ຮວຜທ ຈັດກອງປະຊຸມສະພາສອບເສັງ ພາກຮຽນທີ I ສົກຮຽນ 2024-2025

10/01/2025 14:52
Email Print 5112
ຂປລ ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມສະພາສອບເສັງ ພາກຮຽນ ທີ I ປະຈຳສົກຮຽນ 2024-2025 ໃນວັນທີ 9 ມັງກອນ 2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະຫ້ອງ 4 ຫ້ອງ, 2 ກອງພັນ ຕະຫລອດຮອດພະນັກງານ-ນັກຮົບ ແລະ ນ້ອງນັກຮຽນທົ່ວໂຮງຮຽນ ເຂົ້າຮ່ວມ.



ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມສະພາສອບເສັງ ພາກຮຽນ ທີ
I ປະຈຳສົກຮຽນ 2024-2025 ໃນວັນທີ 9 ມັງກອນ 2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະຫ້ອງ 4 ຫ້ອງ, 2 ກອງພັນ ຕະຫລອດຮອດພະນັກງານ-ນັກຮົບ ແລະ ນ້ອງນັກຮຽນທົ່ວໂຮງຮຽນ ເຂົ້າຮ່ວມ.




ກອງປະຊຸມ ໄດ້ຜ່ານແຜນການສອບເສັງ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ
, ອະນຸກຳມະການ ສອບເສັງພາກຮຽນທີ I ປະຈຳສົກຮຽນ 2024-2025, ຜ່ານກົດລະບຽບການສອບເສັງ, ສິດ ແລະ ໜ້າທີ່ຂອງກຳມະການຍາມຫ້ອງສອບເສັງ ແລະ ຜ່ານຕາຕະລາງສອບເສັງ. ທັງນີ້, ກໍເພື່ອເປັນການກວດກາຄືນ ໃນການຈັດຕັ້ງການຮຽນ-ການສອນ ໃນໄລຍະໜຶ່ງພາກຮຽນ ທີ່ຜ່ານມາ ຂອງຄູອາຈານ ແລະ ນັກຮຽນ, ເປັນການປະຕິບັດຂັ້ນຕອນ ບາດກ້າວ ຂອງການຮຽນ-ການສອນ ຂອງລະບົບສາມັນສຶກສາ ຕາມທີ່ກະຊວງສຶກສາທິການ ແລະ ກິລາວາງອອກ ແລະ ເປັນການວັດແທກ ປະເມີນຜົນການຮຽນ-ການສອນ, ທັງເປັນການຮັບປະກັນ ໃຫ້ບັ້ນດຳເນີນການສອບເສັງ ໃຫ້ນັກຮຽນ ມ2, ມ6 ແລະ ມ7 ເຂົ້າຮ່ວມສອບເສັງ ຢ່າງເປັນຂະບວນການຟົດຟື້ນ, ມີຄວາມເປັນລະບຽບຮຽບຮ້ອຍ  ແລະ ບັນລຸຕາມແຜນການວາງອອກໃຫ້ໄດ້ຮັບຜົນສູງ. 




ໂອກາດນີ້ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ກໍໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ, ພ້ອມທັງຮຽກຮ້ອງໃຫ້ ບັນດາສະຫາຍທີ່ຖືກການແຕ່ງຕັ້ງ ຮັບຜິດຊອບນັ້ນ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ ທີໄດ້ຮັບການມອບໝາຍ ໃຫ້ປະສົບຜົນສຳເລັດ
, ຮັກສາຈັນຍາບັນ-ຈັນຍາທຳ, ຮັກສາຄວາມສະຫງົບໃຫ້ໄດ້ 100%, ປະຕິບັດບັດຕາມກົດລະບຽບ ເພື່ອເຮັດໃຫ້ການສອບເສັງ ພາກຮຽນທີ I ສົກຮຽນ 2024-2025 ນີ້ໄດ້ຮັບໝາກຜົນຕາມຂາດໝາຍທີ່ວາງໄວ້.

ຂ່າວ: ໂອລິນ ມິ່ງມີໄຊ

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top