີ 13 ເໜືອ ຊ່ວງສາມແຍກສີໄຄ-ສີ່ແຍກສີເກີດ, ມາດຕະການຊຸກຍູ້ສົ່ງເສີມ ການຜະລິດເປັນສິນຄ້າ ໃຫ້ສາມາດຕອບສະໜອງສະບຽງອາຫານ ແລະ ສະກັດກັ້ນການນໍາເຂົ້າສິນຄ້າຈາກພາຍນອກ ຢູ່ນະຄອນຫລວງວຽງຈັນ, ການດໍາເນີນການຈັດຕັ້ງປະຕິບັດ ການຜັນຂະຫຍາຍ ແລະ ຊຸກຍູ້ສົ່ງເສີມການທ່ອງທ່ຽວ ຢູ່ນະຄອນຫລວງວຽງຈັນ, ການຈັດຕັ້ງປະຕິບັດ ແລະ ການຊົດເຊີຍໂຄງການກໍ່ສ້າງ ສາຍສົ່ງໄຟຟ້າແຮງສູງ 230 ກິໂລໂວນ ແຕ່ສະ ຖານີເພຍລາດ ຫາສະຖານີໄຟຟ້າ ນາຊາຍທອງ ນະຄອນຫລວງວຽງຈັນ, ມາດຕະການໃນການ ຈັດຕັ້ງປະຕິບັດວຽກງານ ສ ສະຫວ່າງ ຢູ່ນະຄອນຫລວງວຽງຈັນ, ການຈັດຕັ້ງປະຕິບັດ ການຊົດເຊີຍໃຫ້ປະຊາຊົນ ທີ່ຖືກຜົນກະທົບຈາກ ໂຄງການພັດທະນາເນື້ອທີ່ດິນ 51,1 ເຮັກຕາ ຂອງໂຄງການທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫລວງວຽງຈັນ, ການລາຍງານກ່ຽວກັບການບຸກລຸກຈັບຈອງ ແລະ ອອກໃບຕາດິນ ຢູ່ເຂດປ່າສະຫງວນແຫ່ງຊາດພູພະນັງ.

ພ້ອມນີ້, ກອງປະຊຸມຍັງຈະໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດ ແຜນການ ເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຂອງສະພາປະຊາຊົນນະ ຄອນຫລວງວຽງຈັນ ຊຸດທີ II; ຮັບຟັງການລາຍງານ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ນວ ຊຸດທີ II ວ່າດ້ວຍການຮັບຮອງເອົາ ບົດລາຍງານການ ເຄື່ອນໄຫວວຽກງານປີ 2023 ແລະ ແຜນການຈຸດສຸມປີ 2024 ຂອງອົງການໄອຍະການ ປະຊາຊົນພາກກາງ, ສານປະຊາຊົນພາກາງ, ອົງການໄອຍະການ ປະຊາຊົນ, ສານປະຊາຊົນ ນະຄອນຫລວງວຽງຈັນ ສະບັບເລກທີ 005/ສປນວ, ລົງວັນທີ 10 ມັງກອນ 2024 ໃນໄລຍະ 06 ເດືອນຕົ້ນປີ 2024; ຮັບຟັງການລາຍງານ ການຈັດຕັ້ງປະຕິບັດຄໍາຕັດສິນ ຂອງສານໄລຍະ 06 ເດືອນ ຕົ້ນປີ 2024; ການຈັດຕັ້ງປະຕິບັດ ດໍາລັດສະບັບເລກທີ 280,​ ລົງວັນທີ 09 ສິງຫາ 2022 ວ່າດ້ວຍຊັບສິນທີ່ ຖືກຍຶດ, ອາຍັດ ແລະ ຮິບເປັນຂອງລັດ. ນອກຈາກນັ້ນ, ກອງປະຊຸມ ຍັງຈະໄດ້ຮັບຟັງການຊີ້ແຈງ ບາງບັນຫາທີ່ສະ ມາຊິກສະພາແຫ່ງຊາດ, ສະມາຊິກ ສະພາປະຊາຊົນ ນະຄອນຫລວງວຽງຈັນ ຊັກຖາມໃນກອງປະຊຸມຈາກພາກ ສ່ວນກ່ຽວຂ້ອງ ຕື່ມອີກ.

ການດໍາເນີນກອງປະຊຸມຄັ້ງນີ້ ແມ່ນການປະຕິບັດພາລະບົດບາດຂອງສະພາປະຊາຊົນ ໃນຖານະເປັນອົງ ການອໍານາດລັດ ຂັ້ນນະຄອນຫລວງ ທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ ພາຍໃນນະຄອນຫລວງວຽງຈັນ. ດັ່ງນັ້ນ, ຈຶ່ງຂໍເຊີນຊວນບັນດາ ອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງສັງຄົມທຸກພາກສ່ວນ, ພະນັກ ງານ, ທະຫານ, ຕຳຫລວດ ຕະຫລອດຮອດພໍ່ແມ່ ປະຊາຊົນບັນດາເຜົ່າ ໂດຍສະເພາະ ປະຊາຊົນໃນນະຄອນຫລວງ ວຽງຈັນ ຈົ່ງໃຫ້ການຕິດຕາມ ຂ່າວສານທາງໂທລະພາບ, ວິທະຍຸກະຈາຍສຽງ, ສື່ສິ່ງພິມຕ່າງໆ ແລະ ສາມາດມີຄຳຄິດ ຄຳເຫັນ ຫລື ຄຳສະເໜີເຂົ້າໃນກອງປະຊຸມ ຜ່ານທາງໂທລະສັບສາຍດ່ວນ ໝາຍເລກ 1156 ຫລື ໝາຍເລກໂທ ລະສັບ 021 260 251, 260242 ເຊິ່ງເລີ່ມເປີດຮັບຄຳສະເໜີ, ຄຳຄິດຄຳເຫັນຕໍ່ກອງປະຊຸມ ນັບແຕ່ມື້ນີ້ເປັນຕົ້ນ ໄປ.

KPL

ຂ່າວອື່ນໆ

    • ສະຫວັນນະເຂດ ເອົາໃຈໃສ່ແກ້ໄຂຄຳສະເໜີຂອງປະຊາຊົນການເມືອງ

      ສະຫວັນນະເຂດ ເອົາໃຈໃສ່ແກ້ໄຂຄຳສະເໜີຂອງປະຊາຊົນ

      7/8/2024 9:37:05 AM

      ທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ນັບແຕ່ກອງປະຊຸມຄັ້ງປະຖົມມະລຶກຂອງ ສະພາແຫ່ງຊາດ ຊຸດທີ IX ມາຮອດປັດຈຸບັນເຂດເລືອກຕັ້ງທີ 13 ກໍ່ຄືສະພາປະຊາຊົນແຂວງສະຫວັນນະເຂດ ຂອງພວກຂ້າພະເຈົ້າໄດ້ເອົາໃຈໃສ່ໃນການຈັດຕັ້ງການລົງພົບປະຜູ້ມີສິດເລືອກຕັ້ງ ແລະ ໂຄສະນາເຜີຍແຜ່ລັດຖະທຳມະນູນ, ກົດໝາຍ, ບັນດາມະຕິທີ່ ສພຊ - ສພຂ ໄດ້ຮັບຮອງເອົາ.

    • ປະທານປະເທດແຫ່ງ ສປປ ລາວ  ຕ້ອນຮັບ ຮອງປະທານສະພາແຫ່ງຊາດຫວຽດນາມການເມືອງ

      ປະທານປະເທດແຫ່ງ ສປປ ລາວ ຕ້ອນຮັບ ຮອງປະທານສະພາແຫ່ງຊາດຫວຽດນາມ

      7/5/2024 5:37:39 PM

      ຂປລ. ໃນວັນທີ 5 ກໍລະກົດ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຄັກ ດິ້ງ ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງປະທານສະພາແຫ່ງຊາດ ພ້ອມ ຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

    • ກຳມາທິການບັນດາເຜົ່າ ເອົາໃຈໃສ່ແກ້ໄຂຄວາມທຸກຍາກເປັນກົກການເມືອງ

      ກຳມາທິການບັນດາເຜົ່າ ເອົາໃຈໃສ່ແກ້ໄຂຄວາມທຸກຍາກເປັນກົກ

      7/5/2024 3:51:12 PM

      ທ່ານ ຄໍາຈັນ ໂສຕາປະເສີດປະທານກໍາມາທິການບັນດາເຜົ່າ, ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04 ແຂວງອຸດົມໄຊ ໃຫ້ຮູ້ວ່າ: ກໍາມາທິການບັນດາເຜົ່າປະຕິບັດ 03 ພາລະບົດບາດຂອງສະພາແຫ່ງຊາດ ລົງເລິກເຂດຄວາມຮັບຜິດຊອບວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ, ວຽກງານຊົນເຜົ່າ-ສາສະໜາ, ວຽກງານ 03 ສ້າງ, ການປົກຄອງທ້ອງຖິ່ນ ແລະ ວຽກງານອື່ນໆ.

    • ສອງສະພາແຫ່ງຊາດ ລາວ-ຫວຽດນາມ ສຳມະນາວິຍາສາດ ປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້ານິຕິບັນຍັດການເມືອງ

      ສອງສະພາແຫ່ງຊາດ ລາວ-ຫວຽດນາມ ສຳມະນາວິຍາສາດ ປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້ານິຕິບັນຍັດ

      7/5/2024 2:25:37 PM

      ຂປລ. ສະພາແຫ່ງຊາດ ແຫ່ງ ສປປ ລາວ ຮ່ວມກັບ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ຈັດສຳມະນາ ວິທະຍາສາດ ກ່ຽວກັບປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້ານິຕິບັນຍັດ ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ຈະເລີນ ເຢຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະຫາຍ ຫວຽນ ຄັກ ດິ້ງ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    • ກະຊວງ ຖວທ ແລະ ກຸ່ມບໍລິສັດທຣິບການຄ້າ ຊຽງໄຮ ສປ ຈີນ ລົງນາມຮ່ວມມືດ້ານການທ່ອງທ່ຽວການເມືອງ

      ກະຊວງ ຖວທ ແລະ ກຸ່ມບໍລິສັດທຣິບການຄ້າ ຊຽງໄຮ ສປ ຈີນ ລົງນາມຮ່ວມມືດ້ານການທ່ອງທ່ຽວ

      7/5/2024 1:59:15 PM

      ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ກຸ່ມບໍລິສັດທຣິບການຄ້າຊຽງໄຮ ສປ ຈີນ ລົງນາມບົດບັກທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການທ່ອງທ່ຽວ ໃນວັນທີ 5 ກໍລະກົດ 2024, ຕາງໜ້າຝ່າຍລາວ ລົງນາມໂດຍ ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ ແລະ ຝ່າຍຈີນ ທ່ານ ນາງ ຊໍາເມີ້ ຫວັງ ຫົວໜ້າການຕະຫລາດພາກພື້ນ ກຸ່ມບໍລິສັດທຣິບ ການຄ້າຊຽງໄຮ ແຫ່ງ ສປ ຈີນ ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ads
ads

Top