ຢູນິເທວ ມອບທຶນຊ່ວຍເຫລືອ ແລະ ອຸປະກອນການສຶກສາ ໃຫ້ໂຮງຮຽນ ມຕ ມູຈີ່ຫ້ວຍສານ

14/01/2025 16:42
Email Print 5247
ຂປລ ຂປລ. ບໍລິສັດ ສະຕາໂທລະຄົມ (ຢູນິເທວ) ໄດ້ມອບທຶນໃນການຊ່ວຍເຫລືອ ໂຮງຮຽນ ມຕ ມູຈີ່ຫ້ວຍສານ ເມືອງບຸນໃຕ້ ແຂວງຜົ້ງສາລີ ຫລາຍກວ່າ 170 ລ້ານກີບ ພາຍໃຕ້ໂຄງການ “ໃຫ້ດ້ວຍຄວາມຮັກ ຮັບດ້ວຍຄວາມສຸກ” ເພື່ອສ້ອມແປງໂຮງຮຽນ, ຊ່ວຍເຫລືອການນຳເອົາ ນໍ້າສະອາດເຂົ້າໂຮງຮຽນ, ຊື້ດອກໄຟໂຊລ່າເຊວ ເພື່ອຕິດຕັ້ງໃຫ້ຫໍພັກນັກຮຽນ ພ້ອມທັງອຸປະກອນການສຶກສາຕ່າງໆ ລວມທັງເຄື່ອງນຸ່ງຫົ່ມທັງໃໝ່-ເກົ່າ ໃຫ້ນ້ອງນັກຮຽນ ແລະ ປະຊາຊົນທີ່ຂາດແຄນໃນໄລຍະທີ່ອາກາດໜາວ ຢູ່ບ້ານຈີ່ຫ້ວຍສານ, ບ້ານນ້ຳຂຸ້ນ ແລະ ບ້ານນາມາກ.



ຂປລ. ບໍລິສັດ ສະຕາໂທລະຄົມ
(ຢູນິເທວ) ໄດ້ມອບທຶນໃນການຊ່ວຍເຫລືອ ໂຮງຮຽນ ມຕ ມູຈີ່ຫ້ວຍສານ ເມືອງບຸນໃຕ້ ແຂວງຜົ້ງສາລີ ຫລາຍກວ່າ 170 ລ້ານກີບ ພາຍໃຕ້ໂຄງການ “ໃຫ້ດ້ວຍຄວາມຮັກ ຮັບດ້ວຍຄວາມສຸກ” ເພື່ອສ້ອມແປງໂຮງຮຽນ, ຊ່ວຍເຫລືອການນຳເອົາ ນໍ້າສະອາດເຂົ້າໂຮງຮຽນ, ຊື້ດອກໄຟໂຊລ່າເຊວ ເພື່ອຕິດຕັ້ງໃຫ້ຫໍພັກນັກຮຽນ ພ້ອມທັງອຸປະກອນການສຶກສາຕ່າງໆ ລວມທັງເຄື່ອງນຸ່ງຫົ່ມທັງໃໝ່-ເກົ່າ ໃຫ້ນ້ອງນັກຮຽນ ແລະ ປະຊາຊົນທີ່ຂາດແຄນໃນໄລຍະທີ່ອາກາດໜາວ ຢູ່ບ້ານຈີ່ຫ້ວຍສານ, ບ້ານນ້ຳຂຸ້ນ ແລະ ບ້ານນາມາກ.




ໃນພິທີມອບ-ຮັບທຶນຊ່ວຍເຫລືອ ແລະ ອຸປະກອນການສຶກສາ ໃນຄັ້ງນີ້ ຈັດຂຶ້ນໃນວັນທີ 10 ມັງກອນ 2025 ຕາງໜ້າມອບໂດຍທ່ານ ຫງວຽນ ກວາງ ຫຽວ ອຳນວຍການ ສູນສະຕາມີເດຍ ຕາງໜ້າບໍລິສັດ ສະຕາໂທລະຄົມ ແລະ ຕາງໜ້າຮັບໂດຍທ່ານ ເຫລັກ ແສງວົງຄໍາ ຜູ້ອໍານວຍການໂຮງ ມຕ ມູຈີ່ຫ້ວຍສານ, ມີທ່ານ ບຸນສີຊ້າ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງບູນໃຕ້, ທ່ານ ຫັດສະຫວ່າງສົງປະເສີດ ຮອງຫົວໜ້າຫ້ອງວ່າການປົກຄອງບູນໃຕ້ ພ້ອມດ້ວຍຄູ-ອາຈານ, ນ້ອງນັກຮຽນ ແລະ ພໍ່ແມ່ປະຊາຊົນ ບ້ານມູຈີ່ຫ້ວຍສານ ເຂົ້າຮ່ວມ.




ໃນໂອກາດນີ້, ທ່ານ ຫງວຽນ ກວາງ ຫຽວ ໄດ້ສະແດງຄວາມຮູ້ສຶກຍິນດີ ແລະ ດີໃຈ ທີ່ໄດ້ມີໂອກາດໄດ້ມາຊ່ວຍເຫລືອ. ຈຸດປະສົງໃນການຈັດຕັ້ງປະຕິບັດໂຄງການຄັ້ງນີ້ ກໍເພື່ອຊຸກຍູ້, ສົ່ງເສີມການສຶກສາ ໃຫ້ນ້ອງນັກຮຽນໃນເຂດຫ່າງໄກສອກຫລີກ ໄດ້ມີໂອກາດເຂົ້າເຖິງການສຶກສາທີ່ມີຄຸນນະພາບ, ຄຽງຄູ່ກັບການ ມີສະພາບ ການດຳລົງຊີວິດທີ່ດີຂອງປະຊາຊາຊົນ, ເຊິ່ງແຂວງຜົ້ງສາລີ ເປັນໜຶ່ງໃນແຂວງພາກເໜືອ ຂອງປະເທດລາວ ມີອາກາດໜາວເຢັນ ແລະ ມີພູມສັນຖານ ທີ່ເຕັມໄປດ້ວຍເປັນພູສູງ, ມີຫລາຍໝູ່ບ້ານທີ່ຢູ່ໃນເຂດຊົນນະບົດ ແລະ ຍັງມີຫລາຍຄອບຄົວ ທີ່ມີຄວາມຕ້ອງການ ການຊ່ວຍເຫລືອ ເຊິ່ງໜຶ່ງໃນນັ້ນກໍຄື ບ້ານຈີ່ຫ້ວຍສານ ເມືອງບຸນໃຕ້ ແຂວງຜົ້ງສາລີ. ສະນັ້ນ, ຢູນິເທວ ຈຶ່ງໄດ້ລະດົມທຶນ, ອຸປະກອນການຮຽນ, ເຄື່ອງນຸ່ງຫົ່ມທັງໃໝ່-ເກົ່າ ແລະ ເຂົ້າສານອາຫານແຫ້ງຕ່າງໆ ເພື່ອນຳມາຊ່ວຍເຫລືອໃນຄັ້ງນີ້.




ໂອກາດດັ່ງກ່າວ, ທ່ານ ເຫລັກ ແສງວົງຄໍາ ກໍໄດ້ກ່າວສະແດງຂອບໃຈ ຕໍ່ບໍລິສັດ ສະຕາໂທລະຄົມ ທີ່ໄດ້ໃຫ້ການຊ່ວຍເຫລືອໃນຄັ້ງນີ້, ເຊິ່ງເຮັດໃຫ້ນ້ອງນັກຮຽນ ໄດ້ຮັບການຍົກລະດັບຄຸນນະພາບ ໃນການຮ່ຳຮຽນ ກໍຄືນຳໄດ້ໃຊ້ຫ້ອງຮຽນທີ່ໄດ້ຮັບການບູລະນະ, ໄດ້ນຳໃຊ້ນ້ຳສະອາດ, ນັກຮຽນທີ່ຢູ່ຫໍພັກທັງ ຍິງ-ຊາຍ ໄດ້ນຳໃຊ້ດອກໄຟໂຊລ່າເຊວ, ປະຊາຊົນໃນບ້ານ ໄດ້ຮັບເຄື່ອງນຸ່ງຫົ່ມ ເຊິ່ງມີຄວາມຈຳເປັນໃນໄລຍະອາກາດໜາວ.
ໂຄງການ “ໃຫ້ດ້ວຍຄວາມຮັກ ຮັບດ້ວຍຄວາມສຸກ” ເປັນໂຄງການທີ່ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍ ບໍລິສັດສະຕາໂທລະຄົມ (ຢູນິເທວ) ເພື່ອສົ່ງເສີມການສຶກສາ ໃນເຂດຫ່າງໄກສອກຫລີກ ສົ່ງມອບການຊ່ວຍເຫລືອ ທາງດ້ານການດຳລົງຊີວິດ ໃນເຂດຊົນນະບົດທີ່ມີຄວາມຕ້ອງການ ເພື່ອຍົກລະດັບຄຸນນະພາບຊີວິດ ຂອງປະຊາຊົນໃຫ້ມີຊີວິດທີ່ດີຂຶ້ນ.

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top