ຂປລ
ຂປລ. ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ສົ່ງນັກກິລາຈຳນວນ 17 ຄົນ ເຂົ້າຮ່ວມແຂ່ງຂັນໃນ 4 ປະເພດກິລາ ຄື: ກິລາ ແລ່ນ-ລານ, ເປຕັງ, ບານສົ່ງຫາດຊາຍ ແລະ ກິລາຕີກ໊ອບ ໃນມະຫາກຳກິລາແຫ່ງຊາດ ຄັ້ງທີ X ທີ່ແຂວງອຸດົມໄຊ. ຜ່ານການແຂ່ງຂັນ ໃນລະຫວ່າງວັນທີ 13-21 ທັນວາ 2014 ຜ່ານມາ


ຂປລ. ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ສົ່ງນັກກິລາຈຳນວນ 17 ຄົນ ເຂົ້າຮ່ວມແຂ່ງຂັນໃນ 4 ປະເພດກິລາ ຄື: ກິລາ ແລ່ນ-ລານ, ເປຕັງ, ບານສົ່ງຫາດຊາຍ ແລະ ກິລາຕີກ໊ອບ ໃນມະຫາກຳກິລາແຫ່ງຊາດ ຄັ້ງທີ X ທີ່ແຂວງອຸດົມໄຊ. ຜ່ານການແຂ່ງຂັນ ໃນລະຫວ່າງວັນທີ 13-21 ທັນວາ 2014 ຜ່ານມາ ກະຊວງ ຜທ ສາມາດຍາດໄດ້ 1 ຫລຽນຄຳ, 2 ຫລຽນເງິນ ແລະ 3 ຫລຽນທອງ, ໃນນັ້ນ 1 ຫລຽນຄຳ ໄດ້ຈາກປະເພດກິລາແກ່ງຄ້ອນໄກ, 2 ຫລຽນເງິນ ໄດ້ຈາກປະເພດກິລາ ໂຍນນ້ຳໜັກໄກ ແລະ ແລ່ນ 5.000 ແມັດ ແລະ 3 ຫລຽນທອງ ໄດ້ຈາກປະເພດກິລາ ແລ່ນ 800 ແມັດ, ເປຕັງຊາຍດ່ຽວ ແລະ ບານສົ່ງຫາດຊາຍ.
ຕອນເຊົ້າວັນທີ 30 ທັນວາ 2014 ນີ້ ກະຊວງ ຜທ ໄດ້ຈັດພິທີສະຫລຸບຜົນການເຂົ້າຮ່ວມ ການແຂ່ງຂັນດັ່ງກ່າວ ພ້ອມທັງສະຫລຸບ ການຈັດຕັ້ງປະຕິບັດວຽກງານຈຸດສຸມປະຈຳປີ 2014 ໂດຍມີທ່ານ ສົມດີ ດວງດີ ລັດຖະມົນຕີວ່າການກະ ຊວງແຜນການ ແລະ ການລົງທຶນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ສົມດີ ດວງດີ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄວາມເອົາໃຈໃສ່ ບຸກບືນ ແລະ ສູ້ຊົນ ຂອງຂະບວນການກິລາ ກະຊວງ ຜທ ທີ່ເຂົ້າຮ່ວມແຂ່ງຂັນໃນມະຫາກຳກິລາແຫ່ງຊາດ ຄັ້ງທີ X ຢູ່ແຂວງອຸດົມໄຊ ຈົນໄດ້ຮັບຜົນສຳເລັດດັ່ງກ່າວ ພ້ອມທັງ ສະແດງຄວາມຍ້ອງຍໍ ຕໍ່ຜົນສຳເລັດ ໃນຫລາຍໆດ້ານ ທີ່ຄະນະນຳ ກໍຄື ພະນັກງານ ກະຊວງແຜນການ ແລະ ການລົງທຶນ ຍາດມາໄດ້ໃນຕະຫລອດໄລຍະ 1 ປີ ຜ່ານມາ ໂດຍສະເພາະວຽກງານຈຸດສຸມ ຂອງ ກະຊວງ ແລະ ອວຍພອນໃຫ້ບັນດາຄະນະນຳ ແລະ ພະນັກງານ ໃນທົ່ວກະຊວງ ຜທ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນ ສຳເລັດໃນໜ້າທີ່ການງານ./.
KPL